ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງຍຸຕິທຳ ຈະສືບສວນ ການກ່າວອ້າງ ຂອງ ປ. ທຣຳ ກ່ຽວກັບ ອົງການ FBI


ຮອງລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ ທ່ານຣອດ ໂຣເຊັນສະໄຕນ໌ ອອກຈາກກອງປະຊຸມ ທີ່ທຳນຽບຂາວ ໃນວໍຊີງຕັນ, 21 ພຶດສະພາ, 2018.
ຮອງລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ ທ່ານຣອດ ໂຣເຊັນສະໄຕນ໌ ອອກຈາກກອງປະຊຸມ ທີ່ທຳນຽບຂາວ ໃນວໍຊີງຕັນ, 21 ພຶດສະພາ, 2018.

ກະຊວງຍຸຕິທຳສະຫະລັດ ຈະຂະຫຍາຍການສືບສວນຂອງຕົນ ກ່ຽວກັບການແຊກແຊງ ຂອງຣັດເຊຍ ເຂົ້າໃນການເລືອກຕັ້ງ ປິ 2016 ຂອງສະຫະລັດໂດຍຈະຮວມເອົາການ
ກ່າວອ້າງ ຂອງປະທານາທິບໍດີ ດໍໂນລ ທຣຳ ເຂົ້ານຳທີ່ວ່າ ອົງການສັນຕິບານກາງ ຫຼື
FBI ໄດ້ສົ່ງພວກໃຫ້ຂ່າວເຂົ້າໄປສອດແນມເບິ່ງການໂຄສະນາຫາສຽງ ຂອງທ່ານ ອີງຕາມ
ຄຳຖະແຫຼງຂອງທຳນຽບຂາວໃນວັນຈັນວານນີ້.

ການປະກາດດັ່ງກ່າວ ມີຂຶ້ນ ຫລັງຈາກທ່ານທຣຳ ທວງໃຫ້ມີການສືບສວນແລະການ
ພົບປະຂອງທ່ານໃນວັນຈັນວານນີ້ ກັບຮອງລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ
ທ່ານຣອດ ໂຣເຊັນສະໄຕນ໌ ແລະຜູ້ອຳນວຍການອົງການສັນຕິບານກາງ ທ່ານຄຣິສໂຕ
ເຟີ ເຣ.

ນອກນັ້ນ ທຳນຽບຂາວຍັງກ່າວວ່າ ກະຊວງຍຸຕິທຳຈະເຮັດວຽກຮ່ວມກັບພວກຜູ້ນຳລັດ
ຖະສະພາ ເພື່ອທົບທວນເບິ່ງ ເອກກະສານ “ລັບ ທີ່ມີສຳຄັນສູງ” ທີ່ ພົວພັນກັບການ
ກ່າວອ້າງຂອງລັດຖະບານທ່ານທຣຳທີ່ວ່າ ມີບາງຄົນໄດ້ສອດແນມເບິ່ງການໂຄສະນາ
ຫາສຽງຂອງທ່ານ.

ທ່ານໂຣເຊັນສະໄຕນ໌ ກ່າວກ່ອນການພົບປະກັບປະທານາທິບໍດີທຣຳວ່າ “ຖ້າບຸກຄົນໃດ
ກໍຕາມໄດ້ແຊກຊຶມຫຼືເຂົ້າຮ່ວມໃນການຕິດຕາມກວດກາເບິ່ງການໂຄສະນາຫາສຽງ
ຂອງປະທານາທິບໍດີ ໃນຈຸດປະສົງ ທີ່ບໍ່ຖືກຕ້ອງເໝາະສົມແລ້ວ ພວກເຮົາຕ້ອງໄດ້ຮູ້
ກ່ຽວກັບເລື້ອງນີ້ ແລະເອົາມາດຕະການທີ່ເໝາະສົມ.”

ຜູ້ອຳນວຍການ ຂອງອົງການສັນຕິບານກາງ ຫຼື FBI ທ່ານຄຣິສໂຕເຟີ ວເຣ (Christopher Wray), ຂວາ, ເດີນທາງອອກຈາກທຳນຽບຂາວ ໃນວໍຊີງຕັນ, 21 ພຶດສະພາ 2018.
ຜູ້ອຳນວຍການ ຂອງອົງການສັນຕິບານກາງ ຫຼື FBI ທ່ານຄຣິສໂຕເຟີ ວເຣ (Christopher Wray), ຂວາ, ເດີນທາງອອກຈາກທຳນຽບຂາວ ໃນວໍຊີງຕັນ, 21 ພຶດສະພາ 2018.

ທ່ານທຣຳ ໄດ້ກ່າວຫາອົງການ FBI ຂອງລັດຖະບານອະດີດປະທານາທິບໍດີບາຣັກ
ໂອບາມາ ວ່າ ໄດ້ສົ່ງສອດແນມ ເຂົ້າໄປຢູ່ໃນຄະນະໂຄສະນາຫາສຽງຂອງທ່ານ ເພື່ອຈຸດປະສົງທາງການເມືອງ ໂດຍເອີ້ນການກະທຳດັ່ງກ່າວນີ້ວ່າ“ຂ່າວນອງນັນ
ທາງການເມືອງທີ່ໃຫຍ່ທີ່ສຸດ ໃນທຸກເວລາ.”

ບົດບາດທີ່ແທ້ຈິງຂອງພວກແຈ້ງຂ່າວ ກໍຄືໂອ້ລົມກັບທີ່ປຶກສາຄະນະໂຄສະນາຫາສຽງ
ຂອງທ່ານທຣຳ 2 ຄົນ ທີ່ສົງໄສວ່າ ໄດ້ຕິດຕໍ່ກັບພວກຣັດເຊຍ. ຍັງບໍ່ ມີຫຼັກຖານໃດໆ
ສະແດງໃຫ້ເຫັນວ່າ ອົງການ FBI ໄດ້ດຳເນີນການແບບຜິດກົດໝາຍ.

ອົງການຂ່າວຫຼາຍໆອົງການໄດ້ລະບຸວ່າ ສຕີຟານ ຮາລເພີ ສາດສະດາຈານທີ່ເກີດ
ຢູ່ອາເມຣິກາ ອາຍຸ 73 ປີ ຢູ່ມະຫາວິທະຍາໄລເຄມບຣິຈ ຂອງອັງກິດ ທີ່ເຮັດວຽກມາ
ເປັນເວລາຫຼາຍທົດສະວັດ ກັບລັດຖະບານຊຸດອື່ນໆຂອງພັກຣີພັບບລີກັນ 3 ລັດຖະ
ບານດ້ວຍກັນ.

ທ່ານເນດ ໄພຣສ໌ ທີ່ຢູ່ໃນຄະນະທີ່ປຶກສາດ້ານດ້ານຄວາມໝັ້ນຄົງແຫ່ງຊາດຂອງລັດ
ຖະບານປະທານາທິບໍດີໂອບາມາ ກ່າວຕໍ່ອີໂອເອວ່າ ການກ່າວຫາ ວ່າມີການສອດແນມ
ຂອງທ່ານທຣຳ ຕໍ່ຄະນະໂຄສະນາຫາສຽງຂອງທ່ານນັ້ນແມ່ນເປັນໄພອັນຕະລາຍຕໍ່
ລະບອບປະຊາທິປະໄຕຂອງອາເມຣິກັນ.

ທ່ານໄພຣສ໌ ກ່າວວ່າ “ປະທານາທິບໍດີທັບມ້າງເຄື່ອງກີດກັ້ນ ລະຫວ່າງນະໂຍບາຍ
ແລະເຈົ້າໜ້າທີ່ປະຕິບັດກົດໝາຍ ຊຶ່ງເປັນອົງການປະກອບທີ່ຂາດບໍ່ໄດ້ ໃນການປົກ
ຄອງດ້ວຍຕົວບົດກົດໝາຍ ແລະທ່ານໄດ້ດຳເນີນການດັ່ງກ່າວເພື່ອຈຸດປະສົງ
ສຳລັບຕົວທ່ານເອງ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຜູ້ອຳນວຍການອົງການ FBI ທ່ານ ໂຣເບີຣ໌ດ ມັລເບລີ (Robert Mueller) ໃຫ້ປາກຄຳທີ່ລັດຖະສະພາ, 13 ມິຖຸນາ 2013.
ຜູ້ອຳນວຍການອົງການ FBI ທ່ານ ໂຣເບີຣ໌ດ ມັລເບລີ (Robert Mueller) ໃຫ້ປາກຄຳທີ່ລັດຖະສະພາ, 13 ມິຖຸນາ 2013.

XS
SM
MD
LG