ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ ​ໂດຍເຮືອບິນ ບໍ່ມີຄົນຂັບ ສຫລ ສັງຫານ ຮອງຜູ້ນຳກຸ່ມ al Qaida ໃນຊີເຣຍ


ພາບທີ່ໄດ້ນຳລົງໃນໜ້າ Twitter ຂອງກຸ່ມ Nusra Front ທີ່ພົວພັນກັບກຸ່ມກໍ່ການຮ້າຍ al-Qaida-linked, ສິຖຸນາ 14, 2016,
ພາບທີ່ໄດ້ນຳລົງໃນໜ້າ Twitter ຂອງກຸ່ມ Nusra Front ທີ່ພົວພັນກັບກຸ່ມກໍ່ການຮ້າຍ al-Qaida-linked, ສິຖຸນາ 14, 2016,

ການ​ໂຈມ​ຕີ​ດ້ວຍ​ເຮືອບິນບໍ່​ມີ​ຄົນ​ຂັບ ຫຼື Drone ທາງ​ພາກ​ເໜືອ​ຊີ​ເຣຍ ຫວ່າງ​ມໍ່ໆ​ມາ​ນີ້
​ໂດຍ​ສະຫະລັດ ​ຢູ່ໃນ​ແລະ​ກໍ​ອ້ອມແອ້ມແຂວງ Idlib ​ໄດ້​ສັງຫານຜູ້ນຳກຸ່ມ al Qaida
ຊຶ່ງມີ​ສ່ວນ​ໃນ​ການ​ວາງ​ແຜນການ​ໂຈມ​ຕີ ​ເມື່ອວັນ​ທີ 11 ກັນຍາ ​ທີ່​ນະຄອນ ນິວຢອກ
​ແລະ​ນະຄອນ​ວໍ​ຊີງ​ຕັນ.

ຫຼາຍ​ຊົ່ວ​ໂມງ​ຫຼັງຈາກ​ ການ​ໂຈມ​ຕີ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ​ກຸ່ມ jihad ໄດ້ຢືນຢັນ​ໃນ​
ຫຼາຍໆ websites ​ເຖິງ​ການ​ຕາຍ ຂອງ​ທ້າວ Abu al-Khayr al Masri ​ຊຶ່ງ​ໄດ້​ຖືກ​
ເລືອກ​ໃຫ້​ເປັນ​ຮອງ​ຜູ້ນຳ​ຂອງ​ກຸ່ມ​ກໍ່​ການ​ຮ້າຍດັ່ງກ່າວ ​ໃນ​ປີ​ກາຍ​ນີ້.

ບຸກຄົນ​ທີ່​ໃກ້​ຊິດ​ກັບ emir Ayman al-Zawahiri ຂອງກຸ່ມ al Qaida ຊຶ່ງ​ເປັນ​ຊາວ
​ອີ​ຈິບດ້ວຍ​ກັນ ​ແລະ​ເປັນ​ທັງ​ສາມີຂອງລູກ​ສາວ Osama bin Laden ​ໄວ 59 ປີ
​ທ້າວ al Masri ​ໄກ້ຖືກ​ສັງຫານ​ໂດຍ​ລູກ​ສອນ​ໄຟ ທີ່​ຍິງ​ໃສ່​ລົດ​ຂອງ​ລາວ ທີ່​ກຳລັງ
​ເດີນທາງຢູ່ນັ້ນ. ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ຢືນຢັນ ກ່ຽວ​ກັບການ​ໂຈມ​ຕີ ​ແຕ່​ບໍ່​ໄດ້​ບອກ​ວ່າ
​ແມ່ນ​ຜູ້​ໃດ​ແທ້ ທີ່​ເປັນ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ດັ່ງກ່າວ.

ພາບທີ່ນຳເຜີຍແຜ່ ໃນ Twitterຂອງກຸ່ມ al-Qaida ທີ່ເສື່ອມໂຍງກັບກຸ່ມກໍ່ການຮ້າຍ Nusra Front ໃນວັນທີ 1 ເມສາ, 2016, ທີ່ສະແດງ ພວກນັກຕໍ່ສູ້ຂອງກຸ່ມສາຂາ al-Qaida ໃນຊີເຣຍ.
ພາບທີ່ນຳເຜີຍແຜ່ ໃນ Twitterຂອງກຸ່ມ al-Qaida ທີ່ເສື່ອມໂຍງກັບກຸ່ມກໍ່ການຮ້າຍ Nusra Front ໃນວັນທີ 1 ເມສາ, 2016, ທີ່ສະແດງ ພວກນັກຕໍ່ສູ້ຂອງກຸ່ມສາຂາ al-Qaida ໃນຊີເຣຍ.

ວີ​ດີ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ອິນ​ເຕີ​ແນັຕ ​ໂດຍກຸ່ມ jihad ​ໄດ້​ສະ​ແດງ​ໃຫ້​ເຫັນລົດ​ເກງ 4 ປະຕູ ​ໄດ້​ຖືກ​ທຳລາຍ​ໃນ​ຂ້າງ​ທາງ ມັນ​ຍັງ​ມີ​ຮູ​ຂະໜາດ​ໃຫຍ່​ໃນ​ທາງ​ຫຼັງ​ຄາລົດ​ດ້ວຍ.

ຂ່າວ​ຂອງ​ການ​ເສຍ​ຊີວິດ​ຂອງ​ລາວ​ນີ້ ​ແມ່ນ​ໄດ້​ມີ​ລາຍ​ງານ​ເປັນ​ເທື່ອ​ທຳ​ອິດ ​ໂດຍ​ນັກວິ​ໄຈ Charles Lister ​ຜູ້​ຂຽນປື້​ມສົງຄາມ​ສັກສິດ​ຊີ​ເຣຍ ຫຼີ The Syrain Jihad. ທ່ານ​ໄດ້​ອະທິບາຍ​ເຖິງ​ການ​ຕາຍ​ນີ້ວ່າ “​ເປັນ​ຂ່າວ​ໃຫຍ່” ​ໂດຍຊີ້​ໃຫ້​ເຫັນ​ວ່າ ການ​ຕາຍ​ຂອງ​ກຸ່ມຈີ​ຮາດ ທີ່​ເປັນ​ສະມາຊິກ​ຂອງ​ກຸ່ມ​ກໍ່​ການ​ຮ້າຍລັບ​ເຊັ່ນ​ສະພາຄະນະ​ກຳມະການ Shura ນັບ​ຕັ້ງ​ແຕ່​ໄດ້​ປະກອບ​ຂຶ້ນ ​ໃນ​ທ້າຍ​ຊຸມ​ປີ 1980. “ທ້າວ Abu al-Khayr al Masri ​ແມ່ນ​ເປັນ​ຜູ້​ທີ່​ຈົງ​ຮັກ​ພັກດີ​ອັນ​ສູງ​ສຸດ,” ຊຶ່ງ​ທ່ານ Lister ​ໄດ້​ກ່າວ​ເພີ່ມ​ຕື່ມ​ວ່າ “ທ້າວ Abu al-Khayr ​ແມ່ນ​ເປັນ​ຜູ້​ຈັດການ​ປະຊຸມ ທີ່​ທາ​ງກຸ່ມ al Qaida ​ໄດ້​ວາງ​ແຜນການ​ໂຈມ​ຕີ ​ໃນວັນ​ທີ 11 ກັນຍາ.”

ພວກເດັກນ້ອຍ ຢູ່ລະບຽງ ໃນຕຶກທີ່ເພພັງ ຈາກການໂຈມຕີທາງອາກາດ ໃນຂົງເຂດທີ່ຄວມຄຸມໂດຍ ກຸ່ມຫົວຮຸນແຮງ ໃນເຂດ Ariha ຂອງແຂວງ Idlib, ຊີເຣນ, 27 ກຸມພາ, 2017.
ພວກເດັກນ້ອຍ ຢູ່ລະບຽງ ໃນຕຶກທີ່ເພພັງ ຈາກການໂຈມຕີທາງອາກາດ ໃນຂົງເຂດທີ່ຄວມຄຸມໂດຍ ກຸ່ມຫົວຮຸນແຮງ ໃນເຂດ Ariha ຂອງແຂວງ Idlib, ຊີເຣນ, 27 ກຸມພາ, 2017.

ທ່ານ Lister ຍັງໄດ້​ກ່າວຕື່ມ​ອີກ​ວ່າ “ການ​ເຂົ້າ​ໄປ​ຍັງ​ຊີ​ເຣຍ ຂອງ​ທ້າວ Abu al-Khayr
ແມ່ນ​ກາງ​ປີ 2015 ຂອງຄະນະ​ສູນ​ກາງຜູ້ນຳກຸ່ມ al Qaida ​ໃນ​ຊີ​ເຣຍ ຊຶ່ງ​ໃຊ້​ເປັນ​ບ່ອນ​
ຫລົບ​ລີ້ທີ່ອັນ​ສຳຄັນ. ທ້າວ Abu al-Khayr ​ໄດ້​ຕໍ່ສູ້​ຄຽງບ່າ​ຄຽງ​ໄລ່ ກັບ ທ້າວ bin
Laden ໃນ​ອັຟກາ​ນິສຖານ ​ແລະ​ຍັງ​ໄດ້​ໃຊ້​ເວລາ ຫຼາຍ​ກວ່າ 10 ປີ ​ໃນ​ຄຸກ ​ໃນ​ອີຣ່ານ
ແລະໄດ້​ລົບໜີ​ໄປ​ໄດ້ຫຼັງ​ຈາກ​ທີ່​ສະຫະລັດ ​ໄດ້​ເຂົ້າຍຶດ​ເອົາ ອັຟກາ​ນິສຖານ. ອີງ​ຕາມ
ບົດ​ຄວາມ Long War Journal ທີ່​ພິມ​ເຜີຍ​ແຜ່​ທາງ​ website ຂອງ​ມູນ​ນິທິ ທີ່​ມີ​ສຳນັກ
ງານ​ໃນ​ນະຄອນຫຼວງ​ວໍ​ຊີງ​ຕັນ ​ເພື່ອ​ການ​ປົກ​ປ້ອງ​ປະຊາທິປະ​ໄຕ, ຜູ້ກ່ຽວໄດ້​ຖືກ​ປ່ອຍ​
ໃນ​ປີ 2015 ເພື່ອ​ແລກ​ກັບ​ນັກ​ການ​ທູດ​ອີຣ່ານຄົນ​ນຶ່ງ ​ທີ່​ໄດ້​ຖືກ​ຈັບ​ຮຽກ​ຄ່າ​ໄຖ່ ​ໃນ​ເຢ​ເມນ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG