ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ບໍ່ຢາກຕັດຂາດກັບ ຈີນ ໃນດ້ານການຄ້າ


ກຳປັ່ນບັນທຸກຕູ້ຄອນເທນເນີ Ever Far, ຊ້າຍ, ເດີນທາງຜ່ານເຈົ້າໜ້າທີ່ທ່າເຮືອໃນທ່າເຮືອ ຊາວານນາ, ເມືອງ ຊາວານນາ, ລັດ ຈໍເນຍ. 29 ກັນຍາ, 2021.
ກຳປັ່ນບັນທຸກຕູ້ຄອນເທນເນີ Ever Far, ຊ້າຍ, ເດີນທາງຜ່ານເຈົ້າໜ້າທີ່ທ່າເຮືອໃນທ່າເຮືອ ຊາວານນາ, ເມືອງ ຊາວານນາ, ລັດ ຈໍເນຍ. 29 ກັນຍາ, 2021.

ສະຫະລັດ ພະຍາຍາມທີ່ຈະເຮັດຕາມແຜນຍຸດທະສາດ ກ່ຽວກັບ ວິທີທີ່ເຂົາເຈົ້າ “ຈະປັບປຸງໃໝ່” ສາຍພົວພັນດ້ານການຄ້າ ຂອງເຂົາເຈົ້າກັບ ຈີນ, ແຕ່ບໍ່ໄດ້ມີຄວາມສົນໃຈ ໃນການ “ແຍກຕົວ” ຂະໜາດໃຫຍ່ ຫຼື “ຕັດຂາດ” ດ້ານການຄ້າ, ອີງຕາມການກ່າວຂອງທູດການຄ້າ ສະຫະລັດ ທ່ານນາງ ແຄເທີຣິນ ທາຍ (Katherine Tai) ໃນການສຳພາດໃນອາທິດນີ້.

ທ່ານນາງ ທາຍ ໄດ້ກ່າວຄຳປາໄສໃນປະເທດ ສິງກະໂປ, ບ່ອນທີ່ທ່ານນາງໄດ້ເດີນທາງໄປເພື່ອປຶກສາຫາລື ກ່ຽວກັບ ໂຄງຮ່າງເສດຖະກິດ ອິນໂດ-ປາຊີຟິກຂອງລັດຖະບານທ່ານ ໄບເດັນ. ຈຸດປະ ສົງຂອງໂຄງຮ່າງດັ່ງກ່າວ, ທ່ານນາງໄດ້ເວົ້າວ່າ “ແມ່ນເພື່ອອະນຸຍາດໃຫ້ ສະຫະລັດ ແລະ ຄູ່ທີ່ມີຄວາມຄິດຄືກັນທີ່ສຸດຂອງພວກເຮົາໃນພາກພື້ນນີ້ສາມາດທີ່ຈະເຮັດວຽກຮ່ວມກັນໃນບັນຫາເສດຖະກິດທີ່ສຳຄັນ ແລະ ສິ່ງທ້າທາຍໃນໂລກທີ່ກຳລັງເກີດຂຶ້ນ. ແລະ ໃນນັ້ນລວມມີການເຮັດວຽກຮ່ວມກັນເພື່ອສົ່ງເສີມຄວາມຍືດຢຸ່ນ ແລະ ຄວາມໝັ້ນຄົງສຳລັບເສດຖະ ກິດຂອງພວກເຮົາເອງ, ແລະ ພ້ອມກັນນັ້ນຜ່ານການເປັນຄູ່ຮ່ວມໃນເສດຖະກິດຂອງກັນແລະກັນ.”

ທ່ານນາງ ທາຍ ໄດ້ໃຫ້ຄຳເຫັນຂອງທ່ານນາງໃນການສຳພາດກັບໂທລະພາບ Bloomberng.

ການເດີນທາງໄປ ສິງກະໂປ ຂອງທ່ານນາງ ທາຍ ໄດ້ມີຂຶ້ນພຽງບໍ່ເທົ່າໃດວັນຫຼັງຈາກທ່ານນາງໄດ້ກ່າວຕໍ່ລັດຖະ ສະພາ, ໃນການໃຫ້ການຕໍ່ຄະນະກຳມະການພາ​ສີ​ຂອງສະພາຕໍ່າ, ວ່າມັນເຖິງເວລາແລ້ວສຳລັບ ສະຫະລັດ ທີ່ຈະປະເມີນຄືນ ກ່ຽວກັບ ວິທີທີ່ເຂົາເຈົ້າຮັບມືກັບ ຈີນ ​ໃນ​ຖາ​ນະ​ທີ່​ເປັນຄູ່ຮ່ວມການຄ້າ.

ທ່ານນາງໄດ້ກ່າວຕໍ່ບັນດາສະມາຊິກສະພາວ່າ, ມາດຕະການຕ່າງໆທີ່ໄດ້ໃຊ້ໃນອະດີດ, ລວມທັງການເກັບພາສີ ຕໍ່ລະບອບການປົກຄອງດັ່ງກ່າວ ທີ່ວາງອອກໂດຍລັດຖະບານທ່ານ ທຣຳ, ແມ່ນບໍ່ສາມາດທີ່ຈະເຮັດໃຫ້ ຈີນ ເປີດຕະຫຼາດຂອງເຂົາເຈົ້າຕໍ່ສິນຄ້າ ສະຫະລັດ ແລະ ເພື່ອຫຼີກລ່ຽງການປະພຶດຕໍ່ຕ້ານການແຂ່ງຂັນ.

ໃນການສຳພາດເມື່ອວັນອັງຄານທີ່ຜ່ານມາ, ທ່ານນາງ ສາຍ ໄດ້ກ່າວວ່າ ສະຫະລັດ ອາດຕ້ອງໄດ້ໃຊ້ “ເຄື່ອງມືອື່ນໆ” ເພື່ອທີ່ຈະປັບສາຍພົວພັນຂອງເຂົາເຈົ້າກັບ ຈີນ ໃຫ້ເໝາະສົມ.

ເມື່ອຖືກຖາມ ກ່ຽວກັບ ເຄື່ອງມືອື່ນໆອາດເປັນແນວໃດນັ້ນ,​ ທ່ານນາງໄດ້ກ່າວວ່າ, “ຂ້າພະເຈົ້າຄິດວ່າມັນບໍ່ກ່ຽວກັບ ສິ່ງທີ່ພວກເຮົາສາມາດເຮັດຕໍ່ ຈີນ ເພີ່ມເຕີມ. ຂ້າພະເຈົ້າຄິດວ່າມັນ ກ່ຽວກັບ ວິທີທີ່ຈະພວກເຮົາປັບສາຍພົວພັນດ້ານການຄ້າລະຫວ່າງ ສະຫະລັດ ກັບ ຈີນ ຫຼາຍກວ່າ ແລະ ອີກຄັ້ງນຶ່ງ, ເພື່ອປັບ ປຸງມັນເພື່ອສ້າງແຮງຈູງໃຈສຳລັບຜູ້ມີສ່ວນຮ່ວມໃນເສດຖະກິດຂອງພວກເຮົາ ເພື່ອຮັບປະກັນວ່າສາຍພົວພັນນີ້ແມ່ນອັນທີ່ພວກເຮົາຮູ້ສຶກວ່າດຸ່ນດ່ຽງ, ວ່າມັນເປັນທຳ, ແລະ ພ້ອມກັນນັ້ນ, ຢ່າງສຳຄັນເລີຍ, ວ່າມັນປະກອບສ່ວນເຂົ້າໃນຄວາມຮູ້ສຶກຂອງຄວາມປອດໄພ ແລະ ການປັບປຸງໃໝ່ສຳລັບບໍ່ພຽງແຕ່ເສດ ຖະກິດຂອງພວກເຮົາເທົ່ານັ້ນ, ແຕ່ສຳລັບເສດຖະກິດໂລກດ້ວຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG