ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຜູ້ຕ້ອງສົງໄສ 2 ຄົນ ຖືກສັງຫານ ໃນການໂຈມຕີ ຢູ່ປາກິສຖານ


ນີ້ແມ່ນຮູບພາບຂອງເຮືອບິນທີ່ບໍ່ມີຄົນຂັບ ຫລື Drone ໄດ້ສັງຫານຜູ້ຕ້ອງສົງໄສວ່າເປັນພວກຫົວຮຸນແຮງ ຢ່າງໜ້ອຍ ສອງຄົນ ທີ່ພາກຕາເວນຕົກສຽງເໜືອຂອງປາກິສຖານ.
ນີ້ແມ່ນຮູບພາບຂອງເຮືອບິນທີ່ບໍ່ມີຄົນຂັບ ຫລື Drone ໄດ້ສັງຫານຜູ້ຕ້ອງສົງໄສວ່າເປັນພວກຫົວຮຸນແຮງ ຢ່າງໜ້ອຍ ສອງຄົນ ທີ່ພາກຕາເວນຕົກສຽງເໜືອຂອງປາກິສຖານ.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງປາ​ກິ​ສຖານ
ກ່າວ​ວ່າ ການ​ໂຈມ​ຕີໂດຍ​ເຄື່ອງ​ບິນ​ທີ່​ບໍ່ມີຄົນ​ຂັບ​ຂອງສະຫະລັດ ໄດ້​ສັງຫານ​ຜູ້​ຕ້ອງສົງ
ໄສວ່າ​ເປັນ​ພວກ​ຫົວ​ຮຸນ​ແຮງຢ່າງ​ໜ້ອຍສອງ​ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ ໄດ້​ເກີດ​ຂື້ນ​ໃນ​ວັນ​ເສົາ​ມື້ນີ້ ຢູ່​ເມືອງນຶ່ງ​ໃນ​ເຂດ
ຊົນເຜົ່າ Waziristan ​ໃຕ້ ທີ່​ມີຊາຍ​ແດນ​ຕິດ​ກັບອັຟກາ​ນິສຖານ.

ການ​ໂຈມຕີ​ໂດຍ​ເຄື່ອງບິນ​ທີ່ບໍ່ມີ​ຄົນ​ຂັບ ​ໄດ້ເປັນບັນຫາທີ່​ມີການ​ໂຕ້​ຖຽງ​ກັນ​ເພີີ້ມຂຶ້ນ
ລະຫວ່າງວໍ​ຊິງ​ຕັນແລະອິສລາ​ມາ​ບັດ. ຄວາມສໍາພັນ​ລະຫວ່າງ​ປະ​ເທດ​ພັນທະ​ມິດ
​ທັງ​ສອງ ໄດ້​ຊຸດ​ໂຊມ​ລົງ​ສູ່​ລະດັບ​ວິ​ກິດ​ການ ຫລັງ​ຈາກການ​ໂຈມ​ຕີ​ທາງ​ອາກາດ​ຂອງ
ສະຫະລັດໄດ້​ສັງຫານທະຫານປາ​ກິ​ສຖານ 24 ຄົນ​ ໃນ​ເດືອນ​ພະຈິກປີ​ກາຍ ຊຶ່ງ​ເປັນ
​ເຫດ​ໃຫ້ປາ​ກິ​ສຖານປິດ​ຊາຍ​ແດນ​ກັບອັ​ຟກາ​ນິສຖານ ບໍ່​ໃຫ້​ອົງການ​ເນ​ໂຕ້ຂົນ​ສຳພາ
ລະ ເຂົ້າ​ໄປ​ໃນ​ປະ​ເທດ​ດັ່ງກ່າວ​ໄດ້.

ປາ​ກິ​ສຖານ ​ໄດ້​ຮຽກຮ້ອງ​ໃຫ້​ສະຫະ​ຣັດ ຂໍ​ຂະ​ມາ​ໂທດ ​ກ່ຽວ​ກັບການ​ໂຈມ​ຕີ​ທາງ
​ອາກາດ​ໃນ​ເດືອນ​ພະຈິກ​ທີ່​ຜ່ານ​ມາ ​ແຕ່ວໍ​ຊິງ​ຕັນ ​ໄດ້​ປະຕິ​ເສດ.

ປາ​ກິ​ສຖານກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟນັ້ນ ​ແມ່ນ​ບໍ່​ສ້າງສັນ ຝ່າ​ຝືນ​ອະທິ
ປະ​ໄຕ​ຂອງປາ​ກິ​ສຖານ ສັງຫານປະຊາຊົນ ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຮູ້ສຶກຕໍ່ຕ້ານ​
ສະຫະລັດຫຼາຍຂຶ້ນ.

XS
SM
MD
LG