ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ສຫລ ປະ​ເຊີນ​ກັບ ​ໄພ​ແຫ້ງ​ແລ້ງ ​ຮ້າຍ​ແຮງ ​ໃນ​ຮອບ 56 ປີ


​ແຜນທີ່​ສະ​ຫະລັດ​ທີ່​ປະ​ເຊີນ​ກັບ​ໄພ​ແຫ້ງ​ແລ້ງ
​ແຜນທີ່​ສະ​ຫະລັດ​ທີ່​ປະ​ເຊີນ​ກັບ​ໄພ​ແຫ້ງ​ແລ້ງ

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າ​ວວ່າ ຫຼາຍ​ກວ່າ​ເຄິ່ງນຶ່ງ​ຂອງ​ສະຫະລັດ​ແມ່ນ​ກໍາລັງ​ຕົກ​ຢູ່​ໃນສະພາບ​ຄວາມ​ແຫ້ງ​ແລ້ງ​ພໍ​ປານ​ກາງ ໄປ​ຫາ​ລະດັບທີ່ຮ້າຍ​ແຮງ​ສຸດ ຊຶ່ງເປັນ​ໄພ​ແຫ້ງ​ແລ້ງ​ ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ທີ່​ສຸດ ​ໃນ​ຮອບ 56 ປີ.

ກະຊວງ​ການ​ກະສິກໍາສະຫະລັດ​ໄດ້ປະກາດ​ໃຫ້​ 26 ລັດ​ຂອງ​ຈຳນວນ​ທັງ​ໝົດ 48 ລັດ ທີ່ຢູ່​
ທາງ​ໃຕ້​ລົງ​ມາ​ຂອງ​ສະຫະລັດ ເປັນ​ເຂດ​ປະສົບ​ໄພພິບັດ​ທໍາ​ມະ​ຊາດ.

ບັນດານັກພະຍາກອນອາກາດກ່າວ​ວ່າ ​ຄາດ​ວ່າ ​ເກືອບຈະບໍ່​ມີ​ຝົນຕົກ​ເລີຍ​ ໃນ​ອາທິດ​ນີ້​
ແລະບໍ່​ໄດ້​ຮັບ​ການບັນ​ເທົາ​ຫຍັງ​ຫຼາຍ ຈາກ​ຄວາມ​ຮ້ອນ​ເອົ້າທີ່​ເຜົາ​ໄໝ້​ທົ່ງ ສາ​ລີ​ແລະ​ໝາກ​ຖົ່ວ​
ເຫຼືອງ ​ໃນ​ທົ່ວພາກ​ກາງຂອງ​ສະຫະລັດ.

​ຕົ້ນສາລີຊຶ່ງ​ຄວນ​ຈະ​ສູງ​ຖ້ວມ​ຫົວພວກ​ຊາວ​ກະສິກອນ​ແລ້ວນັ້ນ ​ເວລາ​ນີ້ສູງພຽງ​ແຕ່ຮອດ​ແອວ.​
ພວກ​ຕົ້ນໝາກ​ຖົ່ວ​ເຫຼືອງຈຳນວນ​ນຶ່ງ ​ແມ່ນ​ໄດ້​ຢຸດ​ເຊົາ​ໃນ​ການ​ເຕີບ​ໂຕ ​ແລະຊາວ​ກະສິກອນບາງ​ຄົນ
ກ່າວ​ວ່າ ​ເຂົາ​ເຈົ້າຢ້ານ​ກົວ​ວ່າ​ຈະ​ມີ​ຜົນ​ກະທົບ​ໄປ​ເຖິງ ການປູກ​ໝາກອຶ​ແລະໝາກບວບໝາກ​ນອຍ
ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ທີ່​ຈະ​ມາ​ເຖິງ​ນີ້.

ສະພາບ​ອາກາດ​ທີ່​ຮ້ອນ​ຈັດ​ດັ່ງກ່າວ​ນີ້ ​ຍັງ​ໄດ້ສົ່ງ​ຜົນກະທົບ​ຕໍ່​ພວກ​ເຈົ້າຂອງ​ຟາ​ມລ້ຽງສັດທັງຫຼາຍ
​ເພາະພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້ອາ​ໄສ​ໝາກສາລີ​ແລະຫຍ້າ​ໃນ​ລ້ຽງເກືອພວກ​ສັດເຫຼົ່າ​ນີ້.

ສະ​ຫະລັດ​ເປັນ​ປະ​ເທດ​ທີ່ປູກຝັງ​ແລະ​ສົ່ງ​ອອກໝາກສາລີ​ລາຍ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ແຕ່​ວ່າ ​ໂຄສົກ
​ຂອງກະຊວງ​ກະສິກຳສະຫະລັດ ທ່ານ Matt Herrick ກ່າວກັບ VOA ວ່າ ໝາກສາລີທີ່ງອກ​ງາມ
ນັ້ນຍັງມີຢູ່ໃນຫຼາຍເຂດຂອງສະຫະລັດ ຊຶ່ງ​ໝາຍ ຄວາມ​ວ່າ ສະຫະລັດຈະສາມາດປະຕິບັດ​ຕາມ
​ພັນ​ທະ​ຂອງ​ຕົນ​ຕໍ່​ພວກ​ລູກ​ຄ້າ​ໃນ ຕ່າງປະເທດໄດ້ຢູ່ ສຳ​ຫຼັບປີນີ້.

XS
SM
MD
LG