ຂອງ ສະຫະລັດ ໄດ້ໂຈມຕີ ແລະສັງຫານສາມຄົນ ຢູ່ຂົງເຂດ
ຊາວເຜົ່າໃກ້ກັບຊາຍແດນ ອັຟການິສຖານ.
ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ກ່າວວ່າ ເຫດການໄດ້
ເກີດຂື້ນໃນວັນຈັນ ຢູ່ໃນເຂດ Boya ທາງພາກເໜືອຂອງ
ແຂວງ Waziristan ຊຶ່ງເປັນທີ່ຊາບກັນວ່າ ເປັນທີ່ໝັ້ນທີ່ພົວ
ພັນກັບ ພວກຫົວຮຸ່ນແຮງ Taliban ແລະ al-Qaida.
ການໂຈມຕີໂດຍເຮືອບິນທີ່ບໍ່ມີຄົນຂັບຂອງ ສະຫະລັດ ເປັນທີ່ກຽດຊັງທີ່ສຸດໃນ ປາກິສຖານ. ປາກິສຖານ ໄດ້ຕິຕຽນຊໍ້າແລ້ວຊໍ້າອີກວ່າ ການໂຈມຕີໂດຍເຮືອບິນທີ່ບໍ່ມີຄັນຂັບ ຜິດກົດ ໝາຍ ແລະຝ່າຝືນອະທິປະໄຕຂອງຕົນ ແຕ່ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ການໂຈມຕີນີ້ເປັນເຄຶ່ອງມືອັນສໍາຄັນ ໃນການເອົາຊະນະພວກກໍ່ການຮ້າຍ.
ສະຫະລັດ ໄດ້ລົດຜ່ອນການໂຈມຕີດ້ວຍເຮືອບິນ ທີ່ບໍ່ມີຄົນຂັບນີ້ລົງໃນບໍ່ເທົ່າໃດເດືອນທີ່ຜ່ານມານີ້.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ