ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ນັກ​ການ​ທູດ​ສະ​ຫະ​ລັດ ເລີ້ມ​ເຮັດ​ວຽກ​ບາງ​ຢ່າງ​ແລ້ວ ໃນ​ຢູ​ເຄ​ຣນ


ແຟ້ມ - ວິວ​ຂອງ​ສະ​ຖານ​ທູດ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 12 ກຸມ​ພາ 2022
ແຟ້ມ - ວິວ​ຂອງ​ສະ​ຖານ​ທູດ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 12 ກຸມ​ພາ 2022

ນັກ​ການ​ທູດ​ສະ​ລັດ​ທ່ານ​ນຶ່ງ ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ສະ​ຫະ​ລັດ​ອາດ​ຈະ​ເປີດ​ສະ​ຖານ​ທູດ​ຂອງ​ຕົນ​ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣນ ໃນ​ໄວໆ​ນີ້.

ອຸບ​ປະ​ທູດຄ​ຣິ​ສ​ຕີ​ນາ ຄວີນ (Kristina Kvien) ກ່າວ​ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ​ທີ່​ນະ​ຄອນ​ຫຼວງ​ກີ​ຢິບ​ວ່າ ສະ​ຫະ​ລັດ​ຍັງ​ຈະ​ລໍ​ຖ້າ​ການ​ຕັດ​ສິນ​ໃຈ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່​ດ້ານ​ຄວາມ​ປອດ​ໄພ ກ່ອນ​ທີ່​ຈະ​ເປີດ​ສ​ະ​ຖານ​ທູດ​ຂອງ​ຕົນ​ຄືນ.

ທ່ານ​ນາງ​ກ່າວ​ວ່າ “ເວ​ລາ​ພວກ​ເຂົາ​ເຈົ້າ​ບອກ​ພວກ​ເຮົາ​ວ່າ ພວກ​ເຮົາ​ສາ​ມາດ​ກັບ​ຄືນ​ໄປ​ໄດ້ ພວກ​ເຮົາ​ກໍ​ຈະ​ກັບ​ຄືນ​ໄປ.”

ທ່ານ​ນາງ​ຄວີນ ກ່າວ​ວ່າ ພວກ​ນັກ​ການ​ທູດ​ສະ​ຫະ​ລັດ​ຈະ​ເລີ້ມ​ເດີນ​ທາງງ​ໄປ​ເຮັດ​ວຽກ​ໃນ​ຕອນ​ກາງ​ເວັນ​ທີ່​ນະ​ຄອ​ຫຼວງ​ຂອງ​ຢູ​ເຄ​ຣນ ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ຕໍ່​ໜ້ານີ້.

“ພວກ​ເຮົາ​ແມ່ນ​ຕື່ນ​ເຕັ້ນ​ທີ່​ຈະ​ໄດ້​ເດີນ​ທາງ​ກັບ​ຄືນ​ໄປ​ແລະ​ຈະ​ສືບ​ຕໍ່​ດຳ​ເນີນ​ຄວ​າມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ ທີ່​ຈະ​ເຮັດ​ທຸກ​ສິ່ງ​ຢ່າງ​ທີ່​ສາ​ມາດ​ເຮັດ​ໄດ້ ທາງ​ພາກ​ພື້ນ​ດິນ​ຢູ່​ທີ່ນີ້ ​ເພື່ອ​ຊ່ວຍ​ໃຫ້​ຢູ​ເຄ​ຣນ​ຊະ​ນະ​ສົງ​ຄາມນີ້.”

ທ່ານ​ນາງ​ຄວີນ ​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ວ່າ ສານ​ໄປ​ຫາ​ຣັດ​ເຊຍ​ກໍ​ແມ່ນ​ວ່າ ‘ເຈົ້າ​ລົ້ມ​ແຫຼວ’ ຢູ​ເຄ​ຣນ​ແມ່ນ​ຍັງ​ຢືນ​ຢູ່.”

ສະ​ຖານ​ທູດ​ຂອງ​ສະ​ຫະ​ລັດ​ໄດ້​ປິດ​ລົງ ​ເກືອບສອງ​ອາ​ທິດ ກ່ອນ​ທີ່​ຣັດ​ເຊຍ​ບຸກ​ໂຈມ​ຕີ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 24 ກຸມ​ພາ​ຜ່ານ​ມາ.”

ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ​ນີ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ວ່າ ພວກ​ນັກ​ການ​ທູດ​ຂອງ​ສະ​ຫະ​ລັດ​ຈຳ​ນວນ​ນຶ່ງ​ຈະ​ເລີ້ມເດີນ​ທາງ​ໄປ​ຢ້ຽມ​ຢາມ​ເມືອ​ງ​ລີ​ວິບ ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ຂ່າວ​ກ່ຽວ​ກັບ​ການ​ເລີ້ມ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພວກ​ນັກ​ການ​ທູດ​ສະ​ຫະ​ລັດ​ຄືນ​ອີກ​ໃນ​ຢູ​ເຄ​ຣນ​ມີ​ຂຶ້ນ​ຫຼັງ​ຈາກ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສະ​ຫະ​ລັດ​ຕໍ່​ປະ​ເທດ​ດັ່ງ​ກ່າວ ຮວມ​ທາງ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG