ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອະດີດ ນັກການທູດ ສຫລ ລາອອກ ຈາກ ຄະນະກຳມາທິການທີ່ປຶກສາ ຂອງ ມຽນມາ


ໃນລະຫວ່າງການສຳພາດ ກັບອົງການຂ່າວ ເອພີ້, ອະດີດຜູ້ປົກຄອງລັດ ນິວເມັກຊິໂກ ທ່ານບີລ ຣິເຈີຣດຊັນ ໄດ້ກ່າວວ່າ ທ່ານໄດ້ລາອອກຈາກຄະນະກຳມາທິການທີ່ປຶກສາ ເຊິ່ງພະຍາຍາມ ຈະແກ້ໄຂບັນຫາຂະໜາດໃຫຍ່ ກ່ຽວກັບ ວິກິດການອົບພະຍົບ ຊາວໂຣຮິງຢາ.
ໃນລະຫວ່າງການສຳພາດ ກັບອົງການຂ່າວ ເອພີ້, ອະດີດຜູ້ປົກຄອງລັດ ນິວເມັກຊິໂກ ທ່ານບີລ ຣິເຈີຣດຊັນ ໄດ້ກ່າວວ່າ ທ່ານໄດ້ລາອອກຈາກຄະນະກຳມາທິການທີ່ປຶກສາ ເຊິ່ງພະຍາຍາມ ຈະແກ້ໄຂບັນຫາຂະໜາດໃຫຍ່ ກ່ຽວກັບ ວິກິດການອົບພະຍົບ ຊາວໂຣຮິງຢາ.

ອະດີດນັກການທູດ ສະຫະລັດ ທ່ານ ບີລ ຣິເຈີຣດຊັນ ໄດ້ລາອອກຈາກຄະນະກຳມາ
ທິການສາກົນ ທີ່ໃຫ້ການປຶກສາແກ່ມຽນມາ ກ່ຽວກັບ ວິກິດການຊາວໂຣຮິງຢາ ໃນ
ວັນພຸດວານນີ້ ໂດຍກ່າວຫາວ່າ ຄະນະນີ້ ບໍ່ມີຄວາມໝາຍໝັ້ນຕໍ່ການປ່ຽນແປງປະເທດ
ໃນເຂດເອເຊຍຕາເວັນອອກສຽງໃຕ້ ແຫ່ງນີ້.

ທ່ານຣິເຈີຣດຊັນ ກ່າວໃນຖະແຫລງການສະບັບນຶ່ງວ່າ “ມັນປາກົດວ່າ ຄະນະກຳມາ
ທິການນີ້ ແມ່ນເປັນໄປໄດ້ສູງ ທີ່ຈະກາຍເປັນກຸ່ມກອງເຊຍ ໃຫ້ແກ່ນະໂຍບາຍຂອງ
ລັດຖະບານ ແທນທີ່ຈະນຳສະເໜີນະໂຍບາຍ ເພື່ອການປ່ຽນແປງທີ່ຈິງໃຈ ເຊິ່ງມີ
ຄວາມຈຳເປັນທີ່ສຸດ ເພື່ອຮັບປະກັນໃຫ້ມີ ສັນຕິພາບ ສະຖຽນລະພາບ ແລະ
ການພັດທະນາ ຢູ່ໃນລັດຣາໄຄນ໌ ນັ້ນ.”

ທ່ານຣິເຈີຣດຊັນ ອະດີດ ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະ
ປະຊາຊາດ ແລະ ອະດີດ ລັດຖະມົນຕີ ກະຊວງພະລັງງານ ຢູ່ໃນຄະນະລັດຖະບານ
ຂອງ ທ່ານບີລ ຄລິນຕັນ ໄດ້ລາອອກ ທ່າມກາງການເດີນທາງໄປຢ້ຽມຢາມ ລັດ
ຣາໄຄນ໌ ໃນພາກຕາເວັນຕົກຂອງປະເທດ ຄັ້ງທຳອິດ ບ່ອນທີ່ຊາວມຸສລິມໂຣຮິງຢາ
ເກືອບ 700,000 ຄົນໄດ້ພາກັນຫລົບໜີຈາກການປາບປາມພວກກະບົດ ໂດຍກອງ
ທັບມຽນມາ ຕະຫຼອດໄລຍະ 5 ເດືອນຜ່ານມາ.

ເຮລິຄອບເຕີ ທີ່ບັນທຸກ ຄະນະກຳມາທິການທີ່ປຶກສາ ກຳລັງບິນລົງຈອດ ຢູ່ໃກ້ກັບ ສູນອົບພະຍົບເພື່ອການກັບຄືນຖິ່ນຖານ ສ້າງຂຶ້ນມາໃໝ່ໆ ສຳລັບຊາວອົບພະຍົບ ໂຣຮິງຢາ ທີ່ຄາດໝາຍວ່າ ຈະກັບຄືນປະເທດ ຈາກປະເທດບັງກລາແດັສ, ວັນທີ 24 ມັງກອນ 2018, ຢູ່ໃນເມືອງຕັ້ງປີຢໍ ຂອງມຽນມາ.
ເຮລິຄອບເຕີ ທີ່ບັນທຸກ ຄະນະກຳມາທິການທີ່ປຶກສາ ກຳລັງບິນລົງຈອດ ຢູ່ໃກ້ກັບ ສູນອົບພະຍົບເພື່ອການກັບຄືນຖິ່ນຖານ ສ້າງຂຶ້ນມາໃໝ່ໆ ສຳລັບຊາວອົບພະຍົບ ໂຣຮິງຢາ ທີ່ຄາດໝາຍວ່າ ຈະກັບຄືນປະເທດ ຈາກປະເທດບັງກລາແດັສ, ວັນທີ 24 ມັງກອນ 2018, ຢູ່ໃນເມືອງຕັ້ງປີຢໍ ຂອງມຽນມາ.

ທ່ານຣິເຈີຣດຊັນ ໄດ້ກ່າວວ່າ ຜູ້ນຳຂອງມຽນມາ ທ່ານນາງ ອອງ ຊານ ຊູ ຈີ ແມ່ນຂາດ
ຄຸນສົມບັດ ໃນ “ການເປັນຜູ້ນຳ ທີ່ມີສິນທຳ” ໃນອັນທີ່ເປັນການກ່າວຫາທີ່ມີຂຶ້ນ 2 ວັນ
ພາຍຫລັງຈາກໄດ້ພົບປະກັບທ່ານນາງ ແລະ ບັນດາສະມາຊິກຄະນະລັດຖະບານ ຄົນ
ອື່ນໆ. ທ່ານຣິເຈີຣດຊັນ ໄດ້ກ່າວຕື່ມວ່າ ທ່ານ ແລະທ່ານນາງ ຊູ ຈີ ໄດ້ຖົກຖຽງກັນ ໃນ
ເວລາທີ່ທ່ານ ໄດ້ກ່າວເຖິງ ກໍລະນີ ຂອງນັກຂ່າວຣອຍເຕີສອງຄົນ ທີ່ທຳການລາຍງານ
ກ່ຽວກັບວິກິດການດັ່ງກ່າວ ຜູ້ທີ່ກຳລັງຖືກດຳ ເນີນຄະດີ ໃນຂໍ້ກ່າວຫາວ່າ ລະເມີດຕໍ່ກົດ
ໝາຍ ທີ່ປົກປ້ອງຄວາມລັບຂອງປະ ເທດ.

ທ່ານນາງ ຊູ ຈີ ໄດ້ກ່າວວ່າ ບັນຫາບໍ່ແມ່ນວຽກງານຂອງຄະນະກຳມາທິການ ອີງຕາມ ທ່ານຣິເຈີຣດຊັນ ຜູ້ທີ່ຕໍ່ຈາກນັ້ນມາ ໄດ້ບັນລະບາຍວ່າ ໃນເບື້ອງຕົ້ນທ່ານນາງມີປະຕິ
ກິລິຍາ “ໃຈຮ້າຍຫຼາຍ” ຕໍ່ການສອບຖາມຂອງທ່ານນັ້ນ. ທ່ານໄດ້ກ່າວອີກວ່າ ຕໍ່ຈາກ
ນັ້ນມາ ການໂຕ້ຖຽງກັນ ໄດ້ສືບຕໍ່ໄປ ຢູ່ໃນເວລາຮັບປະທານອາຫານຄ່ຳ ໃນມື້ດຽວກັນ.

ພວກນັກຂ່າວ ທີ່ໄດ້ຖືກຈັບກຸມໂດຍຕຳຫຼວດ ໃນວັນທີ 12 ທັນວາ ປີກາຍນີ້ ຢູ່ໃນ
ນະຄອນ ຢາງກຸ້ງ ໃນຂໍ້ກ່າວຫາວ່າ ມີເອກກະສານລັບໄວ້ໃນຄອບຄອງ ທີ່ກ່ຽວຂ້ອງ
ກັບ ສະຖານະການດ້ານຄວາມໝັ້ນຄົງຂອງຣາໄຄນ໌.

ໂຄສົກ ລັດຖະບານມຽນມາ ທ່ານ ຊໍ ໄຕ ໄດ້ຢືນຢັນຕື່ມ ເຖິງຈຸດຢືນຂອງທ່ານນາງ ຊູ ຈີ
ຢູ່ໃນຄຳເຫັນທີ່ໄດ້ໃຫ້ຕໍ່ບັນດານັກຂ່າວ ເມື່ອຕອນແລງວັນພຸດວານນີ້ ໂດຍເອີ້ນການ
ສອບຖາມຕ່າງໆເຊັ່ນນັ້ນ ຖືວ່າ ນອກເໜືອໄປຈາກອຳນາດຂອງຄະນະກຳມາທິການ.

ໂຄສົກກະຊວງການຕ່າງປະເທດ ທ່ານນາງ ແຮເຕີ ນາວເອີດ ໄດ້ບອກບັນດານັກຂ່າວ
ຢູ່ໃນນະຄອນຫຼວງ ວໍຊິງຕັນ ວ່າ ການລາອອກຂອງ ທ່ານຣິເຈີຣດຊັນ ແລະ ເຫດຜົນ
ທັງຫຼາຍທີ່ທ່ານເຮັດເຊັ່ນນັ້ນ “ໄດ້ກໍ່ໃຫ້ເກີດມີຄວາມເປັນຫ່ວງ.”

Richardson Myanmar
please wait
Embed

No media source currently available

0:00 0:01:17 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG