ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫ້ອງການອາຫານ ແລະຢາສະຫະລັດ ອອກຂໍ້ແນະນຳໃໝ່ ກ່ຽວກັບການອະນຸມັດໃຊ້ວັກຊິນໂຄວິດ-19


ທ່ານສະແຕັບເຟິນ ຮານ ຫົວໜ້າກຳມາທິການອົງການອາຫານ ແລະຢາສະຫະລັດ (FDA) ລາຍງານຕໍ່ສະພາສູງ ວັນທີ 23 ກັນຍາ 2020.
ທ່ານສະແຕັບເຟິນ ຮານ ຫົວໜ້າກຳມາທິການອົງການອາຫານ ແລະຢາສະຫະລັດ (FDA) ລາຍງານຕໍ່ສະພາສູງ ວັນທີ 23 ກັນຍາ 2020.

ອົງການອາຫານ ແລະຢາຂອງສະຫະລັດ ຫຼື FDA ໄດ້ອອກກົດລະບຽບ ຂໍ້ແນະ ນຳສະບັບ
ໃໝ່ຢ່າງເຄັ່ງຄັດ ສຳລັບອະນຸຍາດໃຫ້ ໃຊ້ວັກຊີນໂຄວິດ-19 ສຸກເສີນ ຊຶ່ງເປັນການທ້າທາຍ
ຕໍ່ການບໍ່ເຫັນພ້ອມຢ່າງແຂງຂັນຈາກລັດຖະບານປະທານາ ທິບໍດີທຣໍາ.

ຂໍ້ແນະນຳທີ່ໄດ້ນຳເຜີຍແຜ່ໃນວັນອັງຄານຜ່ານມາໂດຍອົງການ FDA ຕ້ອງການ ໃຫ້ບັນດາບໍລິສັດເພຊັດສະກຳ ສັງເກດເບິ່ງພວກທີ່ເຂົ້າຮ່ວມໃນຂັ້ນຕອນການທົດ ລອງສຸດທ້າຍຢູ່ຕາມຄລີນິກ ຢ່າງໜ້ອຍສອງເດືອນຫຼັງຈາກເຂົາເຈົ້າໄດ້ຮັບຢາຄັ້ງ ເທື່ອທີສອງ ແລະເທື່ອສຸດທ້າຍຂອງຢາວັກຊິນທົດລອງ.

ກົດລະບຽບໃໝ່ໄດ້ຮວມທັງເອກກະສານສະບັບນຶ່ງ ທີ່ໄດ້ກະກຽມຕໍ່ກອງປະຊຸມທີ່ຈະມີຂຶ້ນ ໃນທ້າຍເດືອນນີ້ ກັບຄະນະກຳມະການແນະນຳວັກຊິນ ຂອງອົງການ FDA ຊຶ່ງຈະສົນທະນາເຖິງຄວາມຕ້ອງການສຳລັບນຳໃຊ້ສຸກເສີນ ຫຼືອະນຸຍາດ ໃຫ້ມີມີການນຳໃຊ້ຢາວັກຊີນຢ່າງເຕັມທີ່.

ການພິມເຜີຍແຜ່ກົດລະບຽບດັ່ງກ່າວ ມີຂຶ້ນນຶ່ງມື້ຫຼັງຈາກແຫຼ່ງຂ່າວສະຫະລັດ ຈຳນວນນຶ່ງ
ໄດ້ລາຍງານວ່າ ທຳນຽບຂາວໄດ້ປະຕິເສດຕໍ່ຂໍ້ສະເໜີ. ຂໍ້ແນະນໍາ ທີ່ເຄັ່ງຄັດນີ້ໝາຍຄວາມ
ວ່າ ຢາວັຊິນໂຄວິດ-19 ຈະບໍ່ໄດ້ຮັບອະນຸຍາດໃຫ້ໃຊ້ ກ່ອນການເລືອກຕັ້ງ ປະທານາທິບໍດີ
ໃນວັນທີ 3 ພະຈິກ ຈະມາເຖິງນີ້ ຊຶ່ງບໍ່ ເປັນໄປຕາມການທຳນາຍໂດຍປະທານາທິບໍດີດໍ
ໂນລ ທຣໍາ.

ອົງການ FDA ແລະຫ້ອງການວິທະຍາສາດລັດຖະບານກາງ ພ້ອມດ້ວຍບັນດາ ອົງການ
ອອກກົດລະບຽບທັງຫຼາຍ ໄດ້ເຫັນຄວາມໜ້າເຊື່ອຖືຂອງເຂົາເຈົ້າຫາຍໄປ ໂດຍຄວາມພະ
ຍາຍາມຂອງລັດຖະບານ ເພື່ອຕ່າວປີ້ນລາຍງານແລະຂໍ້ແນະ ນຳຂອງເຂົາເຈົ້າ ເພື່ອຮັກສາ
ວິໄສທັດໃນແງ່ທາງດີ ຂອງປະທານາທິບໍດີທຣໍາ ກ່ຽວກັບລັກສະນະໃນການແຜ່ລະບາດ.

ດຣ. ປີເຕີ ມາກສ໌ ຜູ້ອຳນວຍການຫ້ອງການຮັບຜິດຊອບໃນການອະນຸມັດຢາວັກ ຊີນຂອງ
ອົງການ FDA ກ່າວຢູ່ໃນຖະແຫຼງການວ່າ “ດ້ວຍການເປັນທີ່ເປີດເຜີຍ ແລະ ກະຈ່າງແຈ້ງ
ກ່ຽວກັບສະພາບໃນການນຳໃຊ້ສຸກເສີນຢາວັກຊິນໂຄວິດ-19 ຈະເປັນທີ່ເໝາະສົມ ແລະມີ
ຄວາມສຳຄັນໃນການສ້າງຄວາມໝັ້ນໃຈໃຫ້ແກ່ສາ ທາລະນະຊົນ ແລະການໃຊ້ວັກຊິນ
ໂຄວິດ-19ເວລາໃດທີ່ມີໄວ້ໃຫ້ໃຊ້.”

ປະທານາທິບໍດີທຣຳ ຜູ້ທີ່ກຳລັງພັກຟື້ນຈາກການຕິດໂຄວິດ-19 ທີ່ພາໃຫ້ທ່ານຕ້ອງໄດ້ຢູ່
ທີ່ສູນກາງການແພດທະຫານ Walter Reed ຈົນຮອດວັນຈັນ ທີ່ ຜ່ານມາ ໄດ້ປະນາມຕໍ່
ຂໍ້ແນະນໃໝ່ ໃນຕອນແລງວັນອັງຄານທີ່ຜ່ານມາ ຢູ່ໃນ ການສົ່ງຂໍ້ຄວາມທາງທວິດເຕີ້.
“ກົດລະບຽບໃໝ່ ຂອງອົງການ FDA ເຮັດໃຫ້ ຍາກຂຶ້ນສຳລັບເຂົາເຈົ້າ ໃນການເລັ່ງລັດ
ການອະນຸມັດຢາວັກຊິນ ເພື່ອຈະນໍາໃຊ້ ກ່ອນວັນເລືອກຕັ້ງ. ຊຶ່ງເປັນເລື້ອງການເມືອງອີກ
ເລື້ອງນຶ່ງ” ປະທານາທິບໍດີໄດ້ ຂຽນເວົ້າໃຫ້ແກ່ກໍາມາທິການອົງການ FDA ທ່ານສະແຕັບ
ເຟິນ ຮານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG