ສະຫະລັດ ແມ່ນກຳລັງອອກຈາກ ຊີເຣຍ, ຈະບໍ່ເສຍເລືອດເນື້ອ ແລະ ຊັບສົມບັດໃນປະເທດທີ່ຖືກທຳລາຍໂດຍສົງຄາມກາງເມືອງໃນເວລານີ້ ໃນເມື່ອ ເມືອງຫຼວງທີ່ຖືກປະກາດຂຶ້ນມາເອງ ຂອງກຸ່ມລັດອິສລາມ ແມ່ນໄດ້ຫາຍໄປແລ້ວ.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດການຕັດສິນໃຈຂອງທ່ານຢູ່ທຳນຽບຂາວໃນວັນພຸດວານນີ້ໂດຍກ່າວວ່າ ດ້ວຍການຢຸດຍິງທີ່ ສະຫະລັດ ເປັນຜູ້ຈັດແຈງລະຫວ່າງ ເທີກີ ກັບກອງກຳລັງຊາວເຄີດ ທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ໃນພາກຕາເວັນອອກສຽງເໜືອຂອງ ຊີເຣຍ ຍັງຄົງດຳເນີນຢູ່ນັ້ນ, ຄວາມຮັບຜິດຊອບສຳລັບສັນຕິພາບໃນພາກພື້ນຄວນຖືກປ່ອຍໃຫ້ເປັນຂອງຜູ້ອື່ນ.
ທ່ານ ທຣຳ ໄດ້ກ່າວ ກ່ຽວກັບ ຄວາມພະຍາຍາມຂອງສະຫະລັດ ເພື່ອສິ້ນສຸດການຕໍ່ສູ້ລະຫວ່າງ ເທີກີ, ເຊິ່ງແມ່ນພັນທະມິດໃນອົງການ NATO ກັບ ກອງກຳລັງປະຊາທິປະໄຕ ຫຼື SDF ທີ່ມີສະມາຊິກເປັນຊາວ ເຄີດ ຊີເຣຍ ສ່ວນໃຫຍ່, ຜູ້ທີ່ໄດ້ເປັນຄູ່ຮ່ວມທີ່ສຳຄັນໃນການຕໍ່ສູ້ທີ່ນຳໜ້າໂດຍ ສະຫະລັດ ເພື່ອເອົາຊະນະກຸ່ມລັດອິສລາມວ່າ “ພວກເຮົາໄດ້ຮັບໃຊ້ເຂົາເຈົ້າຫຼາຍແລ້ວ.”
ທ່ານໄດ້ກ່າວວ່າ “ນີ້ແມ່ນຜົນທີ່ຖືກສ້າງຂຶ້ນໂດຍພວກເຮົາ, ປະເທດ ສະຫະລັດ ແລະ ບໍ່ມີຄົນອື່ນອີກ. ຕອນນີ້ພວກເຮົາຈະອອກໄປ ໃຫ້ຄົນອື່ນຕໍ່ສູ້ເອົາຂີ້ດິນຊາຍທີ່ເປື້ອນເລືອດມາດົນນານນີ້ແທນ.”
ການປະກາດຂອງທ່ານ ທຣຳ ໄດ້ມີຂຶ້ນຫຼາຍຊົ່ວໂມງຫຼັງຈາກ ເທີກີ ໄດ້ຮັບປະກັນ ສະຫະລັດ ວ່າ ການຕໍ່ສູ້ທາງທະຫານຂອງປະເທດໃນພາກຕາເວັນອອກສຽງເໜືອຂອງ ຊີເຣຍ, ທີ່ເພັ່ງເລັງໃສ່ການກຳຈັດພວກນັກຮົບຊາວ ເຄີດ ອອກຈາກເຂດຊາຍແດນ ເທີກີກັບຊີເຣຍ, ເຊິ່ງລັດຖະບານ ອັງກາຣາ ໄດ້ພິຈາລະນາເຂົາເຈົ້າວ່າ ເປັນພວກກໍ່ການຮ້າຍນັ້ນ, ແມ່ນໄດ້ຈົບລົງແລ້ວ.
ປະຕິກິລິຍາເບື້ອງຕົ້ນຈາກບັນດາເຈົ້າໜ້າທີ່ຊາວ ເຄີດ ຊີເຣຍ ແມ່ນມິດງຽບ.
ໃນຖະແຫຼງການສະບັບນຶ່ງທີ່ປະກາດລົງໃນສື່ສັງຄົມນັ້ນ, ຜູ້ບັນຊາການກອງກຳລັງ SDF ນາຍພົນ ມາສລູມ ອັບດີ ໄດ້ຂອບໃຈທ່ານ ທຣຳ “ສຳລັບຄວາມພະຍາຍາມທີ່ບໍ່ຮູ້ຈັກເມື່ອຍຂອງທ່ານ ທີ່ໄດ້ຢຸດການໂຈມຕີອັນໂຫດຮ້າຍຂອງ ເທີກີ” ແລະ ສຳລັບຄຳສັນຍາ ກ່ຽວກັບ ການສະໜັບສະໜູນຢ່າງຕໍ່ເນື່ອງຂອງ ສະຫະລັດ.
ແຕ່ທ່ານ ອັບດີ ຍັງໄດ້ກ່າວວ່າ ທ່ານໄດ້ໃຊ້ເວລາອະທິບາຍ ກ່ຽວກັບ “ການລ່ວງລະເມີດຂອງ ເທີກີ” ໃນລະຫວ່າງການຢຸດຕໍ່ສູ້ທຳອິດຫ້າວັນ ທີ່ໄດ້ສິ້ນສຸດລົງໃນວັນອັງຄານວານນີ້.
ໃນຂະນະທີ່ຫຼາຍຊົ່ວໂມງໄດ້ຜ່ານໄປ, ເຈົ້າໜ້າທີ່ຊາວ ເຄີດ ຄົນອື່ນໆກໍໄດ້ສະແດງຄວາມບໍ່ພໍໃຈຍິ່ງຂຶ້ນ.