ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນ ບໍ່ມີຄົນຂັບ ສຫລ ສັງຫານ ພວກຫົວຮຸນແຮງ 11 ຄົນ ໃນ ປາກິສຖານ


ເຮືອບິນບໍ່ມີຄົນຂັບ
ເຮືອບິນບໍ່ມີຄົນຂັບ

ບັນດາເຈົ້າ​ໜ້າ​ທີ່ ​ຮັກສາຄວາມປອດໄພ ປາ​ກິ​ສຖານ ກ່າວ​ວ່າ
ການໂຈມຕີໂດຍ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບລຳ​ນຶ່ງຂອງສະຫະລັດ​ໃນ
ພາກ​ຕາເວັນຕົກສຽງເໜືອ​ ຂອງ ປາ​ກິ​ສຖານ ໄດ້ສັງຫານ​ພວກ​
ຫົວ​ຮຸນ​ແຮງ 11 ຄົນ.

ພວກ​ເຈົ້າ​ໜ້າທີ່ ກ່າວໃນ​ວັນ​ເສົາ​ມື້​ນີ້ວ່າ ລູກສອນ​ໄຟ​ສອງ​ລູກ ​ໄດ້​
ຍິງຖະຫລົ່ມ​ເຂົ້າ​ໄປ​ໃນ​ເຮືອນຫລັງ​ນຶ່ງ​ຢູ່ທີ່​ເມືອງ Datta Khel ໃນ
ເຂດ Waziristan ​ເໜືອໃກ້ ​ກັບ​ຊາຍ​ແດນອັຟກາ​ນິສຖານ.

​Waziristan ​ເໜືອເປັນ​ທີ່​ໝັ້ນຂອງພວກ​ຫົວ​ຮຸນ​ແຮງ​ທ້ອງ​ຖິ່ນ​ແລະ
​ຕ່າງ​ດ້າວ ທີ່​ໂຈມ​ຕີກຳລັງສະຫະລັດ ​ແລະອົງການ NATO ​ຢູ່ໃນ​
ອັ​ຟກາ​ນິສຖານ.

​ການ​ໂຈມ​ຕີ​ຂອງເຮືອບິ​ນທີ່ບໍ່​ມີ​ຄົນ​ຂັບສະຫະລັດ ​ເປັນ​ແຫລ່ງທີ່ມາໃນ​ຄວາມ​ເຄັ່ງ​ຕຶງ ລະ
ຫວ່າງວໍ​ຊິງ​ຕັນ ແລະອິສລາມາ​ບັດ. ລັດຖະບານປາ​ກິ​ສຖານ ຖືວ່າ ​ມັນ ເປັນ​ການ​ລະເມີດ ຕໍ່ອະທິປະໄຕຂອງ​ຕົນ.

​Pakistani security officials say a U.S. drone strike in northwestern Pakistan has killed 11 militants.

Officials said on Saturday that two missiles slammed into a house in the Datta Khel area of North Waziristan near the Afghan border.

North Waziristan is home base to local and foreign militants suspected of attacking U.S. and NATO forces in Afghanistan.

U.S. drone strikes are a serious source of tension between Washington and Islamabad. The Pakistan government regards them as a violation of the country's sovereignty.

XS
SM
MD
LG