ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດສະຫະລັດ ທ່ານຈອນ ບອລຕັນ
ໄດ້ກ່າວໃນວັນອາທິດວານນີ້ວ່າ ນັກການທູດສະຫະລັດ ໄດ້ໄປຢ້ຽມຢາມ
ນັກໂທດຖືສອງສັນຊາດ ອາເມຣິກັນ ແລະຊາອຸດີ ທີ່ເຊື່ອວ່າໄດ້ຖືກທາ
ລຸນລະຫວ່າງການກັກຂັງຂອງລາວຢູ່ໃນຣີອາດ.
ທ່ານວາລິດ ຟິໄຕຮີ ສຳເລັດປະລິນຍາເອກຈາກມະຫາວິທະຍາໄລຮາເວີຣດ໌
ຜູ້ທີ່ໄດ້ເປີດໂຮງໝໍໃນຊາອຸດີ ອາຣາເບຍ ໃນປີ 2006 ໄດ້ຖືກກັກຂັງໃນປີ
2017 ພ້ອມດ້ວຍຄົນສຳຄັນຊາອຸດີອື່ນໆ ອັນເປັນພາກສ່ວນທີ່ລັດຖະບານ
ກ່າວວ່າ ເປັນການທັບມ້າງການສໍ້ໂກງ. ຫຼັງຈາກໄດ້ກັກຂັງໄວ້ທີ່ໂຮງແຮມ
ຣິຕສ໌ ຄາລເຕີນ ໃນນະຄອນຣິອາດ ເປັນເວລານຶ່ງອາທິດ ທ່ານຟີໄຕຮີ ຕໍ່
ມາໄດ້ກ່າວຕໍ່ເພື່ອນຄົນນຶ່ງວ່າ ລາວໄດ້ຖືກດືງເຂົ້າໄປໃນຫ້ອງ ບ່ອນທີ່ລາວ
ຖືກຕົບຕີ. ປິດໜ້າ ແກ້ສົ້ງຊ້ອນອອກ ແລະມັດຕິດກັບຕັ່ງ ບ່ອນທີ່ລາວ
ໄດ້ຖືກເອົາໄຟຟ້າຊັອດເປັນເວລານຶ່ງຊົ່ວໂມງ.
ເປັນທີ່ຮູ້ໜ້ອຍນຶ່ງ ກ່ຽວກັບຊະຕາກຳຂອງທ່ານນັບແຕ່ນັ້ນມາ ແຕ່ທ່ານ
ບອລຕັນ ກ່າວຕໍ່ໂທລະພາບ CNN ວ່າ “ເທົ່າເຖິງປັດຈຸບັນນີ້ ຄວາມເຂົ້າ
ໃຈຂອງຂ້າພະເຈົ້າກໍຄື ພວກເຮົາໄດ້ມີອັນທີ່ຮ້ອງວ່າການເຂົ້າໄປຫາທາງ
ກົງສຸນ ໝາຍຄວາມວ່າ ບັນດານັກການທູດອາເມຣິກັນຢູ່ໃນຊາອຸດີ
ອາຣາເບຍ ໄດ້ໄປຢ້ຽມຢາມທ່ານ.”
ແຕ່ທ່ານກ່າວວ່າ “ນອກເໜືອໄປກວ່ານັ້ນ ພວກເຮົາບໍ່ມີລາຍລະອຽດ
ເພີ້ມເຕີມໃນປັດຈຸບັນນີ້.”
ທະນາຍຄວາມຂອງທ່ານຟີໄຕຮີ ຄືທ່ານຮາເວີຣດ໌ ກຸບເປີຣ ກ່າວຕໍ່ກະ
ຊວງຕ່າງປະເທດສະຫະລັດໃນເດືອນມັງກອນທີ່ຜ່ານມາວ່າ ທ່ານຟາ
ໄຕຮີໄດ້ຖືກກັກຂັງຢູ່ໃນຄຸກຊາອຸດີ ບ່ອນທີ່ທ່ານ “ໄດ້ອະນຸຍາດໃຫ້ຕິດຕໍ່
ກັບໂລກພາຍນອກໄດ້ໜ້ອຍນຶ່ງ.”
ທ່ານກຸບເປີ ກ່າວຢູ່ໃນໜັງສືຂອງທ່ານວ່າ “ເປັນທີ່ເຊື່ອວ່າ ດຣ. ຟີໄຟຮີ
ໄດ້ຖືກທາລຸນຢ່າງໜ້ອຍທາງດ້ານຈິດຕະສາດ ລະຫວ່າງການກັກຂັງຢູ່
ໃນຄຸກຂອງທ່ານ.
ທະນາຍຄວາມກ່າວວ່າ ຄອບຄົວຂອງທ່ານສາມາດໄປຢ້ຽມຢາມທ່ານໄດ້
ເປັນບາງໂອກາດ ພ້ອມດ້ວຍການສົນທະນາກັບທ່ານທາງໂທລະສັບ. ແຕ່
ທ່ານກຸບເປີ ກ່າວວ່າ “ຮ່າງກາຍຂອງທ່ານຊຸດໂຊມລົງ” ແລະທ່ານປາກົດ
ວ່າຢູ່ໃນ “ຄວາມໂສກເສົ້າທີ່ສຸດ.”