ອີງຕາມລາຍງານຈາກອົງການຂ່າວຝຣັ່ງ (AFP) ສະຫະລັດໄດ້ກ່າວໃນວັນຈັນວານນີ້ວ່າລັດຖະ ບານທະຫານ ມຽນມາ ຕ້ອງການເລື່ອນເວລາໃນການເລືອກຕັ້ງອອກໄປໄລຍະສອງປີ ໃນຂະນະທີ່ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ກຽມພ້ອມທີ່ຈະຊຸກຍູ້ໃຫ້ອາຊຽນ (ASEAN) ແຕ່ງຕັ້ງທູດພິເສດຄົນນຶ່ງ.
ທ່ານບລິງເກັນ ກຳລັງເຂົ້າຮ່ວມການສົນທະນາທາງອອນລາຍ ພາຍໃນນຶ່ງອາທິດ ກັບບັນດາລັດ ຖະມົນຕີການຕ່າງປະເທດຂອງ ປະເທດສະມາຊິກສະມາຄົມບັນດາປະເທດຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫລື ອາຊຽນ (ASEAN) ທີ່ເປັນຄວາມພະຍາມຄັ້ງຫລ້າສຸດໂດຍ ລັດຖະບານຂອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ເພື່ອພົວພັນກັບຂົງເຂດທີ່ຢູ່ແນວໜ້າໃນການແຂ່ງຂັນກັບຈີນຂອງສະຫະລັດນັ້ນ.
ກ່ອນໜ້າການສົນທະນາກັບອາຊຽນ ຜູ້ນຳທະຫານຂອງ ມຽນມາ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຈັດ ການເລືອກຕັ້ງ ແລະ ຍົກເລີກພາວະສຸກເສີນພາຍໃນເດືອນ ສິງຫາ ປີ 2023 ໂດຍເປັນການເລື່ອນກຳນົດເວລາທີ່ໄດ້ຖືກວາງໄວ້ໃນເບື້ອງຕົ້ນອອກໄປ ເມື່ອທະຫານໄດ້ຂັບໄລ່ຜູ້ນຳ ທ່ານນາງອອງ ຊານ ຊູຈີ ທີ່ໄດ້ຖືກເລືອກ ໃນວັນທີ 1 ກຸມພາ.
ການປະກາດຂອງສະຫະລັດນັ້ນ ເປັນ “ການຮຽກຮ້ອງຕໍ່ອາຊຽນເພື່ອໃຫ້ເພີ້ມຄວາມພະຍາຍາມ ຂອງຕົນເພາະວ່າ ມັນເປັນທີ່ຈະແຈ້ງວ່າລັດຖະບານທະຫານພະມາພຽງຢາກຖ່ວງເວລາ ແລະ ຕ້ອງການແກ່ຍາວໄລຍະເວລາອອກໄປເພື່ອຜົນປະໂຫຍດຂອງຕົນ” ນັ້ນແມ່ນຄຳເວົ້າຂອງເຈົ້າໜ້າທີ່ອາວຸ ໂສຄົນນຶ່ງຂອງສະຫະລັດໄດ້ກ່າວທີ່ໄດ້ໃຊ້ຊື່ຂອງອະດີດປະເທດພະມ້າ.
ເຈົ້າໜ້າທີ່ທ່ານນີ້ ເວົ້າອີກວ່າ “ເຫດຜົນທີ່ຫຼາຍຂຶ້ນທັງໝົດນີ້ ທີ່ເຮັດໃຫ້ອາຊຽນ ຕ້ອງພົວພັນກ່ຽວກັບສິ່ງນີ້ ແລະໃຫ້ຕອບສະໜອງ ແລະປະຕິບັດຕາມເງື່ອນໄຂໃນຫ້າຂໍ້ທີ່ໄດ້ຕົກລົງເປັນເອກະພາບ ທີ່ມຽນມາໄດ້ເຊັນລົງນາມທີ່ຈະເຮັດນັ້ນ.”
ຫົວໜ້າລັດຖະບານທະຫານ ທ່ານ ມິນ ອອງ ລາຍ ໄດ້ເຂົ້າຮ່ວມກອງປະຊຸມ ໃນເດືອນເມສາ ກັບບັນດາສະມາຊິກອາຊຽນ ກ່ຽວກັບວິກິດການ ທີ່ໄດ້ນຳໄປສູ່ ອັນທີ່ເອີ້ນວ່າ ຖະແຫຼງການທີ່ເປັນເອ ກະພາບ ທີ່ໄດ້ຮຽກຮ້ອງໃຫ້ມີການຍຸຕິຄວາມຮຸນແຮງໃນທັນທີ ແລະໃຫ້ມີທູດພິເສດປະຈຳຂົງເຂດຄົນນຶ່ງ.
ແຕ່ວ່າໃນເວລາຕໍ່ມາ ຜູ້ນຳທະຫານໄດ້ເອົາໂຕຫ່າງໄກຈາກຖະແຫຼງການດັ່ງກ່າວ ບໍ່ມີທູດພິເສດຄົນໃດໄດ້ຖືກແຕ່ງຕັ້ງ ແລະຫຼາຍກວ່າ 900 ຄົນອີງຕາມລາຍງານໄດ້ຖືກຂ້າຕາຍໃນໄລຍະຫົກເດືອນທີ່ຜ່ານມາຈາກການປາບປາມຕໍ່ພວກທີ່ບໍ່ເຫັນພ້ອມນຳ.