ລາຍງານພາຍໃນຂອງກະຊວງການຕ່າງປະເທດສະຫະລັດແຈ້ງວ່າ ພວກນັກການທູດຂອງ
ສະຫະລັດໃນປາກິສຖານພວມປະເຊີນກັບການຮາວີລົບກວນ ໂດຍເຈດຕະນາ ຈົງໃຈ ແລະ
ເປັນລະບົບ ດ້ວຍນໍ້າມືຂອງລັດຖະບານປາກິສຖານ ຫຼັງຈາກໄດ້ມີການສັງຫານນາຍ Osa-
ma bin-Laden ໃນປີກາຍນີ້.
ລາຍງານສະບັບນີ້ພົບວ່າ ອົງການຕ່າງໆຂອງສະຫະລັດ ໃນປາກິສຖານ ໄດ້ຖືກຂັດຂວາງ
ໜັກຜິດປົກກະຕິເຖິງລະດັບເຂັ້ມຂຸ້ນໃໝ່ນັບຕັ້ງແຕ່ໜ່ວຍກ້າຕາຍຂອງກອງທັບເຮືອສະຫະ
ລັດ ໄດ້ບຸກເຂົ້າໄປສັງຫານ ນາຍ bin-Laden ທີ່ເຮືອນຂອງລາວ ໃນເມືອງ Abbottabad
ໃນເດືອນພຶດສະພາປີກາຍນີ້. ລາຍງານແຈ້ງວ່າ ບັນຫາຕ່າງໆທີພວກນັກການທູດສະຫະ
ລັດປະເຊີນນັ້ນ ແມ່ນຮວມທັງ ການຊັກຊ້າ ໃນການອອກວີຊ່າ ການຂັດຂວາງໃນການສົ່ງ
ເຄື່ອງໄປໃຫ້ ທັງສຳຫຼັບໂຄງການໃຫ້ການຊ່ອຍເຫຼືອແລະໂຄງການກໍ່ສ້າງຕ່າງໆ ຕະຫຼອດ
ທັງການສອດສ່ອງກວດກາ ແລະການແຊກແຊງເຂົ້າໃນປະຕິບັດງານ ຂອງພວກເຈົ້າໜ້າທີ່
ແລະພວກສັນຍາຈ້າງຂອງທາງສະຖານທູດ.
ແຕ່ຫຼາຍໆພາກສ່ວນທີ່ໃຫ້ລາຍລະອຽດຢ່າງຍືດຍາວ ກ່ຽວກັບການຮາວີລົບກວນໄດ້ຖືກ
ຂີດຂ້າອອກ ພ້ອມກັບຄຳສະເໜີແນະຫຼາຍໆຢ່າງ ເພື່ອແກ້ໄຂສະຖານະການໃຫ້ດີຂຶ້ນ.
ການພົບເຫັນເຫຼົ່ານີ້ແມ່ນຮວມຢູ່ໃນລາຍງານຂອງຄະນະກວດກາທົ່ວໄປຂອງກະຊວງການ
ຕ່າງປະເທດສະຫະລັດກ່ຽວກັບການປະຕິບັດງານຂອງສະຖານທູດທີ່ນະຄອນຫຼວງອິສລາ
ມາບັດ. ລາຍງານຂອງຄະນະກວດດັ່ງກ່າວໄດ້ຊົມເຊີຍສະຖານທູດສະຫະລັດທີ່ມີຄວາມສຳ
ພັນແບບສະລັບຊັບຊ້ອນ ໃນການເປັນພາຄີ ແບບອ່ອນນອກແຂງໃນທີ່ມີການປ່ຽນແປງ
ໄປມາລະຫວ່າງການເປັນພັນທະມິດແລະເປັນປໍລະປັກ.
ຄວາມສຳພັນລະຫວ່າງວໍຊິງຕັນ ແລະອິສລາມາບັດ ໄດ້ຊຸດໂຊມລົງຍ້ອນເຫດຮ້າຍຫຼາຍໆ
ຢ່າງຮວມທັງການຍິງຊາວປາກິສຖານ 2 ຄົນໂດຍຄົນງານສະຫະລັດ ໃນເດືອນມັງກອນປີ
ກາຍ ການໂຈມຕີສະຖານທູດສະຫະລັດ ທີ່ນະຄອນຫຼວງກາບູລ ໃນເດືອນກັນຍາ ປີກາຍ
ໂດຍພວກຫົວຮຸນແຮງຈັດທີ່ເຊື່ອກັນວ່າມີຄວາມສຳພັນກັບໜ່ວຍສືບລັບປາກິສຖານບວກ
ໃສ່ກັບການບຸກສັງຫານນາຍ bin-Laden.