ການໂຈມຕີທີ່ສົງໄສວ່າມາຈາກເຮືອບິນບໍ່ມີຄົນຂັບຂອງສະຫະລັດ
ໄດ້ສັງຫານ ພວກຫົວຮຸນແຮງລັດອິສລາມຢ່າງໜ້ອຍ 17 ຄົນ ໃນ
ພາກຕາເວັນອອກຂອງອັຟການິສຖານບໍ່ດົນຫລັງຈາກກຸ່ມຫົວຮຸນ
ແຮງຈັດດັ່ງກ່າວ ໄດ້ຕັດຫົວ 7 ຄົນ ຢູ່ໃນບໍລິເວນດຽວກັນນັ້ນ.
ເຈົ້າໜ້າທີ່ແລະປະຊາຊົນ ກ່າວວ່າ ຄວາມຮຸນແຮງນີ້ໄດ້ເກີດຂຶ້ນຢູ່
ໃນເຂດເມືອງ Achin ແຂວງ Nangarhar ທີ່ມີຊາຍແດນຕິດກັບ
ປາກິສຖານ. ເມືອງທີ່ມີຄວາມວຸ້ນວາຍດັ່ງກ່າວ ແມ່ນເປັນບ່ອນ ທີ່
ກຸ່ມລັດອິສລາມໄດ້ເຂົ້າຄວບຄຸມ.
ທ່ານ Ataullah Khogyani ໂຄສົກເຈົ້າແຂວງໆ Nangarhar
ກ່າວຕໍ່ວີີ ໂອເອວ່າ ພວກກະບົດຕາລີບານ 6 ຄົນແມ່ນຮວມຢູ່ໃນຈຳນວນພວກທີ່ຖືກຕັດ
ຫົວໂດຍກຸ່ມ Daesh ຊຶ່ງເປັນໂຕຫຍໍ້ ໃນພາສາອາຮັບສຳລັບກຸ່ມລັດອິສລາມ. ໃນຂະນະ
ທີ່ມີການປະຫານຊີວິດນີ້ ທ່ານກ່າວວ່າ ເຮືອບິນທີ່ບໍ່ມີຄົນຂັບຂອງສະຫະລັດທີ່ບິນຢູ່ໃນບໍ
ລິເວນດຽວກັນ ກໍໄດ້ຍິງລູກສອນໄຟເຂົ້າໃສ່ ຊຶ່ງໄດ້ສັງຫານ ນັກລົບຂອງກຸ່ມ Daesh 17
ຄົນ ຮວມທັງຜູ້ບັນຊາການຫຼາຍຄົນ.
ແຫລ່ງຂ່າວແຈ້ງໃຫ້ວີໂອເອຊາບວ່າ ການຕັດຫົວດັ່ງກ່າວນີ້ມີຂຶ້ນໃນຕອນບ່າຍບໍ່ດົນຫລັງ
ຈາກພິທີສູດມົນພາວະນາໃນມື້ວັນສຸກ ຕໍ່ໜ້າພວກຊາວບ້ານໃນເຂດທ້ອງຖິ່ນ. ແຫຼ່ງຂ່າວ
ເວົ້າວ່າ ສະມາຊິກຄົນນຶ່ງຂອງກອງທັບແຫ່ງຊາດອັຟການິສຖານ ກໍຮວມຢູ່ໃນພວກທີ່ຖືກ
ປະຫານຊີວິດ. ແຕ່ທ່ານ Khogyani ບໍ່ໄດ້ໃຫ້ ການຢືນຢັນກ່ຽວກັບລາຍລະອຽດດັ່ງກ່າວ
ນັ້ນ.
ພວກຕາລີບານໄດ້ເປີດສາກໂຈມຕີຕໍ່ທີ່ໝັ້ນຂອງກຸ່ມລັດອິສລາມຢູ່ໃນສອງຫົວເມືອງໃກ້
ກັບເມືອງ Achin ໃນສັບປະດານີ້ ຊຶ່ງໄດ້ສັງຫານພວກນັກລົບ ຂອງ ກຸ່ມຫົວຮຸນແຮງຈັດ
ຫລາຍສິບຄົນແລະບັງຄັບໃຫ້ອີກຈຳນວນນຶ່ງຕ້ອງໄດ້ຫລົບໜີໄປ.
ນັບຕັ້ງແຕ່ໄດ້ມີການຕັ້ງທີ່ໝັ້ນຂຶ້ນຢູ່ໃນອັຟການິສຖານ ກຸ່ມຫົວຮຸນແຮງຈັດລັດອິສລາມກໍ
ມີຂ່າວໄດ້ຕັດຫົວພວກທີ່ຖືກຈັບໄດ້ຈຳນວນນຶ່ງ.