ຜູ້ແທນພິເສດຂອງສະຫະລັດສຳລັບຢູເຄຣນ, ທ່ານ ເຄີຣທ໌ ວົກເຄີ (Kurt
Volker) ເວົ້າວ່າ ຣັດເຊຍ ຕ້ອງປ່ອຍຕົວພວກທະຫານເຮືອ ທີ່ຖືກຈັບຢູ່ຊ່ອງ
ແຄບເຄີຣຈ໌ ໃນທ້າຍເດືອນພະຈິກຜ່ານມານັ້ນ ໃນມື້ບຸນຄຣິສມາສ ຫລື
“ກ່ອນປີໃໝ່ນີ້”.
ທ່ານ ວົກເຄີ ກ່າວຕໍ່ວີໂອເອໃນວັນຈັນຜ່ານມາ ຢູ່ນະຄອນວໍຊິງຕັນ ໂດຍໃຫ້
ການອະທິບາຍວ່າ ສະຫະລັດ ແລະປະເທດພັນທະມິດເຂດຕາເວັນຕົກຂອງ
ຕົນ ກຳລັງພິຈາລະນາເອົາຫລາຍທາງເລືອກ ເພື່ອປ້ອງກັນບໍ່ໃຫ້ຣັດເຊຍທຳ
ການ "ຄວບຄຸມແບບຝ່າຍດຽວ” ຢູ່ເຂດນ່ານນ້ຳຂອງທະເລອາຊັອຟ ທີ່ໃຊ້
ຮ່ວມກັນນັ້ນ.
ທ່ານກ່າວວ່າ “ພວກເຮົາບໍ່ຍອມຮັບ ແລະກໍຈະບໍ່ຍອມໃຫ້ຣັດເຊຍເອົາແຫລມ
ໄຄຣເມຍ ທີ່ປະເທດດັ່ງກ່າວອ້າງເອົານັ້ນ ໄປເຂົ້າເປັນສ່ວນນຶ່ງຂອງຣັດເຊຍ,”
ໂດຍເນັ້ນໃຫ້ເຫັນ ເຖິງທ່າທີຂອງສະຫະລັດ ທີ່ມີນັບແຕ່ຕອນທີ່ຣັດເຊຍໄດ້
ທຳສິ່ງທີ່ເອີ້ນວ່າ ເອົາແຫລມ ໄຄຣເມຍ ທີ່ຢູ່ທາງຕາເວັນອອກຂອງຢູເຄຣນ
ເຂົ້າເປັນຂອງຕົນໃນປີ 2014 ນັ້ນເປັນຕົ້ນມາ ໂດຍບອກວ່າເຂດນ່ານນ້ຳ
ຂອງທະເລອາຊັອຟ ແມ່ນຕ້ອງມີການຈັດການແບບສອງຝ່າຍລະຫວ່າງຢູ
ເຄຣນ ແລະຣັດເຊຍ ທ່ານເວົ້າວ່າ "ພວກເຮົາບໍ່ຍອມຮັບວ່າ ເຂດນ່ານນ້ຳຢູ່
ອ້ອມແອ້ມເຂດແຫລມ ໄຄຣເມຍ ເປັນຂອງຣັດເຊຍ. ມັນເປັນຂອງຢູເຄຣນ.
ສະນັ້ນ ພວກເຮົາບໍ່ຍອມຮັບວ່າຊ່ອງແຄບເຄີຣຈ໌ ວ່າເປັນຂອງຣັດເຊຍໂດຍ
ທັງໝົດ. ພວກເຮົາເຊື່ອວ່າ ມັນເປັນເຂດທີ່ມີອະທິປະໄຕຮ່ວມກັນ.”
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ
ທ່ານຍັງກ່າວອີກວ່າ ການກະທຳຂອງຣັດເຊຍ ທີ່ໃຊ້ຄວາມຮຸນແຮງໃນວັນທີ
25 ພະຈິກຜ່ານມາ ຕອນທີ່ປະເທດດັ່ງກ່າວຍິງ ແລະໃນທີ່ສຸດກໍຍຶດເອົາກ່ຳ
ປັ່ນກອງທັບເຮືອຂອງຢູເຄຣນ 3 ລຳໃນຂະນະທີ່ກ່ຳປັນດັ່ງກ່າວກຳລັງແລ່ນ
ໄປຈາກ ທະເລດຳ ພະຍາຍາມໄປຍັງເຂດທະເລອາຊັອຟ ໂດຍຜ່ານຊ່ອງ
ແຄບເຄີຣຈ໌ນັ້ນ ຖືວ່າ "ເປັນການລະເມີດກົດໝາຍສາກົນ ແລະລະເມີດສັນ
ຍາສອງຝ່າຍກັບຢູ ເຄຣນຢ່າງເປີດແປນ." ທ່ານກ່າວອີກວ່າ ສະຫະລັດຂໍຢືນ
ຢັນ ໃຫ້ຣັດເຊຍເອົາກ່ຳປັ່ນ ແລະທະຫານ ພ້ອມກັບພວກນັກສືບ 24 ຄົນ ທີ່
ຖືກຈັບໂດຍພວກນັກສືບຂອງຣັດເຊຍນັ້ນ ຄືນໃຫ້ແກ່ຢູເຄຣນ.
ທ່ານ ວົກເຄີ ຍັງເວົ້າອີກວ່າ ປະເທດພັນທະມິດຂອງສະຫະລັດໃນທະວີບຢູ
ໂຣບສາມາດທີ່ຈະກ້າວໄປເກືອດຫ້າມເຮືອຂອງຣັດເຊຍ ທີ່ແລ່ນອອກຈາກ
ແຫລມໄຄຣເມຍ ຫລື ເຂດທະເລອາຊັອຟ ບໍ່ໃຫ້ໄປຈອດຢູ່ທ່າເຮືອຂອງຢູໂຣບ.
ທ່ານ ບອກວ່າ ການເຄື່ອນໄຫວດັ່ງກ່າວ ແມ່ນໄດ້ຖືກນຳສະເໜີໂດຍທ່ານ
ແອນເນເກຣດ ແຄຣັມພ໌- ແຄເຣັນນາໂບ (Annegret Kramp-
Karrenabaue), ເລຂາທິການໃຫຍ່ຂອງສະຫະພາບປະຊາທິປະໄຕສາດສະ
ໜາຄຣິສຕຽນຂອງເຢຍຣະມັນ ແລະຜູ້ທີ່ຈະເປັນຄົນໄປກຳຕຳແໜ່ງແທນທ່ານ
ນາງ ແອນເຈີລາ ເມີໂຄ, ນາຍົກລັດຖະມົນຕີ ຜູ້ທີ່ກຳລັງຈະພົ້ນຈາກຕຳແໜ່ງ.