ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ໂດຍ ສະຫະລັດ ແລະປາກິສຖານ ສັງຫານ ພວກຫົວຮຸນແຮງ ອິສລາມ 62 ຄົນ


ແຜນທີ່ເຂດ North Waziristan
ແຜນທີ່ເຂດ North Waziristan

ກອງທັບປາ​ກິ​ສຖານກ່າວ​ວ່າ​ ກຳລັງ​ຮັກສາ​ຄວາມ​ປ​ອດ​ໄພ ​
ໄດ້​ດັກ​ສະກັດ​ໂຈມຕີ “ການ​ເຕົ້າ​ໂຮມ​ຂະໜາດໃຫຍ່ຂອງ
ພວກ​ກໍ່​ການ​ຮ້າ​ຍ” ​ໃກ້​ກັບຊາຍ​ແດນ ອັຟກາ​ນິສຖານ ໂດຍ
ໄດ້ສັງ​ຫານ​ຢ່າງ​ໜ້ອຍ 16 ຄົນ ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ
20 ຄົນ.

​ຖະ​ແຫລ​ງການສັ້ນໆ​ຂອງກອງທັບ ທີ່ນຳອອກ​ເຜີຍ​ແຜ່​ໃນ​
ວັນ​ເສົາ​ມື້​ນີ້ ກ່າວ​ວ່າ “ການ​ສູ້​ລົບຮ້າຍ​ແຮງ" ​ໃນ​ຕອນ​ກາງ
ຄືນ​ ໄດ້​ເກີດ​ຂື້ນຢູ່່ດິນ​ແດນ ທີ່​ແບ່ງ​ແຍກ​ຂົງ​ເຂດ​ຊົນ​ເຜົ່າ
Orakzai ​ແລະ Khyber ​ແລະ​ຢ່າງ​ໜ້ອຍມີທະຫານສີ່​ຄົນ
​ໄດ້​ເສຍ​ຊີວິດ.

​ກ່ອນໜ້ານີ້ ບັນດາ​ເຈົ້າ​ໜ້າ​ທີ່ປາ​ກິ​ສຖານ ກ່າວ​ວ່າ ການໂຈມຕີທີ່ສົງໄສມາຈາກ​ເຮືອບິນ​ທີ່​
ບໍ່​ມີ​ຄົນ​ຂັບ​ສອງ​ລຳ ຂອງສະຫະລັດ​ ​ໄດ້​ສັງຫານ​ພວກ​ນັກ​ລົບ​ອິສລາມ ຢ່າງ​ໜ້ອຍ​ເຈັດ​ຄົນ
ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້​ ຢູ່ໃນເຂດ Waziristan ທີ່ສອກ ຫລີກຫ່າງໄກ.

​ການ​ໂຈມ​ຕີດັ່ງກ່າວ ມີຂຶ້ນຫລັງຈາກ​ການ​ໂຈມຕີ​ທາງ​ອາກາດ​ ຂອງປາ​ກິ​ສຖານ ​ໃນຕອນ
​ແລງ​ວັນ​ສຸກ ທີ່​ແນ​ເປົ້າໝາຍ​ໃສ່ຄ້າຍ​ຂອງພວກ​ຫົວ​ຮຸນ​ແຮງ Taliban ​ແລະ Uzbek ຢູ່​ໃກ້
​ກັບ​ຊາຍ​ແດນອັຟການິສຖານ ໃນອັນ​ທີ່ພວກ​ທະຫານ​ຮ້ອງ​ວ່າ “​ເປັນການໂຈມຕີທາງອາ
ກາດທີ່ໄດ້ຜົນ​ ​ແລະ​ຖືກເປົ້າ​ໝາຍ​ທີ່​ສຸດ” ທີ່​ໄດ້​ສັງ ຫານ​ພວກ​ຫົວ​ຮຸນ​ແຮງຢ່າງໜ້ອຍ 39 ຄົນ.

ການ​ໂຈມຕີ​ຢູ່ໃນເຂດ Warizistan ເໜືອ​ມີ​ຂື້ນ​ໃນ​ຂະນະ​ທີ່ປາ​ກິ​ສຖານເພີ້ມການ ປະຕິບັດ
ງານໃນນະ​ໂຍບາຍ​ຕໍ່ຕ້ານການ​ກໍ່ການ​ຮ້າຍ ຫລັງຈາກການ​ໂຈມ​ຕີໂຮງຮຽນ​ທີ່​ບໍລິຫານ​ງານ
​ໂດຍ​ທະຫານ​ຢູ່ທີ່ເມືອງ Peshawar ​ເມື່ອ​ວັນທີ 16 ທັນວາ ​ຜ່ານ​ມາ ໂດຍພວກ Taliban
ຊຶ່ງ​ໄດ້​ສັງຫານ​ເກືອບ 150 ຄົນ ສ່ວນ​ໃຫຍ່ແລ້ວແມ່ນ​ເດັກນ້ອຍ.

XS
SM
MD
LG