ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນ ບໍ່ມີຄົນຂັບ ຂອງ ສຫລ ສົງໄສວ່າ ໂຈມຕີ ກຸ່ມ al-Nusra


ເຮືອບິນບໍ່ມີຄົນຂັບແລ່ນຢູ່ເທິງທາງແລ່ນເຮືອບິນ ຫຼັງຈາກ ໄດ້ລົງຈອດທີ່ຖານທັບອາກາດ Incirlikon ຢູ່ນອກເມືອງ Adana, ພາກໃຕ້ຂອງປະເທດ ເທີກີ, 30 ກໍລະກົດ, 2015.
ເຮືອບິນບໍ່ມີຄົນຂັບແລ່ນຢູ່ເທິງທາງແລ່ນເຮືອບິນ ຫຼັງຈາກ ໄດ້ລົງຈອດທີ່ຖານທັບອາກາດ Incirlikon ຢູ່ນອກເມືອງ Adana, ພາກໃຕ້ຂອງປະເທດ ເທີກີ, 30 ກໍລະກົດ, 2015.

ທຳນຽບຫ້າ​ແຈ ກ່າວ​ວ່າ ກອງທັບສະຫະລັດ​ໄດ້ເລີ່​ມພາລະ​ກິດ​ສົ່ງເຮືອ ບິນທີ່ບໍ່ມີ​ຄົນ​ຂັບ​ ຫຼື Drone ຕິດ​ອາ​ວຸດ​ຄັ້ງ​ທຳ​ອິ​ດ ອອກ​ຈາກ​ຖານ​ທັບ​ອາກາດ​ Incirlik ໃນ​ປະ​ເທດ ​ເທີ​ກີ ​ເມື່ອ​ສັບປະດາ​ທີ່​ຜ່ານ​ມາ.

​ໂຄສົກ​ທຳນຽບຫ້າ​ແຈ​ ຮ້ອຍເອກ Jeff Davis ​ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ໃນວັນຈັນວານນີ້ວ່າ “ມາຮອດຈຸດ​ນີ້, ຍັງ​ບໍ່​ທັນ​ໄດ້​ມີ​ການ ປະຕິບັດ​ການໂຈມ​ຕີແທ້ເທື່ອ, ​ແຕ່​ວ່າພວກ drone ນັ້ນ​ໄດ້​ເລີ່​ມການບິ​ນຕິດອາ​ວຸດ​ແລ້ວ.”

ຮ້ອຍເອກ Davis ​ໄດ້​ກ່າວ​ວ່າ ສະຫະລັດ ກໍ​ຍັງ​ມີ​ແຜນ​ທີ່​ຈະ​ເລີ່​ມ​ສົ່ງ ເຮືອບິນທີ່ມີ​ຄົນ​ຂັບ ອອກຈາກ​ຖານ​ທັບ​ອາກາດ Incirlik ​ເຊັ່ນ​ກັນ.

ການບິນປະຕິບັດງານຈາກຖານ​ທັບ​ປະ​ເທດ​ເທີ​ກີ ​ມີຂຶ້ນ​ໃນຂະນະທີ່ ສະຫະລັດ ​ເລີ້ມການ​ໂຈມ​ຕີຕໍ່​ພວກ​ກຳລັງ​ທີ່​ບໍ່​ແມ່ນ​ລັດ ອິສລາມ ​ເປັນ​ຄັ້ງ​ທຳ​ອິ​ດ, ອີງ​ຕາມ​ທ່ານ Davis.

ທ່ານ​ໄດ້​ກ່າວ​ວ່າ ສະຫະລັດ ​ໄດ້ເປີດ​ສາກ​ໂຈ​ມຕີ​ທາງ​ອາກາດ​ ໃນ​ວັນ​ສຸກທີ່​ຜ່ານ​ມາ​ໃສ່ ທະຫານ ​ທີ່​ໄດ້​ໂຈມ​ຕີ​ພວກ​ຕໍ່ຕ້ານລັດຖະບານ​ ຊີ​ເຣຍ ​ເຊິ່ງຖືກ​ຝຶກ​ແອບໂດຍ​ ສະຫະລັດ.

ພວກ​ຕໍ່ຕ້ານລັດຖະບານ ທີ່ເອີ້ນ​ວ່າ ກອງທັບຊີເຣຍ​ໃໝ່ ​ໂດຍ Washigton, ​ໄດ້​ຖືກ​ຝຶກແອບ ໂດຍ​ປະເທດແນວ​ໂຮມ​ເພື່ອ​ຕໍ່ສູ້​ກັບພວກ​ ຫົວ​ຮຸນ​ແຮງ​ ລັດ​ອິສລາມ.

ສະຫະລັດ ​ໄດ້​ປະຕິຍານ​ທີ່​ຈະ​ປົກ​ປ້ອງ​ພວກ​ຕໍ່ຕ້ານລັດຖະບານ​ ຊີ​ເຣຍ ທີ່​ໄດ້​ຖືກ​ຝຶກ​ແອບ​ນີ້ ຈາກໄພ​ຂົ່ມຂູ່​ທີ່​ກວ້າງຂວາງ ​ໃນ​ເມື່ອ​ພວກ​ເຂົາ​ໄດ້​ກັບ​ຄືນ​ສູ່​ບ້ານ​ເກີດ​ຂອງ​ພວກເ​ຂົາ.

​ໂຄສົກທຳນຽບຫ້າ​ແຈ​ໄດ້ກ່າວ​ວ່າ ພວກ​ບຸກ​ໂ​ຈມຕີ​ດັ່ງກ່າວ​ “ເບິ່ງ​ຄືວ່າ ເປັນກຸ່ມ Nusra,” ເຊິ່ງໝາຍເຖິງພວກເຂົາເປັນເຄືອຂ່າຍຂອງ al-Qaida ​ໃນ ຊີ​ເຣຍ ​ທີ່ຮູ້​ຈັກ​ກັນ ໃນນາມກຸ່ມ al-Nusra ນັ້ນ.

ທ່ານ​ໄດ້​ກ່າວ​ຕໍ່​ວີໂອ​ເອວ່າ ​ພວກ​ບຸກ​ໂຈ​ມຕີເປັນຝ່າຍໃດແທ້ນັ້ນ ແມ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢັ້ງຢືນ​ເທື່ອ​ໃນ​ຄັ້ງ​ນີ້, ​ແຕ່ ສະຫະລັດ ​ບໍ່​ເຊື່ອ​ວ່າ​ພວກ​ເຂົາ​ເປັນ​ທະຫານລັດຖະບານ ຊີ​ເຣຍ.

XS
SM
MD
LG