ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການໂຈມຕີ ຂອງເຮືອບິນ ບໍ່ມີຄົນຂັບ ສັງຫານ ທະຫານ ອັຟການິສຖານ 15 ຄົນ


ກຳລັງຮັກສາຄວາມສະຫງົບຄົນນຶ່ງ ຂອງອັຟການິສຖານ ພວມຍ່າງໜີ ຂະນະທີ່ຄວັນກຸ້ມຂຶ້ນ ຫຼັງຈາກພວກຕາລີບານ ໂຈມຕີເມືອງ Gereshk ແຂວງ Helmand ເມື່ອວັນທີ 9 ມີນາ ປີ 2016.
ກຳລັງຮັກສາຄວາມສະຫງົບຄົນນຶ່ງ ຂອງອັຟການິສຖານ ພວມຍ່າງໜີ ຂະນະທີ່ຄວັນກຸ້ມຂຶ້ນ ຫຼັງຈາກພວກຕາລີບານ ໂຈມຕີເມືອງ Gereshk ແຂວງ Helmand ເມື່ອວັນທີ 9 ມີນາ ປີ 2016.

ການ​ໂຈ​ມຕີ​ທາງ​ອາກາດ​ຕໍ່ຕ້ານພວກ​ກໍ່​ການ​ຮ້າຍ​ຂອງ​ສະຫະລັດ ​ໄດ້​ສັງຫານ​ກຳລັງ
ອັຟກາ​ນິສຖານ ດ້ວຍ​ຄວາມ​ຜິດພາດ ຢ່າງ​ໜ້ອຍ 15 ຄົນ​ ​ກະຊວງ​ປ້ອງ​ກັນ​ປະ​ເທດ​
ອັຟກາ​ນິສຖານ​ ​ໃຫ້ການ​ຢືນຢັນ ໃນ​ວັ​ນ​ເສົາ​ມື້ນີ້.

​ເຫດຮ້າຍການ​ໂຈມ​ຕີ​ຝ່າຍດຽວ​ກັນ ​ເກີດ​ຂຶ້ນ ​ໃນ​ວັນ​ສຸກ​ວານ​ນີ້ ຢູ່​ໃນ​ເຂດ​ເມືອງ Ge-
reshk ​ແຂວງ Helmand ບ່ອນ​ທີ່​ການ​ສູຸ້ລົບ​ກັນ ​ໄດ້​ລະ​ເບີດ​ຂຶ້ນຫລັງ​ຈາກພວກ​ກະ
ບົດຕາ​ລີ​ບານ ​ໄດ້ເປີດ​ສາກບຸກ​ໂຈມ​ຕີຄັ້ງ​ໃຫຍ່ ຕໍ່​ທີ່​ໝັ້ນຫຼາຍ​ແຫ່ງ ​ຂອງ​ລັດຖະບານ
ນຶ່ງ​ມື້ກ່ອນ​ນັ້ນ.

​ໂຄສົກ​ກະຊວງ​ປ້ອງ​ກັນ​ປ​ະ​ເທດ​ອັຟການິສຖານ ທ່ານ Dawlat Waziri ກ່າວວ່າ ທີ່
ໝັ້ນຂອງ​ລັດຖະບານ ​ໄດ້​ຖືກ​ໂຈມ​ຕີ​ໂດຍ​ລູກ​ສອນ​ໄຟ ທີ່​ຍິງ​ມາ​ຈາກ​ເຮືອບິນບໍ່​ມີ​ຄົນ
ຂັບ​ຂອງ​ສະຫະລັດ. ທ່ານ​ໄດ້​ກ່າວ ​ຕໍ່​ໂທລະພາບ TOLO ຊຶ່ງ​ເປັນ​ໂທລະພາບ​ທ້ອງ
​ຖິ່ນ​ໃນ​ວັນ​ເສົາ​ມື້ນີ້ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ນີ້ ໄດ້​ສັງຫານກຳລັງ​ອັຟກາ​ນິສຖານ​ຢ່າງ​
ໜ້ອຍ 15 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບຄົນນຶ່ງ.

ແຜນທີ່ ສະແດງໃຫ້ເຫັນແຂວງ Helmand ຂອງອັຟການິສຖານ
ແຜນທີ່ ສະແດງໃຫ້ເຫັນແຂວງ Helmand ຂອງອັຟການິສຖານ

ເຈົ້າ​ແຂວງ Hayatullah Hayat ກ່າວ​ຕໍ່​ວີ​ໂອ​ເອວ່າ ກຳລັງສະຫະລັດ ແລະ​ອັຟກາ
​ນິສຖານ​ພວມ​ໂຈມ​ຕີ​ທີ່​ໝັ້ນຂອງ​ພວກ​ກະບົດ​ຢູ່​ໃນ​ເຂດດັ່ງກ່າວ​ເວລາ​ຄ້າ​ຍທີ່​ຕັ້ງຂຶ້ນ​
ໃໝ່ໃນ​ເຂດ Sarband ຖືກ​ໂຈມ​ຕີ.

​ເຈົ້າໜ້າ​ທີ່​ກອງທັບ​ສະຫະລັດ ​ໃຫ້ການ​ຢືນຢັນ​ວ່າ ກຳລັງ​ຮັກສາຄວາມ​ສະຫງົບ​ໃນ​
ເຂດ​ທ້ອງ​ຖິ່ນ ທີ່​ເປັນ​ພັນທະ​ມິດ ກັບ​ຝ່າຍລັດຖະບານ ​ໄດ້​ຖືກ​ຂ້າ​ຕາຍ. ​ເຈົ້າໜ້າທີ່
ອອກ​ຖະ​ແຫຼງການ ​ເອີ້ນການ​ເສຍ​ຊີວິດ​ດັ່ງກ່າວ​ວ່າ “ບໍ່​ເປັນ​ຈັ່ງ​ໂຊກ” ​ແລະ​ໃຫ້​ຄຳ
​ໝັ້ນສັນຍາ​ທີ່​ຈະ​ທຳ​ການ​ສືບສວນ ​ເພື່ອ​ພິຈາລະນາ​ເບິ່ງ​ວ່າ​ແມ່ນ​ຫຍັງ​ຄື​ສາ​ເຫດ​ທີ່​
ພາ​ໃຫ້​ເກີດ​ຄວາມ​ຜິດພາດ​ນີ້.

ການ​ໂຈມ​ຕີຮ້າຍ​ແຮງມີ​ຂຶ້ນ ຫລັງ​ຈາກການ​ໂຈມ​ຕີ​ສະຫຼະຊີບ​ ຂອງ​ພວກ​ຕາລີ​ບານ ​
ໄດ້​ທຳລາຍ​ຄ້າຍ​ແຫ່ງ​ດຽວ​ກັນນີ້ ກ່ອນ​ທີ່​ພວກ​ກະບົດ ເປີດ​ສາກ​ບຸກ​ໂຈມ​ຕີ​ເຂດ​ດັ່ງ
ກ່າວ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ.

​ເຈົ້າ​ແຂວງ​ເວົ້າວ່າ ຄ້າຍ​ແຫ່ງ​ນີ້ຖືກສ້າງ​ຂຶ້ນມາ​ໃໝ່​ແລະ​ມີ​ການ​ສົ່ງ​ກຳລັງ​ອັຟກາ​ນິສ
ຖານ​ໄປ​ປະຈຳການ ກ່ອນ​ຈະ​ຖືກ​ໂຈມ​ຕີ​ໃນ​ຕອນ​ບ່າຍ​ວັນ​ສຸກ​ວານ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG