ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສົ່ງກຳປັ່ນ ໄປສ້າງທ່າກຳປັ່ນຊົ່ວຄາວ ທີ່ແຄມຝັ່ງ ກາຊາ 


ໃນຮູບນີ້ ທີ່ສະໜອງໃຫ້ໂດຍສູນບັນຊາການຂອງກອງທັບສະຫະລັດ, ເຮືອກຳປັ່ນຂອງກອງທັບສະຫະລັດ 'General Frank S. Besson' ກະກຽມອອກຈາກຖານທັບຮ່ວມ Langley-Eustis, ລັດເວີຈີເນຍ, ວັນທີ 9 ມີນາ 2024. (ສູນບັນາຊການກາງຂອງກອງທັບສະຫະລັດ ຜ່ານອົງການຂ່າວເອພີ).
ໃນຮູບນີ້ ທີ່ສະໜອງໃຫ້ໂດຍສູນບັນຊາການຂອງກອງທັບສະຫະລັດ, ເຮືອກຳປັ່ນຂອງກອງທັບສະຫະລັດ 'General Frank S. Besson' ກະກຽມອອກຈາກຖານທັບຮ່ວມ Langley-Eustis, ລັດເວີຈີເນຍ, ວັນທີ 9 ມີນາ 2024. (ສູນບັນາຊການກາງຂອງກອງທັບສະຫະລັດ ຜ່ານອົງການຂ່າວເອພີ).

ກຳ​ປັ່ນ​ກອງທັບ​ສະຫະລັດ​ລຳ​ນຶ່ງ ​ກຳລັງເດີນ​ທາງ​ໄປທີ່​ທະ​ເລ ເມດີເຕີເຣນຽນ (Mediterranean) ​ໃນ​ວັນ​ອາທິດວານ​ນີ້ ​ເພື່ອ​ເລີ່​ມການກໍ່ສ້າງ​ທ່າ​ເຮືອ​ຊົ່ວຄາວ ​ຢູ່ເທິງ​ຊາຍ​ຝັ່ງ​ເຂດ ກາຊາ ​ເພື່ອເປັນຊ່ອງທາງໃນການຂົນ​ສົ່ງ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ທີ່ຫລາຍ​ຂຶ້ນ ​ໃຫ້​ແກ່​ຊາວ ປາ​ແລັ​ສ​ໄຕນ໌ ທີ່​ອຶດ​ຫິວ, ​ແຕ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ອາດ​ຈະ​ໃຊ້ເວລາຍາວນານເຖິງ​ສອງ​ເດືອນ ກ່ອນທີ່ສະ​ຖານ​ທີ່​ອຳນວຍຄວາມສະດວກດັ່ງກ່າວ ຈະໄດ້​ຖືກ​ສ້າງ​ຂຶ້ນ ​ແລະ​ເປີດດໍາ​ເນີນ​ການ​.

ສູນບັນຊາການຂອງກອງທັບສະຫະລັດ ກ່າວວ່າ ກຳປັ່ນ General Frank S. Besson ໄດ້ແລ່ນອອກຈາກຖານທັບ ສະຫະລັດ ກາງມະຫາສະໝຸດແອັດແລນຕິກ ໃນລັດ ເວີຈີເນຍ ບໍ່ຮອດ 36 ຊົ່ວໂມງ ຫຼັງຈາກປະທານາທິບໍດີ ໂຈ ໄບເດັນ ໄດ້ປະກາດຄວາມພະຍາຍາມດ້ານມະນຸດສະທຳ ໃນລະຫວ່າງການກ່າວຄຳປາໄສຕໍ່ສະພາ ແລະ ປະເທດຊາດ ໃນຄືນວັນພະຫັດທີ່ຜ່ານມາ.

ແຜນການໃນທີ່ສຸດ ແມ່ນເພື່ອຈັດສົ່ງສະບຽງອາຫານ ແລະອຸປະກອນການແພດ ເພີ່ມເຕີມໄປທີ່ທ່າເຮືອຊົ່ວຄາວດັ່ງກ່າວ ໃນ ເຂດກາຊາ ຈາກ ປະເທດເກາະ ໄຊປຣັສ (Cyprus) ທີ່ຢູ່ໃກ້ຄຽງ ຫຼັງຈາກກອງກຳລັງ ອິສຣາແອລ ກວດກາສິນຄ້າ ເພື່ອໃຫ້ແນ່ໃຈວ່າ ບໍ່ມີອາວຸດໃດໆ ໃຫ້ແກ່ກຸ່ມຫົວຮຸນແຮງ ຮາມາສ, ຊຶ່ງປະຈຸບັນນີ້ ແມ່ນຢູ່ໃນເດືອນທີ 6 ຂອງສົງຄາມຕໍ່ຕ້ານອິສຣາແອລ.

ທ່າ​ເຮືອ​ຊົ່ວຄາວ​ດັ່ງກ່າວ​ ແມ່ນມີຄວາມ​ຈຳ​ເປັນ​ ເນື່ອງຈາກ​ເຂດ​ກາຊາ ​ບໍ່​ມີ​ພື້ນຖານ​ໂຄງ​ລ່າງ​ຂອງທ່າ​ກຳ​ປັ່ນ ​ແລະ ເຂດກາຊາ​ແມ່ນຢູ່ພາຍໃຕ້ການປິດລ້ອມຂອງ​ກອງທັບ​ເຮືອ​ອິສຣາ​ແອລ ​ນັບ​ແຕ່​ປີ 2007, ​ເມື່ອ​ກຸ່ມ ຮາມາສ ​ເຂົ້າ​ຄວບ​ຄຸມ​ເຂດ​ດັ່ງກ່າວ. ນັບຕັ້ງ​ແຕ່​ນັ້ນ​ມາ ກໍມີ​ການມາທາງທະເລໂດຍກົງ ພຽງບໍ່ເທົ່າໃດເທື່ອ ເທົ່ານັ້ນ.

ກຳ​ປັ່ນເພື່ອ​ການ​ກຸ​ສົນ​ຂອງສເປນ ທີ່​ບັນ​ທຸກ​ເຄື່ອງ​ຊ່ວຍ​ເຫຼືອ​ດ້ານ​ສະ​ບຽງ​ອາ​ຫານ ຄາດ​ວ່າ​ຈະ​ເດີນ​ທາງ​ອອກ​ຈາກ ໄຊປຣັສ (Cyprus) ໃນ​ໄວໆ​ນີ້. ກຸ່ມທີ່ບໍ່ຂຶ້ນກັບລັດຖະບານ ຊື່ວ່າ Open Arms ກ່າວວ່າ ເຮືອຂອງຕົນຈະບັນທຸກອາຫານໄດ້ 200 ໂຕນ, ອົງການການກຸສົນ World Central Kitchen ຂອງສະຫະລັດ, ຊຶ່ງເປັນຄູ່ຮ່ວມງານຂອງຕົນ ຈະຂົນເຄື່ອງລົງຢູ່ເທິງຝັ່ງຂອງ ເຂດກາຊາ ຊຶ່ງເປັນບ່ອນຈອດເຮືອແບບພື້ນຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG