ສະຫະລັດໄດ້ຖິ້ມລະເບີດທີ່ບໍ່ແມ່ນນີວເຄລຍລູກໃຫຍ່ທີ່ສຸດ ທີ່ມີຢູ່ໃນຄັງອາວຸດຂອງ
ຕົນໃສ່ເຂດຄຸ້ມອຸບມຸງ ແລະຖໍ້າທີ່ນັກລົບຂອງກຸ່ມລັດອິສລາມ ຫລື IS ໃຊ້ເປັນບ່ອນປະ
ຕິບັດງານຢູ່ໃນເຂດຕາເວັນອອກຂອງແຂວງ Nangarhar ຂອງອັຟການິສຖານ ໃນ
ວັນພະຫັດວານນີ້. ໂຄສົກລັດຖະບານປະຈໍາແຂວງດັ່ງກ່າວເວົ້າວ່າ ລາວບໍ່ໄດ້ຖືກແຈ້ງ
ໃຫ້ຊາບແຕ່ຢ່າງໃດກ່ອນໜ້າທີ່ຈະມີການຖິ້ມລະເບີດດັ່ງກ່າວ. ເຈົ້າໜ້າທີ່ທະຫານສະ
ຫະລັດເວົ້າວ່າ ພວກເຂົາເຈົ້າບໍ່ຮູ້ໃນທັນໃດວ່າມີນັກລົບຂອງກຸ່ມ IS ຫລື ພົນລະເຮືອນ
ເສຍຊີວິດຫລາຍປານໃດ.
ນັກຊ່ຽວຊານດ້ານທະຫານກ່າວວ່າ ລູກລະເບີດຂະໜາດໃຫຍ່ GBU-43 ທີ່ມີຊື່ນ້ອຍ
ວ່າ “ລູກລະເບີດແມ່” ແມ່ນໃຊ້ລະເບີດເທິງໜ້າດິນໃຫ້ແຕກກະຈາຍ ແລະເມື່ອມັນລະ
ເບີດຂຶ້ນ ແມ່ນເປັນຕາຢ້ານຫລາຍ. ນີ້ເປັນຄັ້ງທໍາອິດທີ່ລະເບີດປະເພດນີ້ໄດ້ຖືກເອົາ
ໄປໃຊ້ເຂົ້າໃນການສູ້ລົບ.
ທ່ານ Sean Spicer, ໂຄສົກປະຈໍາທໍານຽບຂາວ ຮ້ອງລູກລະເບີດດັ່ງກ່າວວ່າ ເປັນ
ລະເບີດລູກໃຫຍ່ ມີພະລັງສູງ ແລະກໍເປັນອາວຸດທີ່ຖິ້ມໃຫ້ຖືກຈຸດຢ່າງແມ້ນຢໍາ.
ທ່ານກ່າວດັ່ງນີ້ “ພວກເຮົາໄດ້ແນເປົ້າໝາຍໃສ່ລະບົບອຸບມຸງ ແລະຖໍ້າທີ່ພວກນັກລົບ
ຂອງກຸ່ມລັດອິສລາມ ຫລື ISIS ໃຊ້ເປັນບ່ອນເຄື່ອນໄຫວໄປມາຢ່າງສະບາຍ ຊຶ່ງໄດ້
ເຮັດໃຫ້ພວກເຂົາມີຄວາມສະດວກຂຶ້ນ ໃນການແນເປົ້າໝາຍໃສ່ບັນດາທີ່ປຶກສາທາງທະຫານສະຫະລັດ ແລະກໍາລັງທະຫານຂອງລັດຖະບານອັຟການິສຖານ ຢູ່ໃນຂົງ
ເຂດດັ່ງກ່າວ. ສະຫະລັດກະທໍາການຕໍ່ສູ້ຕ້ານກຸ່ມ ISIS ຢ່າງຈິງຈັງ. ແລະເພື່ອຈະຕີ
ຖອຍກຸ່ມດັ່ງກ່າວໃຫ້ໄດ້ ພວກເຮົາຕ້ອງບໍ່ໃຫ້ພວກເຂົາມີບ່ອນປະຕິບັດງານໄດ້ ແລະ
ພວກເຮົາກໍໄດ້ເຮັດແນວນັ້ນແລ້ວ. ສະຫະລັດໄດ້ພະຍາຍາມເຮັດທຸກວິທີທາງທີ່ລະມັດ
ລະວັງທີ່ຈໍາເປັນ ເພື່ອປ້ອງກັນບໍ່ໃຫ້ມີການບາດເຈັບຂອງພົນລະເຮືອນ ແລະ ຜົນທໍາ
ຮ້າຍຂ້າງຄຽງ ທີ່ເກີດຈາກການປະຕິບັດງານດັ່ງກ່າວນັ້ນ.”
ປະທານາທິບໍດີ ດໍໂນລ ທຣໍາ ໄດ້ຍົກຍ້ອງການຖິ້ມລະເບີດດັ່ງກ່າວ ໂດຍໄດ້ກ່າວວ່າ:
“ພວກເຮົາມີຄວາມພາກພູໃຈຫລາຍ ແລະນີ້ກໍເປັນເຫດການທີ່ມີຜົນສໍາເລັດອັນນຶ່ງ.”
ເມື່ອຖືກຖາມວ່າ ທ່ານເປັນຜູ້ສັ່ງໃຫ້ທໍາການໂຈມຕີນັ້ນ ຫລືບໍ່ ທ່ານຕອບວ່າ ທຸກຄົນຮູ້
ດີຢູ່ແລ້ວວ່າມີຫຍັງເກີດຂຶ້ນ ແລະສິ່ງທີ່ຂ້າພະເຈົ້າເຮັດກໍຄື ຂ້ອຍອອກຄໍາສັ່ງດ້ານການ
ທະຫານ. ພວກເຮົາມີກໍາລັງທະຫານໃຫຍ່ທີ່ສຸດໃນໂລກ ແລະພວກກໍາລັງທະຫານນີ້
ກໍເຮັດໜ້າທີ່ຂອງເຂົາເຈົ້າຕາມປົກກະຕິ. ສະນັ້ນ ພວກເຮົາໄດ້ມອບສິດອໍານາດທັງ
ໝົດໃຫ້ແກ່ເຂົາເຈົ້າ ແລະນັ້ນກໍຄືສິ່ງທີ່ເຂົາເຈົ້າກໍາລັງເຮັດຢູ່.
ເມື່ອຖືກຖາມວ່າສະຫະລັດກໍາລັງພະຍາຍາມທີ່ຈະສົ່ງສັນຍານເຕືອນໃຫ້ປະເທດອື່ນ
ຮູ້ເຖິງ ຄວາມຍິ່ງໃຫຍ່ຂອງກໍາລັງທະຫານຂອງຕົນ ໂດຍການຖິ້ມລະເບີດລູກໃຫຍ່
ນັ້ນຫລືບໍ່ ໂຄສົກ ກະຊວງການຕ່າງປະເທດສະຫະລັດ ບໍ່ຂໍຕອບຄໍາຖາມ.