ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

7 ຄົນ ຖືກສັງຫານ ໃນການໂຈມຕີ ໂດຍເຮືອບິນ ບໍ່ມີຄົນຂັບ ຢູ່ປາກິສຖານ


ແຜນທີ່ປະເທດປາກິສຖານ
ແຜນທີ່ປະເທດປາກິສຖານ

ບັນດາ​ເຈົ້າໜ້າ​ທີ່​ສືບ​ລັບ​ປາ​ກິ​ສຖານ ກ່າວ​ວ່າ ການໂຈມຕີ
ທີ່ສົງໄສວ່າ ມາຈາກ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ຂອງ​ສະຫະລັດ
ໄດ້​ສັງຫານ​ຢ່າງ​ນ້ອຍ 7 ຄົນ.

ການໂຈມ​ຕີ ເມື່ອ​ຕອນ​ເຊົ້າວັນ​ສຸກ​ມື້​ນີ້ ແມ່ນໄດ້​ແນ​ເປົ້າໝາຍ
ໃສ່​ຄ້າຍພັກຂອງ​ພວກຫົວ​ຮຸນ​ແຮງ ​Taliban ​ແລະພວກ Uzbek
ຢູ່​ໃນ​ເຂດ​ Waziristan ​ເໜືອ ​ທີ່ຫ່າງ​ໄກສອກຫຼີກຂອງປາ​ກິ​ສຖານ.​

ການ​ໂຈມ​ຕີ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ປາ​ກິ​ສຖານ ເພີ້ມການປະຕິບັດງານ
ໃນນະ​ໂຍບາຍ​ຕໍ່ຕ້ານການ​ກໍ່ການ​ຮ້າຍ ຫລັງຈາກການ​ໂຈມ​ຕີໂຮງ
ຮຽນ​ທີ່​ບໍລິຫານ​ງານ​ໂດຍ​ທະຫານ​ ຢູ່ທີ່ເມືອງ Peshawar ​ເມື່ອ​ວັນ
​ທີ 16 ທັນວາ​ຜ່ານ​ມາ ໂດຍພວກ Taliban ຊຶ່ງ​ໄດ້​ສັງຫານ​ເກືອບ 150 ຄົນ ສ່ວນ​ໃຫຍ່ແລ້ວ
ແມ່ນ​ເດັກນ້ອຍ.

ການ​ໂຈມ​ຕີ​ໂດຍເຮືອບິນ​ບໍ່​ມີ​ຄົນ​ຂັບ ສ່ວນຫຼາຍ​ແລ້ວ ບໍ່​ເປັນ​ທີ່​ນິຍົມ ​ໃນ​ປາ​ກິ​ສຖານ ຍ້ອນ ຫຼາຍໆ​ຄົນ​ພິຈາລະນາ​ວ່າ ​ເປັນການລະ​ເມີດຕໍ່ອະທິປະ ​ໄຕ​ຂອງ​ປະ​ເທດ. ​ແຕ່​ເຖິງ
​ຢ່າງ​ໃດ​
ກໍ​ຕາມ ສະຫະລັດ​ຢຶນຢັດ​ວ່າ ການ​ໂຈມ​ຕີ​ເຫຼົ່ານີ້ ​ແມ່ນ​ມີ​ປະສິດທິພາບ​ໃນ​ການກຳຈັດ
​ພວກ​ຫົວ​ຮຸນ​ແຮງ ຢູ່ໃນ​ບໍລິ​ເວນ​ທີ່​ບໍ່​ສາມາດ​ເຂົ້າ​ເຖິງ​ໄດ້ ​ໂດຍ​ກອງ​ທະຫານ​ປາ​ກິ​ສຖານ.

​ນອກນັ້ນ ໃນ​ວັນ​ສຸກ​ມື້​ນີ້ ​ບັນດາ​ເຈົ້າໜ້າ​ທີ່ຍັງ​ກ່າວ​ວ່າ ກອງ​ກຳລັງ​ຮັກ ສາ​ຄວາມ​ປອດ​ໄພ
ໄດ້​ສັງຫານ ຜູ້​ຖືກກ່າວຫາວ່າເປັນຜູ້ວາງ​ແຜນ​ໂຈມ​ຕີ​ໂຮງຮຽນ​ຢູ່​ທີ່​ເມືອງ Peshawar.

ຫົວໜ້າ​ຕຳຫລວດ ​ໃນ​ເຂດ​ຊົນ​ເຜົ່າ Khyber ກ່າວ​ວ່າ ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ
ໄດ້ປະຕິບັດ​ບຸກເຂົ້າກວດຄົ້ນແບບ​ບໍ່​ຮູ້​ໂຕ ອິງ​ຕາມຂໍ້ມູນ​ລັບ​ທີ່​ໄດ້​ຮັບມາ ​ໃນ​ຕອນ​ເດິກ​
ຂອງ​ວັນ​ພະຫັດ​ວານ​ນີ້ ​ແລະ ​ໄດ້​ຍິງ​ຕໍ່ສູ້​ກັບຜູ້​ບັນຊາ​ການ​ຂອງ​ພວກ​ຫົວຮຸນ​ແຮງ​ທີ່​ມີ​ຊື່ວ່າ
Saddam ພ້ອມ​ກັນ​ກັບ​ພັກ​ພວກ​ຂອງ​ຜູ້​ກ່ຽວ.

ທ້າວ Saddam ​ໄດ້​ຖືກ​ຂ້າ​ຕາຍ ​ໃນ​ລະຫວ່າງ​ຍິງຕໍ່ສູ້​ເປັນ​ເວລາ​ເກືອບ​ຊົວ​ໂມງ​ໜຶ່ງ ​ໃນ​ຂະນະ​ທີ່ພັກ​ພວກ​ຂອງ​ຜູ້ກ່ຽວ 6 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ແລະ ຖືກ​ຈັບ​ກຸມ​. ພວກ​ເ​ຂົາກຳລັງ​ຖືກ​ສອບ​ສວນ​ຢູ່.

ຕຳຫລວດ​ກ່າວ​ວ່າ ທ້າວ Saddam ​ໄດ້​ຊ່ວຍ​ໃນ​ການວາງ​ແຜນ​ໂຈມ​ຕີ​ໂຮງຮຽນ ​ແລະ ຍັງ​ມີ​ສ່ວນ​ກ່ຽວຂ້ອງ​ໃນ​ການ​ໂຈມ​ຕີ ບັນດາ​ພະນັກງານ​ແພດ ທີ່ພວມສັກຢາ​ວັກ​ຊີ​ນປ້ອງ​ກັນ​ພະຍາດ polio ຢູ່​ໃນເຂດ​ຊົນ​ເຜົ່າ​ນັ້ນດ້ວຍ.

PAKISTAN TERRORISM CNPK
please wait

No media source currently available

0:00 0:01:53 0:00

XS
SM
MD
LG