ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໂຈມຕີ ໂດຍເຮືອບິນ ບໍ່ມີຄົນຂັບ ຂອງ ສຫລ ຢູ່ປາກິສຖານ ພາໃຫ້ມີການຮຽກຮ້ອງ ເລື້ອງຄວາມໂປ່ງໃສ


Renewed Calls for Transparency as US Drones Target Terrorists
please wait

No media source currently available

0:00 0:02:55 0:00

ນັບເປັນ​ເທື່ອ​ທຳ​ອິດ ​ທີ່​ເຮືອບິນ​ບໍ່​ມີ​ຄົນ​ຂັບຂອງ​ສະຫະລັດ ​ໄດ້​ໂຈມ​ຕີ​ປາ​ກິ​ສຖານ ຢູ່​ນອກ ເຂດຊາຍ​ແດນ ທີ່​ບ້ານ​ເມືອງ​ບໍ່​ມີ​ຂື່​ມີ​ແປ ຕິດກັບ​ອັຟກາ​ນິສຖານ ​ໂດຍສັງຫານ​ຜູ້ນຳ​ຂອງ ​ກຸ່ມ​ຕາ​ລິ​ບານ​ໃນອັຟກາ​ນິສຖານ ຢູ່ທີ່ແຂວງ Baluchistan ທາງ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ ຂອງ​ປະ​ເທດ​.

“ມັ​ນອາດ​ຈະ​ດີກ​ວ່າ ຖ້າ​ຫາກ​ປາ​ກິ​ສຖານ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ລາວ ຢູ່​ໃນ​ດິນ​ແດນ​ຂອງ​ ລາວ​ເອງ.” ນັ້ນ​ແມ່ນ​ຄຳ​ເວົ້າຂອງທ່ານ Umair Khan ພະນັກງານ​ລັດຖະບານປາ​ກິ​ສ ຖານ ທີ່ກ່າວ​ຕໍ່ວີ​ໂອ​ເອ “ມັນ​ຜິດ​ກົດໝາຍ ​ທີ່​ສະຫະລັດ ​ໄດ້ແນ​ເປົ້າ​ໝາຍ​ໃສ່​ລາວ​ຢູ່​ໃນ ປະ​ເ​ທດຂອງ​ພວກ​ເຮົາ.”

ປາ​ກິ​ສຖານ ​ໂຊມ​າ​ເລຍ ​ເຢ​ເມນ ຊຶ່ງ​ເປັນ​ປະ​ເທດ​ທີ່ສະຫະລັດ​ບໍ່​ໄດ້​ລັງ​ເລ​ໃຈ ທີ່​ຈະແນ​ເປົ້າ​ ໝາຍ​ໃສ່​ພວກ​ກໍ່ການຮ້າຍ ​ໃນ​ເວລາ ​ແລະ​ສະຖານ​ທີ່​ແຫ່ງ​ໃດ​ກໍ​ຕາມ​ທີ່​ຕົນເຫັນວ່າ​ ສົມຄວນ.

ພວກອາສາສະໝັກຢືນຢູ່ໃກ້ກັບລົດທີ່ຖືກທຳລາຍທີ່ ທ້່າວ Mullah Akhtar Mansour ໄດ້ໃຊ້ເດີນທາງ ຢູ່ໃນເຂດ Ahmed Wal ໃນແຂວງ Baluchistan ຊາຍແດນ Afghanistan.
ພວກອາສາສະໝັກຢືນຢູ່ໃກ້ກັບລົດທີ່ຖືກທຳລາຍທີ່ ທ້່າວ Mullah Akhtar Mansour ໄດ້ໃຊ້ເດີນທາງ ຢູ່ໃນເຂດ Ahmed Wal ໃນແຂວງ Baluchistan ຊາຍແດນ Afghanistan.

ພຽງ​ແຕ່​ຢູ່​ໃນ​ປາ​ກິ​ສຖານປະ​ເທດ​ດຽວ​ເທົ່າ​ນັ້ນ ສະຫະລັດ​ໄດ້ທຳການໂຈມ​ຕີທາງ ອາກາດ 391 ​ເທື່ອ​ນັບ​ແຕ່ປິ 2008 ​ເປັນຕົ້ນມາ​ອີງ​ຕາມ​ໜັງສືພິມ The Long Wall Journal ((http://www.longwarjournal.org/pakistan-strikes)). ຢູ່​ທີ່ປະ​ເທດເຢ​ເມນ ສະຫະລັດໄດ້​ໂຈມ​ຕີ​ເປົ້າໝາ​ຍທີ່​ເປັນ​ຜູ້ນຳກຸ່ມ​ຕາ​ລີ​ບານ​ແລະ ກຸ່ມ al-Qaida ທັງ​ໝົດ 145 ​ເທື່ອ​ນັບ​ແຕ່​ປີ 2002 ​ເປັນຕົ້ນມາ. ((http://www.longwarjournal.org/yemen-strikes/)).

​ໂຕ​ເລກ​ດັ່ງກ່າວ​ນີ້​ແມ່ນອີງ​ຕາມລາຍ​ງານ​ຂ່າວ.

ຊາວປາກິສຖານຢູ່ໃນເຂດ Waziristan ພາກັນປະທ້ວງການໂຈມຕີຈາກເຮືອບິນບໍ່ມີຄົນຂັບຂອງ ສະຫະລັດ.
ຊາວປາກິສຖານຢູ່ໃນເຂດ Waziristan ພາກັນປະທ້ວງການໂຈມຕີຈາກເຮືອບິນບໍ່ມີຄົນຂັບຂອງ ສະຫະລັດ.

ບັນດາ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ໄດ້​ຮຽກຮ້ອງໃຫ້​ເປີດ​ເຜີຍໂຕ​ເລກ​ມາ​ເປັນ​ເວລາ​ນານ​ແລ້ວ ເວລາ​ກ່າວ​ເຖິງ​ການ​ໂຈມ​ຕີ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ຈົນ​ກວ່າເມື່ອ​ບໍ່ດົນ​ມານີ້ ລັດຖະບານ​ ໄດ້​ປະ​ຕິ​ເສດ ​ແມ່ນ​ແຕ່​ຢືນຢັນເຖິງເລື້ອງ​ດັ່ງກ່າວ.

ທ່ານ​ນາງ Rita Siemion ຈາກ​ກຸ່ມ​ປົກ​ປ້ອງ​ສິດທິມະນຸດ Human Rights First ກ່າວ​ວ່າ “​ເມື່ອ​ເວົ້າ​ພຽງ​ແຕ່ວ່າເຊື່ອພວກ​ເຮົາ ພວກ​ເຮົາມີລະດັບ​ພື້ນຖານ ສູງ ພວກ​ເຮົາ​ດຳ​ເນີນ​ການ​ຢ່າງ​ດີ​ທີ​ສຸດ ​ເທົ່າ​ທີ່​ສາມາດເຮັດ​ໄດ້ ແຕ່ນັ້ນ​ບໍ່​ເປັນ​ທີ່​ພຽງພໍ ​ແລະ​ເຂົາ​ເຈົ້າ​ຕ້ອງການ​ຢາກໃຫ້ ມີ​ການ​ເປີດ​ເຜີຍ​ຕື່ມ​ອີກ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG