ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກການທູດສະຫະລັດ ປະຈຳຮົງກົງ ກ່າວວ່າ ການນຳໃຊ້ກົດໝາຍຄວາມໝັ້ນຄົງ ເປັນ 'ເລື້ອງທີ່ໜ້າເສຍໃຈ'


ພວກນະໜັບສະໜຸນຍົກແຜ່ນເຈ້ຍຂາວຂຶ້ນເພື່ອຫລີກລ່ຽງການຫ້າມຄຳຂວັນ ພາຍໃຕ້ກົດໝາຍຄວາມໝັ້ນຄົງສະບັບໃໝ່ໃນຂະນະທີ່ໃຫ້ການສະໜັບສະໜຸນພວກທີ່ຖືກຈັບກຸມ ໃນການປະທ້ວງຕໍ່ຕ້ານກົດໝາຍດັ່ງກ່າວ ຢູ່ດ້ານນອກສານເຂດຕາເວັນອອກຂອງຮອງກົງ.
ພວກນະໜັບສະໜຸນຍົກແຜ່ນເຈ້ຍຂາວຂຶ້ນເພື່ອຫລີກລ່ຽງການຫ້າມຄຳຂວັນ ພາຍໃຕ້ກົດໝາຍຄວາມໝັ້ນຄົງສະບັບໃໝ່ໃນຂະນະທີ່ໃຫ້ການສະໜັບສະໜຸນພວກທີ່ຖືກຈັບກຸມ ໃນການປະທ້ວງຕໍ່ຕ້ານກົດໝາຍດັ່ງກ່າວ ຢູ່ດ້ານນອກສານເຂດຕາເວັນອອກຂອງຮອງກົງ.

ນັກການທູດຂັ້ນສູງຂອງອາເມຣິກາ ໃນຮົງກົງ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ມັນເປັນ “ເລື້ອງທີ່ໜ້າເສຍໃຈ” ທີ່ມີການໃຊ້ ກົດໝາຍຄວາມໝັ້ນຄົງແຫ່ງຊາດສະ ບັບໃໝ່ຕໍ່ເຂດເຄິ່ງປົກຄອງຕົນເອງຂອງຈີນເພື່ອຄ່ອຍໆບັ່ນທອນ “ເສລີພາບຂັ້ນພື້ນຖານ” ຢູ່ໃນເຂດທີ່ເປັນສູນກາງດ້ານການເງິນ ຂອງເອເຊຍ ແລະກໍ່ໃຫ້ເກີດ “ບັນຍາກາດຂອງການບີບບັງຄັບແລະການກວດກາຕົນເອງ” ອີງຕາມລາຍງານຂອງອົງການຂ່າວເອພີິ.

“ການນໍາໃຊ້ກົດໝາຍຄວາມໝັ້ນຄົງແຫ່ງຊາດເພື່ອເຮັດໃຫ້ເສລີພາບຂັ້ນພື້ນຖານ ຫລຸດນ້ອຍຖອຍລົງ ແລະເພື່ອສ້າງບັນຍາກາດຂອງການບີບບັງຄັບ ແລະການກວດກາຕົນເອງນັ້ນ ແມ່ນເປັນເລື້ອງທີ່ໜ້າເສຍໃຈສຳລັບຮົງກົງ” ທ່ານແຮນສຄອມ ສະມິດຕ໌ ເຈົ້າໜ້າທີ່ກົງສຸນປະຈຳຮົງກົງແລະມາເກົ້າ ຂອງສະຫະລັດ ໄດ້ກ່າວຕໍ່ບັນດານັກຂ່າວ. ທ່ານກ່າວຕື່ມວ່າ “ຮົງກົງໄດ້ປະສົບຜົນສຳເລັດຢ່າງຊັດເຈນກໍຍ້ອນການເປີດກວ້າງຂອງຮົງກົງ ແລະພວກເຮົາຈະເຮັດທຸກສິ່ງທຸກຢ່າງທີ່ພວກເຮົາສາມາດເພື່ອຮັກສາສະພາບການນັ້ນໄວ້.”

ກົດໝາຍດັ່ງກ່າວ ທີ່ໄດ້ວາງອອກເມື່ອອາທິດແລ້ວນີ້ ຫຼັງຈາກມີການປະທ້ວງຕໍ່ຕ້ານລັດຖະບານຢູ່ໃນຮົງກົງໃນປີກາຍນີ້ ຈຶ່ງເຮັດໃຫ້ການແບ່ງແຍກດິນແດນ ການໂຄ່ນລົ້ມອຳນາດລັດຖະບານ ຫຼືການເຄື່ອນໄຫວກໍ່ການຮ້າຍໃດໆນັ້ນ ຜິດກົດໝາຍ ພ້ອມດ້ວຍການແຊກແຊງຂອງຕ່າງປະເທດເຂົ້າໃນກິດຈະການພາຍໃນຂອງເມືອງ. ບຸກຄົນຜູ້ໃດກໍຕາມ ເຂົ້າຮ່ວມໃນກິດຈະການເຊັ່ນວ່າ ຮ້ອງຄຳຂວັນຫຼືຖືປ້າຍແລະທຸງທັງຫຼາຍຂຶ້ນ ເພື່ອຮຽກຮ້ອງເອກະລາດຂອງເມືອງນັ້ນເປັນ ການລະເມີດຕໍ່ກົດໝາຍ ບໍ່ວ່າຈະມີການໃຊ້ຄວາມຮຸນແຮງຫຼືບໍ່.

ພວກນັກວິຈານ ເຫັນວ່າ ມັນເປັນບາດກ້າວທີ່ເກັ່ງກາດທີ່ສຸດຂອງປັກກິ່ງທີ່ຈະລຶບລ້າງ ການປ້ອງກັນທາງດ້ານກົດໝາຍລະຫວ່າງອະດີດອານານິຄົມຂອງອັງກິດ ແລະລະບົບພັກຄອມມິວນິສຜະເດັດການຂອງຈີນແຜ່ນດິນໃຫຍ່.

ນັບຕັ້ງແຕ່ກົດໝາຍໄດ້ມີຜົນບັງຄັບໃຊ້ ລັດຖະບານຍັງໄດ້ກຳນົດສະເພາະເຈາະຈົງ ໃຫ້ຄຳຂວັນຂອງພວກປະທ້ວງທີ່ວ່າ “ປົດປ່ອຍຮົງກົງ ການປະຕິວັດເປັນເວລາຂອງພວກເຮົາ” ທີ່ມີຄວາມໝາຍຂອງການແບ່ງແຍກແລະເພາະສະນັ້ນຖືວ່າເປັນການຜິດກົດໝາຍ.

ຫໍສະມຸດສາທາາລະນະ ປຶ້ມເພື່ອປະຊາທິປະໄຕຂຽນໂດຍຜູ້ທີ່ມີສື່ສຽງທັງຫຼາຍໃນຮົງກົງ ກໍໄດ້ຖືກຖອນອອກຈາກຫໍສະມຸດ ລວມທັງປຶ້ມທັງຫຼາຍທີ່ຂຽນໂດຍນັກເຄື່ອນໄຫວເພື່ອປະຊາທິປະໄຕ ທ້າວຈອດຊູອາ ວອງ ແລະນັກການເມືອງທ່ານ ນາງທານຢາ ແຊນ. ທາງການທີ່ກຳກັບນຳຫໍສະມຸດທັງຫຼາຍໄດ້ກ່າວວ່າ ຕົນໄດ້ ທົບທວນຄືນປຶ້ມທັງຫຼາຍເຫຼົ່ານັ້ນ ໃນແງ່ຂອງກົດໝາຍໃໝ່.

ຮ້ານຄ້າຫຼາຍໆແຫ່ງທີ່ຢືນຢູ່ຂ້າງພວກປະທ້ວງເພື່ອປະຊາທິປະໄຕຢ່າງເປີດເຜີຍນັ້ນ ກໍໄດ້ເຄື່ອນໄຫວເພື່ອຖອນເຈ້ຍເພື່ອປະຊາທິປະໄຕແລະພາບແຕ້ມຕ່າງໆທີ່ຕິດຢູ່ຝາຮ້ານຄ້າຂອງເຂົ້າເຈົ້າອອກຈົນໝົດ ເພາະຍ້ານວ່າ ເນື້ອຫາຂອງພວກມັນອາດຈະເປັນການລະເມີດຕໍ່ກົດໝາຍໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG