ເຮືອບິນທີ່ບໍ່ມີຄົນຂັບລຳນຶ່ງຂອງສະຫະລັດ ໄດ້ແນ່ເປົ້າໝາຍໃສ່ແລະສັງຫານຜູ້ນຳກຸ່ມ
ຫົວຮຸນແຮງຕາລິບານໃນປາກິສຖານ ຢູ່ທີ່ແຂວງຊາຍແດນທາງພາກຕາເວັນອອກຂອງ
ອັຟການິສຖານ ທີ່ເຈົ້າໜ້າທີ່ທະຫານສະຫະລັດ ແລະແຫຼ່ງສືບລັບທ້ອງຖິ່ນ ໄດ້ໃຫ້ການ
ຢືນຢັນຕໍ່ວີໂອເອ.
ເຈົ້າໜ້າທີ່ສະຫະລັດ ຜູ້ທີ່ບໍ່ປະສົງອອກຊື່ ກ່າວວ່າ ການໂຈມຕີໃນຕອນແລງວັນພຸດທີ່
ຜ່ານມາ ໄດ້ແນເປົ້າໝາຍໃສ່ ທ້າວມູລລາ ຟາສລູລລາ ຫົວໜ້າ ກຸ່ມນອກກົດໝາຍ
ເຕີຣິກ-ອີ-ຕາລີບານປາກິສຖານ ທີ່ເອີ້ນຫຍໍ້ວ່າ TTP ທີ່ພວມຫລົບລີ້ ຢູ່ໃນແຂວງກູນາ
ຂອງອັຟການິສຖານ.
ແຫຼ່ງສືບລັບຢູ່ໃນປາກິສຖານ ທີ່ເປັນເພື່ອນບ້ານ ໄດ້ໃຫ້ການຢືນຢັນຕໍ່ວີໂອເອ ໃນວັນ
ສຸກມື້ນີ້ ກ່ຽວກັບການໂຈມຕີໂດຍເຮືອບິນບໍ່ມີຄົນຂັບນັ້ນວ່່າ ມີຂຶ້ນໃນເຂດພູຜາມາຣາ
ວານາ ທີ່ເຊື່ອມຕໍ່ແຂວງກູນາ ກັບປະເທດປາກິສຖານ.
ຫົວໜ້າກຸ່ມ TTP ທີ່ຫລົບລີ້ໜີກົດໝາຍ ໄດ້ອອກຈາກສູນກາງຂອງກຸ່ມຫົວຮຸນແຮງ ທີ່ຮູ້
ກັນໃນຊື່ ເຂດບາໃຈ ມາຣກາສ ກ່ອນທ່ຽງຄືນໜ້ອຍນຶ່ງ ຫຼັງຈາກໄດ້ຮ່ວມສັງສັນກິນເຂົ້າ
ແລງກັບບັນດາຜູ້ບັນຊາການຫຼາຍຄົນ. ແຫຼ່ງຂ່າວກ່າວວ່າບໍ່ດົນຫຼັງຈາກ ທ້າວຟາສລູລ
ລາ ໄດ້ຂຶ້ນລົດ ລູກສອນໄຟໄດ້ຍິງມາຈາກເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໃສ່ພວກ
ເຂົາເຈົ້າ.
ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໄດ້ສັງຫານບັດາຜູ້ບັນຊາການກຸ່ມ TTP ຫ້າຄົນ
ແລ້ວ ຮວມທັງທ້າວຟາສລູລລາ ແລະຫຼາຍຊົ່ວໂມງຕໍ່ມາ ບັນດາເພື່ອນພວກຫົວຮຸນ
ແຮງ ກໍພາກັນຝັງສົບເຂົາເຈົ້າຢ່າງງຽບໆ ຢູ່ໃນປ່າຊ້າທີ່ຢູ່ໃກ້ໆນັ້ນ.
ໂຄສົກຂອງກຸ່ມ TTP ບໍ່ໄດ້ໃຫ້ຄຳເຫັນໃດໆໃນທັນທີ່ຕໍ່ການສັງຫານຫົວໜ້າເຂົາເຈົ້າ
ແຕ່ແຫຼ່ງຂ່າວສືບລັບ ກ່າວຕໍ່ວີໂອເອວ່າ ກຸ່ມຫົວຮຸນແຮງໄດ້ຈັດປະຊຸມເພື່ອຈະແຕ່ງຕັ້ງຜູ້ເຂົ້າຮັບໜ້າທີ່ແທນທ້າວຟາສລູລລາ.
“ກຳລັງທະຫານສະຫະລັດ ໄດ້ທຳການໂຈມຕີ ຕໍ່ການພວກກໍ່ການຮ້າຍ ໃນວັນທີ 13
ມິຖຸນາ ໃນແຂວງກູນາ ໃກ້ກັບຊາຍແດນລະຫວ່າງອັຟການິສຖານ ແລະປາກິສຖານ
ຊຶ່ງໄດ້ແນເປົ້າໝາຍໃສ່ຜູ້ນຳອາວຸໂສຄົນນຶ່ງຂອງກຸ່ມທີ່ຖືກລະບຸວ່າເປັນ ອົງການກໍ່
ການຮ້າຍ” ນັ້ນຄືຄຳເວົ້າ ຂອງໂຄສົກກຳລັງທະຫານສະຫະລັດໃນອັຟ ການິສຖານ
ພັນໂທມາຕິນ ໂອ ດອນແນລ ຊຶ່ງທ່ານຍັງໄດ້ກ່າວຕໍ່ ວີໂອເອ ໃນ ວັນວັນພະຫັດວານ
ນີ້ ໂດຍບໍ່ໄດ້ລະບຸຢ່າງເຈາະຈົງວ່າ ທ້າວຟາສລູລລາເປັນເປົ້າໝາຍ.
ບັນດາເຈົ້າໜ້າທີ່ທຳນຽບຫ້າແຈ ໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນໃດໆໃນເວລານັ້ນ
ກ່ຽວກັບວ່າ ການໂຈມຕີເປັນຜົນສຳເລັດຫຼືບໍ່.