ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ສັ່ງລົງໂທດ ດ້ານວິໄນ ທະຫານ 16​ ຄົນ ກ່ຽວກັບ ການໂຈມຕີ ໂຮງໝໍ ອັຟການິສຖານ


ຊາວອັຟການິສຖານຄົນນຶ່ງ ລົມກັບພະນັກງານ ທີ່ໂຮງໝໍ ຂອງ ອົງການແພດບໍ່ມີພົມແດນ ທີ່ຖືກໂຈມຕີ ໃນເມືອງ Kunduz.
ຊາວອັຟການິສຖານຄົນນຶ່ງ ລົມກັບພະນັກງານ ທີ່ໂຮງໝໍ ຂອງ ອົງການແພດບໍ່ມີພົມແດນ ທີ່ຖືກໂຈມຕີ ໃນເມືອງ Kunduz.

ທຳນຽບຫ້າ​ແຈ​ ໄດ້​ສັ່ງ​ໃຫ້​ລົງ​ໂທດດ້ານວິໄນ​ເຈົ້າໜ້າ​ທີ່​ທະຫານ 16 ຄົນ ຮວມທັງ​ນາຍ​ພົນສອງ​ດາວຄົນ​ນຶ່ງໃນ​ຄວາມ​ຜິດພາດ​ກ່ຽວ​ກັບ​ການ​ໂຈ​ມຕີ​ທາງ​ອາກາດ​ຕໍ່​ໂຮງໝໍ​ໃນ​ອັຟກາ​ນິສຖານ​ປີກາຍ​ນີ້ ທີ່​ເຮັດ​ໃຫ້ 42 ຄົນ​ເສຍ​ຊີວິດ​ໄປ​ນັ້ນ.

​ໂຮງ​ໝໍແຫ່ງນີ້ ຊຶ່ງ​ບໍລິຫານ​ງານ​ໂດຍ​ອົງການ​ໆ​ກຸສົນນາຍແພດ​ບໍ່​ມີ​ພົມ​ແດນ​ໄດ້​ຖືກ​ໂຈມ​ຕີ ໂດຍເຮືອບິນ AC-130 ທີ່​ຕິດ​ປືນ​ກົນ​ ຂອງ​ກອງທັບ​ອາກາດ​ສະຫະລັດ ຊຶ່ງ​ເປັນ​ອາວຸດທີ່ ຮ້າຍ​ແຮງ​ສຸດ ຊະນິດ​ນຶ່ງ ​ທີ່​ມີ​ຢູ່​ໃນ​ຄັງ​ອາວຸດ ​ສະຫະລັດ. ອົງການ​ນາຍແພດ​ບໍ່​ມີ​ພົມ​ແດນ ເອີ້ນການ​ໂຈ​ມຕີນີ້ວ່າ​ໄຮ້​ຄວາມ​ປານີ​ແລະ​ໂຫດ​ຫ້ຽມ.

ບໍ່​ມີ​ຜູ້​ໃດ​ໃນ​ຈຳນວນ​ທີ່​ຖືກ​ລົງ​ໂທດ​ນັ້ນປະ​ເຊີນ​ກັບ​ຂໍ້​ຫາ​ທາງ​ອາຍາ ​ແຕ່​ໃນ​ຫຼາຍໆ​ກໍລະນີ ແມ່ນເປັນ​ການ​ລົງ​ໂທດ​ທາງ​ທະຫານ ​ເຊັ່ນ​ວ່າ ຈົດໝາຍ​ຕ້ອງ​ຕິ​ແລະ​ສັ່ງ​ໃຫ້ພັກ​ການ​ທີ່​ສາ ມາດ​ເຮັດ​ໃຫ້​ອາຊີບ​ທາງ​ທະຫານ​ຂອງ​ພວກ​ກ່ຽວ​ສິ້ນສຸດ​ລົງ​ໄດ້.

ນາຍ​ພົນ Joseph Votel ຜູ້​ບັນຊາ​ການ​ທະຫານ​ສະຫະລັດ ​ໃນ​ພາກ​ຕາ​ເວັນ​ອອກ​ກາງຊຶ່ງ​ເປັນ​ຜູ້ກຳກັບ​ນຳ​ການ​ເຮັດ​ສົງຄາມ​ຢູ່​ໃນ​ອັຟກາ​ນິສຖານ ຄາດ​ວ່າ ຈະ​ປະກາດ​ກ່ຽວ​ກັບ​ການ ເອົາ​ມາດ​ຕະການ​ໃນ​ວັນ​ສຸກ​ມື້ນີ້ ທີ່​ການ​ຖະ​ແຫຼງຂ່າວຂອງ​ທຳນຽບຫ້າ​ແຈ.

ການ​ໂຈ​ມຕີ​ທາງ​ອາກາດ​ດັ່ງກ່າວ ​ມີ​ຂຶ້ນ​ໃນ​ລະຫວ່າງ​ການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດ ທີ່​ເມືອງ Kunduz ຫລັງ​ຈາກ​ພວກ​ຫົວ​ຮຸນ​ແຮງ​ຕາ​ລີ​ບານ​ໄດ້​ເຂົ້າຍຶດ​ເອົາ​ຫົວ​ເມືອງທີ່​ຕັ້ງຢູ່​ໃນ​ພາກ ເໜືອ​ຂອງ​ປະ​ເທດ​ແຫ່ງ​ນີ້.

ລາຍ​ງານ​ຂອງ​ກອງທັບ​ລົງ​ຄວາມ​ເຫັນ​ວ່າ ກຳລັງ​ສະຫະລັດ​ທີ່ພົວພັນ​ນຳການ​ໂຈມ​ຕີ​ທາງ ອາກາດເຂົ້າ​ໃຈ​ຜິດ​ຄິດ​ວ່າ​ ໂຮງໝໍ​ເປັນຕຶກ​ອາຄານ​ອີກ​ຫຼັງນຶ່ງ ທີ່​ໃຊ້​ເປັນ​ກອງ​ບັນຊາ​ການ ຂອງ​ພວກ​ຕາ​ລີ​ບານ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ເຫດ​ຮ້າຍ​ໃນ​ຄັ້ງນີ້ ​ແມ່ນ​ເກີດ​ຂຶ້ນຍ້ອນ​ຄວາມ​ຜິດພາດ​ຂອງ​ມະນຸດ​ແລະ​ມີຫຼາຍ​ໂອກາດ​ທີ່​ຈະ​ປ້ອງ​ກັນ​ບໍ່​ໃຫ້​ເຫດ​ຮ້າຍ​ດັ່ງກ່າວ​ເກີດ​ຂຶ້ນແຕ່ກໍໄດ້​ພາດ​ໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG