ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະ​ຫະ​ລັດ​ເຂົ້າ​ໄປ​ຂັດ​ຂວາງກຸ່ມລັກ ເຈາະຂໍ້ມູນເກົາຫລີເໜືອ ແລະຊ່ວຍຍຶດ​ເອົາ ເງິນ​ທີ່​ຈ່າຍ​ຄ່າ​ໄຖ່ ​ກັບຄືນ​ມາ​ໄດ້​ ເກືອບ​ 5 ແສນ​ໂດ​ລາ


ຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານ​ນາງ Lisa Monaco ກ່າວ​ໃນ​ວັນ​ທີ 19 ກໍ​ລະ​ກົດ, 2022 ວ່າ​ ອົງ​ການ FBI ແລະ​ກະ​ຊວງ​ຍຸ​ຕິ​ທຳ​ເມື່ອມໍ່ໆ​ມານີ້ ໄດ້ເຂົ້າໄປ​ຂັດ​ຂວາງ​ກິດ​ຈະ​ກຳ ຂອງກຸ່ມທີ່ສະຫນັບສະຫນູນໂດຍລັດຖະ​ບານເກົາຫຼີເຫນືອ ທີ່​​ແນ​ເປົ້າ​ໝາຍ​ການ​ລັກ​ເຈາະ​ໃສ່​ໂຮງ​ໝໍຕ່າງໆ ໃນສະ​ຫະ​ລັດ
ຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານ​ນາງ Lisa Monaco ກ່າວ​ໃນ​ວັນ​ທີ 19 ກໍ​ລະ​ກົດ, 2022 ວ່າ​ ອົງ​ການ FBI ແລະ​ກະ​ຊວງ​ຍຸ​ຕິ​ທຳ​ເມື່ອມໍ່ໆ​ມານີ້ ໄດ້ເຂົ້າໄປ​ຂັດ​ຂວາງ​ກິດ​ຈະ​ກຳ ຂອງກຸ່ມທີ່ສະຫນັບສະຫນູນໂດຍລັດຖະ​ບານເກົາຫຼີເຫນືອ ທີ່​​ແນ​ເປົ້າ​ໝາຍ​ການ​ລັກ​ເຈາະ​ໃສ່​ໂຮງ​ໝໍຕ່າງໆ ໃນສະ​ຫະ​ລັດ

ເຈົ້າ​ໜ້າ​ທີ່​ບັງຄັບ​ໃຊ້​ກົດໝາຍ​ສະຫະລັດ ກ່າວ​ໃນ​ວັນ​ອັງຄານວານນີ້​ວ່າ ​ເຂົາ​ເຈົ້າຍຶດ​ເງິນດີຈິ​ຕອ​ລ ຫລື cryptocurrency ​ໄດ້​ເກືອບ​ເຄິ່ງ​ລ້ານ​ໂດ​ລາ ທີ່​ໄດ້​ຈ່າຍ ເປັນ​ເງິນ​ຄ່າ​ໄຖ່​ ໃຫ້​ແກ່ພວກ​ລັກ​ເຈາະ​ຂໍ້​ມູນ ຫລື ແຮັກ​ເກີ​ເກົາຫລີ​ເໜືອ ​ທີ່​ຖືກ​ກ່າວ​ຫາ ​ແລະ​ຜູ້​ສົມ​ຮູ້​ຮ່ວມ​ຄິດ​ຂອງ​ພວກ​ເຂົາ​ ​ໂດຍ​ໂຮງໝໍ​ສອງ​ແຫ່ງ ໃນ​ສະຫະ ລັດ ​ແລະ​ຜູ້​ເຄາະ​ຮ້າຍ​ອື່ນໆ ອີກ.

ການຍຶດດັ່ງກ່າວ​ທີ່ມີ​ຂຶ້ນໃນເດືອນພຶດສະພາຜ່ານມາ ​ແມ່ນ​ໄດ້ມີຂຶ້ນໃນຂະນະທີ່ລັດຖະບານຂອງ​ທ່ານ​ໄບ​ເດັນ ເພີ້ມຄວາມພະຍາຍາມຂອງຕົນເພື່ອຂັດຂວາງ ການກໍ່ອາຊະຍາກໍາທາງອິນເຕີແນັດ ທີ່ນັບ​ມື້ ແນເປົ້າຫມາຍໃສ່ພື້ນຖານໂຄງ ລ່າງທີ່ສໍາຄັນຂອງສະຫະລັດ, ເຊັ່ນ: ໂຮງຫມໍ ແລະບໍລິສັດພະລັງງານ, ເພື່ອ ຮຽກຄ່າໄຖ່.

ຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານ​ນາງ​ລີ​ຊາ ໂມ​ນາ​ໂກ (Lisa Monaco), ທີ່ນໍາພາການ​ດຳ​ເນີນຄວາມພະຍາຍາມ ທົ່ວອົງການຂອງກະຊວງຍຸຕິທໍາ ເພື່ອ ຕ້ານໄພຂົ່ມຂູ່ທາງອິນເຕີແນັດ ໄດ້ປະກາດການຍຶດດັ່ງກ່າວ ຢູ່ໃນກອງປະຊຸມ ຄວາມປອດໄພທາງອິນເຕີແນັດໃນນະ​ຄອນນິວຢອກ.

ທ່ານ​ນາງ ໂມ​ນາ​ໂກ ກ່າວ​ວ່າ "ເນື່ອງ​ຈາກມີການລາຍງານຢ່າງວ່ອງໄວ ແລະ ການຮ່ວມມືຈາກຜູ້ໄດ້​ຮັບເຄາະຮ້າຍ, ອົງ​ການເອັຟບີ​ໄອ (FBI) ແລະໄອຍະການຂອງກະ​ຊວງຍຸຕິທໍາໄດ້ເຂົ້າຂັດຂວາງກິດຈະກໍາຂອງກຸ່ມ ທີ່​ໄດ້​ຮັບ​ການສະຫນັບສະຫນູນຈາກລັດຖະ​ບານເກົາຫຼີເຫນືອ ທີ່ນໍາໃຊ້ເຄື່ອງ​ເຈາະ​ຂໍ້​ມູນ​ເພື່ອ ຮຽກ​ຄ່າ​ໄຖ່ ຫລື ransomware ທີ່ເອີ້ນວ່າ 'ໝ້ວຍ’ (Maui)".

ທ່ານນາງກ່າວວ່າ ພວກລັກ​ເຈາະ​ຂໍ້​ມູນໄດ້ໃຊ້ເຄື່ອງ​ເຈາະ​ຂໍ້​ມູນຊະນິດນຶ່ງ ທີ່ຮູ້ ກັນໃນນາມ Maui ເພື່ອເຂົ້າລະຫັດໜ່ວຍ​ເກັບ​ຂໍ້​ມູນ ຫລື ເຊີບເວີ ແລະໄຟລ໌ ຕ່າງໆ ຂອງໂຮງໝໍແຫ່ງ​ນຶ່ງ ຢູ່​ໃນ​ລັດ​ແຄນ​ຊັ​ສ, ຮຽກຮ້ອງໃຫ້ຈ່າຍເງິນຄ່າໄຖ່ ເພື່ອແລກປ່ຽນກັບກະແຈ ເພື່ອປົດລັອກຂໍ້ມູນນັ້ນ. ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ໃນ​ເດືອນ​ພຶດສະພາ​ ປີ 2021, ​ແລະ​ຜູ້ກໍ່ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ​ໄດ້​ຂົ່ມຂູ່​ຈະ​ເພີ່ມ​ຈຳນວນ​ຄ່າ​ໄຖ່ຂຶ້ນ​ສອງ​ເທົ່າ​ພາຍ​ໃນ 48 ຊົ່ວ​ໂມງ, ອີງ​ຕາມ​ເອກະສານຂອງ​ສານ​ທີ່​ມີ​ການເປີດ​ເຜີຍໃນ​ວັນ​ອັງຄານ​ວານ​ນີ້.

ທ່ານນາງ ໂມ​ນາ​ໂກ ກ່າວເພີ້ມ​ອີກວ່າ "ໃນເວລານັ້ນ, ການນໍາພາຂອງໂຮງໝໍປະເຊີນກັບທາງເລືອກທີ່ເປັນໄປບໍ່ໄດ້: ຕ້ອງຍອມຈຳນົນຕໍ່ການຮຽກຄ່າໄຖ່ ຫຼືບໍ່​ດັ່ງ​ນັ້ນ ກໍ​ຈະເຮັດໃຫ້ແພດໝໍ ແລະພະຍາບານບໍ່ສາມາດສະ​ໜອງການປິ່ນ​ປົວ ທີ່ສຳຄັນແກ່​ຄົນ​ເຈັບໄດ້.​"

ພາຍຫຼັງທີ່ບໍ່ສາມາດເຂົ້າຫາໜ່ວຍ​ເກັບ​ກຳ​ຂໍ້​ມູນ​ຂອງ​ເຂົາ​ເຈົ້າ​ໄດ້ຄືນ​ອີກເປັນ​ເວ​ລານານກວ່ານຶ່ງອາທິດ, ໂຮງຫມໍໄດ້ຈ່າຍເງິນໃຫ້ພວກ​ລັກ​ເຈາະ​ຂໍ້​ມູນປະມານ 100,000 ໂດ​ລາໃນ​ສະ​ກຸນ​ເງິນດີ​ຈິ​ຕອ​ລ Bitcoin. ແຕ່ສູນການແພດໄດ້ ແຈ້ງໃຫ້ອົງ​ການ​ສັນ​ຕິ​ບານ​ກາງ ຫລື FBI ຊຶ່ງ ເຮັດໃຫ້ນັກສືບສວນຂອງລັດຖະບານ ກາງສາມາດລະບຸຕົວເຄື່ອງ​ລັກ​ເຈາະ​ຂໍ້​ມູນ ແລະຕິດຕາມການຊໍາລະຄ່າໄຖ່ອັນນີ້ ແລະເງິນຄ່າໄຖ່ອື່ນໆ ໃຫ້ແກ່ຜູ້ຟອກເງິນຂອງຈີນ ທີ່ຊ່ວຍໃຫ້ນັກກໍ່​ອາດ​ຊະ​ຍາ​ກຳທາງອິນເຕີແນັດຂອງເກົາຫຼີເຫນືອ ປ່ຽນເງິນ​ດີ​ຈິ​ຕອ​ລ​ ໃຫ້ເປັນສະກຸນເງິນ​ທຳ​ມະ​ດາ ທີ່​ພິມອອກ​ໂດຍ​ລັດ​ຖະ​ບານໄດ້, ອີງ​ຕາມກະ​ຊວງຍຸຕິທໍາກ່າວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG