ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເຢເມນ 2 ຄົນຖືກຈັບທີ່ Amsterdam ໃນຂໍ້ຫາກໍ່ການຮ້າຍ


ຊາວເຢເມນ 2 ຄົນຖືກຈັບທີ່ Amsterdam ໃນຂໍ້ຫາກໍ່ການຮ້າຍ
ຊາວເຢເມນ 2 ຄົນຖືກຈັບທີ່ Amsterdam ໃນຂໍ້ຫາກໍ່ການຮ້າຍ

ເຈົ້າໜ້າທີ່ສະຫະລັດກ່າວວ່າ ຜູ້ຊາຍເຊື້ອສາຍເຢເມນ
2 ຄົນໄດ້ຖືກຈັບທີ່ນະຄອນຫຼວງ Amsterdam ປະ​ເທດ
Netherlands ຫຼັງຈາກໄດ້ມີການເຕືອນໄປຍັງຕຳຫຼວດ
ທີ່ນັ້ນວ່າ ບຸກຄົນທັງສອງມີວັດຖຸທີ່ໜ້າສົງໄສຢູ່ໃນຫີບຂອງ
ພວກເຂົາເຈົ້າ.

ສື່​ມວນ​ຊົນສະຫະລັດລາຍງານວ່າ ບຸກຄົນທັງສອງໄດ້ຖືກ
ຈັບໃນຄືນວັນອາທິດຜ່ານມານີ້ ຫຼັງຈາກໄດ້ເດີນທາງໄປ
ເຖິງນະຄອນຫຼວງຂອງເນເທີແລນ ໂດຍເຮືອບິນຂອງສາຍ
ການບິນ United Airlines. ພວກເຂົາເຈົ້າໄດ້ຖືກຈັບ
ຫຼັງຈາກຕຳຫຼວດໄດ້ຮັບ​ແຈ້ງ​ໃຫ້​ຊາບວ່າ ມີການພົບເຫັນໂທລະສັບມືຖືໜ່ວຍນຶ່ງມັດຕິດ
ແກ້ວຢາລົດກົດໃນກະເພາະ ຢູ່ໃນຫີບຂອງຜູ້ຊາຍຄົນນຶ່ງໃນຈຳນວນນັ້ນ. ນອກນີ້ແລ້ວ ຫີບຂອງບຸກຄົນທັງສອງຍັງມີໂທລະສັບມືຖືແລະໂມງອີກຫຼາຍໜ່ວຍມັດຕິດໃສ່ກັນ.

ອົງການຂ່າວ ABC ລາຍງານຂ່າວໃນວັນຈັນວານນີ້ວ່າບຸກຄົນທັງສອງໄດ້ຖືກກ່າວຫາວ່າ ກະກຽມທີ່ຈະທຳການໂຈມຕີກໍ່ການຮ້າຍ.

ທາງ​ການ​ບົ່ງ​ຊື່ບຸກຄົນທັງສອງວ່າ ​ແມ່ນນາຍ Ahmed Mohamed Nasser al-Soofi
ແລະນາຍ Herzmam al-Murisi.

XS
SM
MD
LG