ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ອຳນວຍການ ອົງການ​ສືບ​ລັບ ​​ແຫ່ງ​ຊາດ ສະຫະລັດ ລາອອກຈາກຕຳແໜ່ງ


ຜູ້ອຳນວຍການອົງການ​ສືບ​ລັບ​​ແຫ່ງ​ຊາດສະຫະລັດ ທ່ານ James Clapper ກ່າວຢູ່ທີ່ລັດຖະສະພາສະຫະລັດ.
ຜູ້ອຳນວຍການອົງການ​ສືບ​ລັບ​​ແຫ່ງ​ຊາດສະຫະລັດ ທ່ານ James Clapper ກ່າວຢູ່ທີ່ລັດຖະສະພາສະຫະລັດ.

ເຈົ້າ​ໜ້າ​ທີ່​ສືບ​ລັບ​ສູງ​ສຸດ​ຂອງ​ສະຫະລັດ ຈະ​ບໍ່​ຢູ່​ປະຕິບັດ​ງານຕໍ່​ກັບປະທານາທິ ບໍດີ​ທີ່ຖືກ​ເລືອກ​ໃໝ່ ທ່ານ Donald Trump ແລະໄດ້​ກ່າວ​ຕໍ່​ບັນດາ​ສະມາຊິກ​ສະພາ​ວ່າ ທ່ານ​ໄດ້​ຍື່ນ​ໃບ​ລາອອກ​ຂອງ​ທ່ານ​ແລ້ວ.

ຜູ້ອຳນວຍການອົງການ​ສືບ​ລັບແຫ່ງ​ຊາດສະຫະລັດ ຫຼື DNI ທ່ານ James Clapper ​ໄດ້​ສ້າງ​ຄວາມ​ແປກໃຈ​ແກ່​ບັນດາ​ຜູ້​ເຂົ້າຮ່ວມຈຳ​ນວນ​ນຶ່ງ ​ໂດຍ​ການ​ລາ​ອອກ​ຢ່າງ​ເປັນ​ທາງ ການ ​ໃນ​ຕອນເລີ້ມ​ຕົ້ນ​ການ​ຮັບ​ຟັງຄຳ​ໃຫ້ການ​ຂອງ​ຄະນະ​ກຳມະການ​ສືບ​ລັບ​ລັດຖະສະ ພາ​ສະຫະລັດ ​ໃນ​ວັນ​ພະຫັດ​ວານ​ນີ້.

ທ່ານ Clapper ​ໄດ້​ກ່າວ​ຕໍ່​ບັນດາ​ສະມາຊິກ​ສະ​ພາ​ວ່າ “ຂ້າພະ​ເຈົ້າ​ໄດ້​ຍື່ນ​ໜັງສື​ລາ​ອອກ​ໃນ​ຄືນແລ້ວ​ນີ້ ຊຶ່ງ​ມີ​ຄວາມ​ຮູ້ສຶຶກ​ດີ​ຫລາຍ.”

ທ່ານ​ໄດ້​ກ່າວ​ເພີ້​ມອີກ​ວ່າ “ຂ້າພະ​ເຈົ້າ​ມີ​ເວ​ລາ​ເຫລື​ອຢູ່​ອີກ 64 ມຶື້ ​ແລະ​ຂ້າພ​ະ​ເຈົ້າ​ຄິດ​ວ່າ ຂ້າພະ​ເຈົ້າ​ມີ​ບັນຫາ​ໜັກ ​ກັບ​ພັນ​ລະ​ຍາ​ຂອ​ງຂ້າພະ​ເຈົ້າ ຖ້າ​ຫາກ​ຢູ່​ເກີນໄປ​ກວ່າ​ນັ້ນ.”

ການ​ປະກາດດັ່ງກ່າວ ​ໄດ້​ພາ​ໃຫ້​ເກີດ​ມີ​ການ​ຄາດ​ຄະ​ເນ​ກັນ ໃນ​ທັນທີ​ວ່າ ທ່ານ Clapper ອາດພະຍ​າຍາມ​ສົ່ງ​ຂ່າວ​ໄປ​ໃຫ້ລັດຖະບານ​ຂອງ​ທ່ານ Trump ທີ່​ຈະ​ເຂົ້າ​ມາ​ຮັບ​ໜ້າ​ທີ່. ​ແຕ່​ວ່າ​ໂຄສົກ​ຄົນ​ນຶ່ງ​ໄດ້​ພະຍາຍາ​ມ​ບໍ່​ກ່າວ​ເຖິງ​ຄວາມ​ເປັນ​ຫ່ວງ​ດັ່ງກ່າວ.

US Director of National Intelligence James Clapper Submits Resignation
please wait

No media source currently available

0:00 0:00:22 0:00

ໂຄສົກ​ກ່າວ​ວ່າ ທ່ານ Clapper ຈາກອົງການ DNI ​ໄດ້​ເຊັນ​ໜັງສື​ຂອງ​ທ່ານຕາມທີ່​ໄດ້
ບັງຄັບ​ໄວ້ ​ໂດຍບັນ​ດາ​ເຈົ້າ​ໜ້າ​ທີ່ ທີ່​ຖືກ​ແຕ່ງ​ຕັ້ງ​ທັງ​ໝົດ ​ແຕ່​ໄດ້​ເສັດ​ສິ້ນສະ​ໄໝ​ເຮັດ​ວຽກ ຂອງ​ທ່ານ​ໄປ​ແລ້ວ.

​ໂຄສົກ ​ໄດ້​ກ່າວຢ້ຳ​ເພີ້​ມອີກ​ວ່າ ການ​ລາ​ອອກ​ ຂອງ​ທ່ານ Clapper ຈະມີ​ຜົນບັງຄັບ​ໃຊ້
"​ໃນຕອນ​ທ່ຽງ​ວັນ​ທີ 20 ​ເດືອນມັງກອນ ປີ 2017” ​ຊຶ່ງ​ເປັນ​ວັນ​ດຽວ​ກັນ​ກັບທີ່​ທ່ານ Trump ​ເຂົ້າ​ຮັບ​ຕຳ​ແໜ່​ງ.

ທ່ານ Clapper ​ໄດ້​ໃຫ້​ຮ່ອງ​ຮອຍ​ມາ​ເປັນ​ເວລາ​ນານ​ແລ້ວ ທີ່​ທ່ານ​ຈະລາ​ອອກ​ໃນ​ເວລາ​ສິ້ນ​ສຸດສະ​ໄໝ​ການ​ດຳລົງ​ຕຳ​ແໜ່​ງຂອງລັດຖະບານ ທ່ານ Obama.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG