ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອ​ງ​ທັບ ຣັດ​ເຊຍ ບໍ່​ມ​ີ​ທ່າ​ທາງວ່າ ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຄັ້ງ​ໃຫຍ່​ ໃນ ຢູ​ເຄ​ຣນ


ເຈົ້າ​ໜ້າ​ທີ່​ສື​ບ​ລັບ​ລະ​ດັບ​ສູງ ສະ​ຫະ​ລັດ, ດ້ວຍ​ຜູ້​ອຳ​ນວຍ​ການອົງ​ການ​ສືບ​ລັບ​ແຫ່ງ​ຊາດທ່ານນາງ ອາວ​ຣິ​ລ ເຮນ​ສ໌, ກາງ, ມີ​ໜ້າ​ຢູ່​ການ​ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ສື​ບ​ລັບສະ​ພາ​ສູງເພື່ອ​ພິ​ຈາ​ລະ​ນາ​ໄພ​ຂົ່ມ​ຂູ່​ທົ່ວ​ໂລກ, ຫໍ​ລັດ​ຖະ​ສະ​ພາສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 8 ມີ​ນາ 2023.
ເຈົ້າ​ໜ້າ​ທີ່​ສື​ບ​ລັບ​ລະ​ດັບ​ສູງ ສະ​ຫະ​ລັດ, ດ້ວຍ​ຜູ້​ອຳ​ນວຍ​ການອົງ​ການ​ສືບ​ລັບ​ແຫ່ງ​ຊາດທ່ານນາງ ອາວ​ຣິ​ລ ເຮນ​ສ໌, ກາງ, ມີ​ໜ້າ​ຢູ່​ການ​ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ສື​ບ​ລັບສະ​ພາ​ສູງເພື່ອ​ພິ​ຈາ​ລະ​ນາ​ໄພ​ຂົ່ມ​ຂູ່​ທົ່ວ​ໂລກ, ຫໍ​ລັດ​ຖະ​ສະ​ພາສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 8 ມີ​ນາ 2023.

ດົນ​ກວ່ານຶ່ງ​ປີ​ແລ້ວຫຼັງ​ຈາກ​ທ່າ​ນ​ໄດ້​ສົ່ງ​ກອງ​ທະ​ຫານ​ເຂົ້າ​ໄປ​ໃນ ຢູ​ເຄ​ຣນ, ຜູ້​ນຳ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ແມ່ນ​ກຳ​ລັງ​ເລີ່ມ​ທີ່​ຈະ​ຍອມ​ຮັບ​ຂໍ້​ບົກ​ຜ່ອງ​ຂອງກອງ​ທັບ ແລະ ປັບ​ປ່ຽນ​ແຜນ​ຍຸດ​ທະ​ສາດ​ຂອງ​ທ່ານ ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ໂຄ່ນ​ລົ້ມ ກີ​ຢິບ ໃນ​ທີ່​ສຸດ, ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສືບ​ລັບລະ​ດັບ​ສູງ​ຂອງ ສະ​ຫະ​ລັດ.

ໃນ​ການ​ໃຫ້​ການ​ ກ່ຽວ​ກັບ ໄພ​ຂົ່ມ​ຂູ່​ທົ່ວ​ໂລກ​ປະ​ຈຳ​ປີ​ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ສູງ​ໃນ​ວັນ​ພຸດ​ວານນີ້, ບັນ​ດາ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ລະ​ດັບ​ສູງ​ຂອງ​ປະ​ເທດ​ໄດ້​ກ່າວ​ວ່າ ກອງ​ທັບ​ຂອງ ຣັດ​ເຊຍ ແມ່ນ​ໄດ້​ຮັບ​ຄວາມ​ເຈັບ​ຊ້ຳ​ໃນ​ສິ່ງ​ທີ່​ໄດ້​ກາຍ​ເປັນ​ສົງ​ຄາມ​ແຫ່ງ​ການ​ລ້າງ​ຜານ​ກັບ ຢູ​ເຄ​ຣນ ແລະ ຖືກ​ບັງ​ຄັງ​ໃຫ້​ເພັ່ງ​ເລັງ​ໃສ່ “ເປົ້າ​ໝາຍ​ທີ່ບໍ່​ໃຫຍ່​ໂຕຫຼາຍ​ຂຶ້ນ.”

ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ສະ​ຫະ​ລັດ ທ່ານ​ນາງ ອາວ​ຣິ​ລ ເຮນ​ສ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ວ່າ “ຣັດ​ເຊຍ ແມ່​ນ​ກຳ​ລັງ​ທຳ​ຄວາມ​ກ້າວ​ໜ້າ​ເພີ່ມ​ຂຶ້ນ​ໃນ​ເມືອງ ບາກ​ມຸດ, ເຊິ່ງບໍ່​ແມ່ນ​ຈຸດ​ປະ​ສົງ​ທາງ​ດ້ານ​ຍຸດ​ທະ​ສາດ​ຢ່າງ​ສະ​ເພາະ​ເຈາະ​ຈົງ, ແຕ່​ກົງ​ກັນ​ຂ້າມ​ໄດ້​ປະ​ເຊີນ​ກັບ​ຂໍ້​ຈຳ​ກັດ​ທີ່​ຂ້ອນ​ຂ້າງ​ໃຫຍ່, ລວມ​ມີ​ການ​ຂາດ​ແຄນ​ເຈົ້າ​ໜ້າ​ທີ່ ແລະ ລູກ​ປືນ.”

ທ່ານ​ນາງ ເຮນ​ສ໌ ໄດ້​ກ່າວ​ວ່າ “ຖ້າ ຣັດ​ເຊຍ ບໍ່​ເລີ່ມ​ກ​ານ​ບັງ​ຄັບ​ເກນ​ທະ​ຫານ ແລະ ຊອກ​ຫາ​ຜູ້​ສະ​ໜອງ​ລູກ​ປືນ​ຝ່າຍ​ທີ​ສາມ​ຢ່າງ​ເປັນ​ຮູບ​ປະ​ທຳ​ນັ້ນ, ມັນ​ຈະ​ເປັນ​ສິ່ງ​ທ້າ​ທາຍ​ຫຼາຍ​ຂຶ້ນ​ຕໍ່​ພວກ​ເຂົາ​ທີ່​ຈະ​ຮັກ​ສາແມ່ນ​ກະ​ທັ້ງ​ລະ​ດັບ​ການ​ປະ​ຕິ​ບັດ​ການ​ໂຈມ​ຕີ​ໃນ​ປັດ​ຈຸ​ບັນ. ພວກ​ເຮົາ​ບໍ່​ເຫັນ​ກອງ​ທັບ ຣັດ​ເຊຍ ຟື້ນ​ຕົວຫຼາຍ​ພໍ​ໃນ​ປີນີ້​ເພື່ອ​ບັນ​ລຸ​ຄວາມ​ສຳ​ເລັດ​ດ້ານ​ເຂດ​ແດນ​ທີ່​ສຳ​ຄັນ. ພວກ​ເຂົາ​ອາດ​ທຳ​ການ​ປ່ຽນ​ແປງ​ຢ່າງ​ເຕັມ​ທີ່​ເພື່ອ​ຮັກສາ ແລະ ປ້ອງ​ກັນ​ເຂດ​ແດນ​ທີ່​ພວກ​ເຂົາ​ຄວບ​ຄຸມ​ໃນ​ປັດ​ຈຸ​ບັນ​ນີ້.”

ການ​ຄາດ​ຄະ​ເນ​ທີ່ຫຼາກຫຼາຍ​ໂດຍ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ໄດ້​ໂຕ້​ແຍ້ງວ່າ ທະ​ຫານ ຣັດ​ເຊຍ ປະ​ມານ 200,000 ຄົນ ​ຖືກ​ຂ້​າ​ຕາຍ ຫຼື ຫາຍ​ສາບ​ສູນຈາກ​ຜົນ​ຂອງ​ສົງ​ຄາມ​ໃນ ຢູ​ເຄ​ຣນ ທີ່​ໄດ້​ດຳ​ເນີນ​ມາ​ຕະຫຼອດ​ປີ​ນັ້ນ.

ແລະ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ເດືອນ​ແລ້ວນີ້​ວ່າ ແມ່ນ​ກະ​ທັ້ງ​ກອງ​ກຳ​ລັງ​ທະ​ຫານ​ເສີມ​ທີ່​ດີ​ເລີດ​ຂອງ ຣັດ​ເຊຍ, ຄື​ກຸ່ມ ແວກ​ເນີ, ແມ່ນ​ໄດ້​ປະ​ສົບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໂດຍ​ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ປະ​ມານ 30,000 ຄົນ ລວມ​ທັງ 9,000 ຄົນ​ເສຍ​ຊີ​ວິດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG