ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ຂອງສະຫະລັດ ສັງຫານ ກຸ່ມ Al-Shabab 150 ຄົນ ໃນ ໂຊມາເລຍ


ເຮຶອບິນທີ່ບໍ່ມີຄົນຂັບ ຂອງສະຫະລັດ ທີ່ເຫັນຢູ່ໃນຮູບພາບນີ້.
ເຮຶອບິນທີ່ບໍ່ມີຄົນຂັບ ຂອງສະຫະລັດ ທີ່ເຫັນຢູ່ໃນຮູບພາບນີ້.

ທຳນຽບຫ້າ​ແຈ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ
ຢູ່​ພາກ​ກາງ ​ໂຊ​ມາ​ລີ​ ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ al-Shabab
ຫລາຍ​ກວ່າ 150 ຄົນ ຜູ້ທີ່​ກຳລັງ​ກະກຽມການ​ໂຈມ​ຕີ​ຄັ້ງ​ໃຫຍ່.

​ໂຄສົກ​ທຳນຽບຫ້າແຈ ຮ້ອຍ​ເອກ Jeff Davis ກ່າວ​ຕໍ່​ບັນດາ​ນັກ
​ຂ່າວ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ໂຈມ​ຕີ​ໃນ​ທ້າຍ​ສັບປະດາ​ໄດ້ແນ
​ໃ​ສ່​ເປົ້າ​ໝາຍ ສູນ​ເຝິກ​ແອບ al-Shabab ປະມານ 195 ກິ​ໂລ​ແມັດ
ທາງ​ພາກ​ເໜືອ​ຂອງ​ນະຄອນຫລວງ Mogadishu. ທ່ານ​ກ່າວ​ວ່າ
​ເຮືອບິນ​ທີ່​ມີ​ຄົນ​ຂັບ ​ແລະ​ບໍ່​ມີ​ຄົນ​ຂັບ ​ໄດ້​ໃຊ້​ໃນ​ການ​ໂຈມ​ຕີ.

ຮ້ອຍ​ເອກ Davis ກ່າວ​ວ່າ ສະຫະລັດ ​ໄດ້​ຮູ້​ວ່າ​ພວກ​ນັກ​ລົບກຽມ
ພ້ອມ​ທີ່​ຈະ​ອອກ​ຈາກ​ສູນ​ເຝິກ​ແອບ ​ແລະ “ລໍ​ທີ່​ຈະ​ຂົ່ມຂູ່ໃນທຸກຂະນະ” ​ແກ່​ສະຫະລັດ ​ແລະ​ກຳລັງ​ສະຫະພາບ​ອາ​ຟຣິກາ ​ຢູ່ໃນ​ໂຊ​ມາເລຍ.

ທ່ານ​ກ່າວ​ວ່າ “ການ​ສັ່ງ​ຊາ​ຂັ້ນ​ຕົ້ນ​ມີ​ພວກ​ກໍ່​ການ​ຮ້າຍ ຫລາຍ​ກວ່າ 150 ຄົນ​ໄດ້​ຖືກ​ກວດ​ລ້າງ” ​ໃນ​ການ​ໂຈມ​ຕີ.

ຜູ້​ບັນຊາ​ການ​ທະຫານ​ໂຊ​ມາລີ ຢູ່​ໃນ​ຂົງ​ເຂດ ພັນ​ເອກ Mohamed Omar ​ໄດ້​ໃຫ້​ຈຳນວນການ​ຕາຍ​ຂອງ​ພວກ​ຫົວ​ຮຸນ​ແຮງ​ວ່າ 69 ຄົນ ​ແລະ 42 ຄົນ​ໄດ້​ຮັບ​ບາດ​ເຈັບ ອ້າງ​ອີງ​ຈາກ​ລາຍ​ງານຂອງຊາວບ້ານ​ທ້ອງ​ຖິ່ນ. ພັນ​ເອກ Omar ກ່າວ​ເພີ້​ມ​ເຕີມວ່າ ທ່ານ​ຄາດ​ວ່າ​ຈຳນວນ​ການ​ເສ​ຍຊີວິດ​ຈະ​ເພີ້​ມຂື້ນ.

ບັນດາ​ຜູ້​ເຫັນ​ເຫດການ ກ່າວ​ຕໍ່ ວີ​ໂອ​ເອ ຜະ​ແນ​ກພາສາ ​ໂຊມາລີ ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ໄດ້​ຖືກ​ເປົ້າ​ໝາຍ​ສູນ​ເຝິກ​ແອບ Raso ຂອງ al-Shabab ລະຫວ່າງ​ບັນດາໜູ່ບ້ານ Dharyiow ​ແລະ El-Dibi ຢູ່​ໃນ​ພາກ​ກາງຂອງ​ຂົງ​ເຂດ Hiran. ບັນດາ​ຜູ້ເຫັນ​ເຫດການກ່າວ​ວ່າ ​ເຮືອບິນ​ໄດ້​ບິນ​ຜ່ານສູນ​ເຝິກ​ແອບ​ສອງເທຶ່ອ ຍິງ​ສູ​ກສອນ​ໄຟ​ສາມ​ເທື່ອ​ໃນ​ແຕ່​ລະ​ຄັ້ງ.

XS
SM
MD
LG