ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາບການ ດ້ານສິດທິມະນຸດ ຢູ່ຈີນ ຍັງສືບຕໍ່ ຊຸດໂຊມລົງ


ຕຳຫຼວດຄົນນຶ່ງ ຊີ້ໃສ່ຜູ້ສະໜັບສະໜຸນ ໜັງສືພິມລາຍສັບປະດາ ພາກໃຕ້ ທີ່ນັ່ງຢູ່ເທິງລໍ້ຍູ້ ກ່ອນນຳຕົວຜູ້ກ່ຽວໄປ ໃນລະຫວ່າງການປະທ້ວງ ໃກ້ໆສຳນັກງານໃຫຍ່ ຂອງໜັງສືພິມດັ່ງກ່າວ ທີ່ເມືອງກວາງໂຈວ ໃນແຂວງກວາງຕຸ້ງ (10 ມັງກອນ 2013)
ຕຳຫຼວດຄົນນຶ່ງ ຊີ້ໃສ່ຜູ້ສະໜັບສະໜຸນ ໜັງສືພິມລາຍສັບປະດາ ພາກໃຕ້ ທີ່ນັ່ງຢູ່ເທິງລໍ້ຍູ້ ກ່ອນນຳຕົວຜູ້ກ່ຽວໄປ ໃນລະຫວ່າງການປະທ້ວງ ໃກ້ໆສຳນັກງານໃຫຍ່ ຂອງໜັງສືພິມດັ່ງກ່າວ ທີ່ເມືອງກວາງໂຈວ ໃນແຂວງກວາງຕຸ້ງ (10 ມັງກອນ 2013)
ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງກະຊວງການຕ່າງປະເທດສະຫະ
ລັດກ່າວວ່າ ສະພາບການດ້ານສິດທິມະນຸດໃນຈີນພວມຊຸດໂຊມ
ລົງ ໂດຍກ່າວຫາປັກກິ່ງວ່າ ຮາວີລົບກວນຄອບຄົວຂອງພວກນັກ ເຄື່ອນໄຫວກົດຂີ່ພວກຊົນກຸ່ມນ້ອຍ ແລະພວກທີ່ນັບຖືສາສະໜາ
ກຸ່ມນ້ອຍ.

ທ່ານນາງ Uzra Zeya ຮັກສາການລັດຖະມົນຕີຊ່ອຍວ່າການ
ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບໃນເລື່ອງປະ
ຊາທິປະໄຕ ສິດທິມະນຸດ ແລະ ແຮງງານ ກ່າວຕໍ່ພວກນັກຂ່າວ
ໃນວັນສຸກມື້ນີ້ວ່າ ການເຈລະຈາຮອບລ່າສຸດ ກັບພວກເຈົ້າໜ້າ
ທີ່ຈີນກ່ຽວກັບເລື່ອງສິດທິມະນຸດ ໃນມື້ວັນອັງຄານ ແລະວັນພຸດ
ຜ່ານມານີ້ບໍ່ໄດ້ບັນລຸຜົນຕາມທີ່ສະຫະລັດຄາດໝາຍເອົາໄວ້.

ທ່ານນາງ Zeya ກ່າວໃນການຖະແຫຼງຂ່າວ ທີ່ກຸງປັກກິ່ງວ່າ ຈີນໄດ້ຮາວີລົບກວນເພີ້ມຂຶ້ນ ແລະແນເປົ້າໝາຍ ໃສ່ສະມາຊິກໃນຄອບຄົວ ພ້ອມໆກັບ ເພື່ອນຮ່ວມງານ ຂອງພວກນັກ ເຄື່ອນໄຫວ ຕະຫຼອດທັງນະໂຍບາຍຕໍ່ພວກຊົນກຸ່ມນ້ອຍໃນເຂດທິເບດແລະເຂດພວກມຸສ ລິມວີເກີ້ ໄດ້ມີການກົດຂີ່ເພີ້ມຂຶ້ນ.

ທ່ານນາງເວົ້າວ່າ ການຍົກເອົາເລື່ອງສິດທິມະນຸດ ຂຶ້ນມາໂອ້ລົມກັບຈີນ ແມ່ນເປັນເລື່ອງທີ່
ຍຸ່ງຍາກຫຼາຍ ແຕ່ກໍຍັງຈະສືບຕໍ່ ເປັນພາກສ່ວນອັນສຳຄັນ ໃນນະໂຍບາຍຂອງສະຫະລັດ.
XS
SM
MD
LG