ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກ​ການ​ທູດ ສະ​ຫະ​ລັດ ຈະ​ກັບ​ຄືນ​ໄປ ຢູ​ເຄ​ຣນ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ, ຊ້າຍ, ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິ​ງ​ເຄັນ, ຂວາ, ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ. 24 ເມ​ສາ, 2022.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ, ຊ້າຍ, ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິ​ງ​ເຄັນ, ຂວາ, ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ. 24 ເມ​ສາ, 2022.

ບັນ​ດາ​ນັກ​ການ​ທູດອາ​ເມ​ຣິ​ກັນ ​ຈະ​ເລີ່ມ​ກັບ​ໄປ​ປະ​ເທດ​ຢູ​ເຄ​ຣນ​ອາ​ທິດນີ້, ທຳ​ອິດ​ແມ່ນ​ໄປ​ເມືອງ ລິ​ວິບ ທາງ​ພາກ​ຕາ​ເວັນ​ຕົກ​ ແລະ ໃນ​ທີ່​ສຸດ​ແມ່ນ​ນະ​ຄອນຫຼວງ ກີ​ຢິບ.

ສະ​ຫະ​ລັດ ແມ່ນ​ຍັງ​ຈະ​ສະ​ໜອງ​ເງິນ​ຊ່ວຍ​ເຫຼືອ​ດ້ານ​ການ​ທະ​ຫານ​ຕ່າງ​ປະ​ເທດ​ຕໍ່​ໄປ​ສຳ​ລັບ​ຢູ​ເຄ​ຣນ ເພື່ອ​ຊ່ວຍ​ເຫຼື​ອ​ປະ​ເທດ​ດັ່ງ​ກ່າວ​ໃຫ້​ມີ​ອາ​ວຸດ​ທີ່​ທັນ​ສະ​ໄໝ​ກວ່າ​ເກົ່າ ແລະ ລະ​ບົບ​ປ້ອງ​ກັນ​ອາ​ກາດ​ເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ, ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້​າ​ທີ່​ສະ​ຫະ​ລັດ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຈະ​ສະ​ເໜີ​ຊື່​ທ່ານ​ນາງ ບ​ຣິດ​ເຈັດ ບ​ຣິ້ງ ຢ່າງ​ເປັນ​ທາງ​ການ, ເຊິ່ງ​ປັດ​ຈຸ​ບັນ​ ແມ່ນ​ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ລັດ ປະ​ຈຳ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສ​ໂລ​ວາ​ເກຍ, ໃຫ້​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສະ​ຫະ​ລັດ ປະ​ຈຳ​ຢູ​ເຄ​ຣນ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທ່ານ​ນຶ່ງ​ໄດ້​ກ່າວ​ວ່າ “ນີ້​ຈະ​ເປັນ​ການ​ກ່າວ​ຢ້ຳ ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເຮົາ​ຕໍ່​ຢູ​ເຄ​ຣນ. ພວກ​ເຮົາ​ຈະ​ພະ​ຍາ​ຍາມ​ເພື່ອ​ນຳ​ເອົາ​ບັນ​ດາ​ນັກ​ການ​ທູດ​ຂອງ​ພວກ​ເຮົາ​ ກັບ​ຄືນ​ໄປ​ສະ​ຖານ​ທູດ​ຂອງ​ພວກ​ເຮົາ ​ໃນ​ນະ​ຄອນຫຼວງ​ກີ​ຢິບ ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ຫຼາຍ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ຢູ​ໂຣບ ແລະ ອົງ​ການ NATO ແມ່ນ​ກຳ​ລັງ​ສົ່ງ​ນັກ​ການ​ທູດ​ຂອງ​ເຂົາ​ເຈົ້າ​ກັບ​ໄປ​ນະ​ຄອນຫຼວ​ງ​ກີ​ຢິບ, ລວມ​ມີ​ປະ​ເທດ ອອ​ສ​ເຕ​ຣ​ຍ, ແບ​ລ​ຈຽມ, ສາ​ທາ​ລະ​ນະ​ລັດ​ ເຊັກ, ຝ​ຣັ່ງ, ອິ​ຕາ​ລີ, ສ​ໂລ​ວາ​ເກຍ ແລະ ສ​ໂລ​ເວ​ເນຍ. ລັດ​ຖະ​ບານ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ໄດ້​ປະ​ກາດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ຈະ​ເປີດ​ສະ​ຖານ​ທູດ​ອັງ​ກິດ​ໃນ​ນະ​ຄອນຫຼວງ ກີ​ຢິບ ຄືນ​ໃນ​ບໍ່​ຊ້ານີ້.

ການ​ກັບ​ຄືນ​ໄປ​ຂອງ​ບັນ​ດາ​ນັກ​ການ​ທູດ​ຕ່າງ​ປະ​ເທດ​ໄດ້​ຖືກ​ພິ​ຈາ​ລະ​ນາ​ວ່າ ​ເປັນ​ສັນ​ຍານ​ຂອງ​ລັກ​ສະ​ນະ​ຄວາມ​ປອດ​ໄພ​ໃນ​ຢູ​ເຄ​ຣນ ຫຼັງ​ຈາກ​ການ​ລະ​ດົມ​ຍິງແລະ ຖິ້ມ​ລະ​ເບີດ​ຂອງ​ຣັດ​ເຊຍ ​ເປັນ​ເວ​ລາ​ເກືອບ​ສອງ​ເດືອນ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ມີ​ຈຸດ​ປະ​ສົງ ​ທີ່​ຈະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຫຼາຍກວ່າ 713 ລ້ານ​ໂດ​ລາ​ໃນ​ເງິນ​ຊ່ວຍ​ເຫຼືອ​ຕໍ່​ທະ​ຫານ​ຕ່າງ​ປະ​ເທດ. ນີ້​ລວມ​ມີ​ທຶນ​ສຳ​ລັບ​ຢູ​ເຄ​ຣນ ແລະ ພັນ​ທະ​ມິດ​ອື່ນໆ ​ອີກ 15 ປະ​ເທດ ແລະ ຄູ່​ຮ່ວມ​ທັງ ຫຼາຍ​ໃນ​ພາ​ກ​ກາງ ແລະພາກ​ຕາ​ເວັນ​ອອກ​ຂອງ​ຢູ​ໂຣບ, ໃນ​ທະ​ເລ​ບອ​ລ​ກັນແລະ ມັນ​ຈະ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ຄວາມ​ຕ້ອງ​ການ​ດ້ານ​ຄວາມ​ສາ​ມາດ​ຂອງ​ຢູ​ເຄ​ຣນ, ໂດຍ​ສ​ະ​ເພາະ​ສຳ​ລັບ​ການ​ຕໍ່​ສູ້ ​ໃນ​ພາກ​ພື້ນດອນ​ບາ​ສ.”

ດ້ວຍ​ການ​ຊ່ວຍ​ເຫຼືອ​ຄັ້ງ​ໃໝ່​ໃນ​ການ​ຈັດ​ຫາ​ທຶນ​ທະ​ຫານ​ຕ່າ​ງ​ປະ​ເທດ​ນັ້ນ, ສະ​ຫະ​ລັດ​ ແມ່ນ​ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ປອດ​ໄພ​ ປະ​ມານ ສາມ​ພັນ​ສີ່​ຮ້ອຍ​ລ້ານ​ໂດ​ລາ​ ຕໍ່​ຢູ​ເຄ​ຣນ ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ ​ຂອງຣັດ​ເຊຍ ໄດ້​ເລີ່ມ​ຂຶ້ນ, ແລະ ຫຼາຍກວ່າ ສີ່​ພັນສາມ​ຮ້ອຍ​ລ້ານ​ໂດ​ລາ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ.

ໃນ​ວັນ​ອາ​ທິດ​ວານນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານແອນ​ໂທ​ນີ ບ​ລິງ​ເຄັນ ແລະ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ທ່ານ ລອຍດ໌ ອອ​ສ​ຕິນ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ດ​ມິ​ໂຕ​ຣ ຄູ​ເລ​ບາ ແລະ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ທ່ານ ໂອ​ເລັກ​ຊີ ເຣ​ສ​ນີກອ​ຟ ໃນ​ນະ​ຄອນຫຼວງ​ກີ​ຢິບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG