ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ສະຫະລັດ ພິຈາລະນາ ການ​ກໍ່ອາຊະຍາກຳສົງຄາມ ​ໃນ​ບັນ​ຫາຂັດແຍ້ງ ຢູ່ເອທີໂອເປຍ


ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ກ່າວຖະແຫຼງຂ່າວ ກ່ຽວກັບບົດລາຍງານທາງດ້ານສິດທິມະນຸດ ປະຈໍາປີ 2022 ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 20 ມີນາ 2023.

ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໃນວັນຈັນວານນີ້ວ່າ ສະຫະລັດໄດ້​ພິ​ຈາ​ລະ​ນາວ່າ ບັນດາສະມາຊິກຂອງກອງກໍາລັງຄວາມໝັ້ນຄົງແຫ່ງຊາດຂອງເອທີໂອເປຍ ຫຼື (ENDF), ກອງກໍາລັງຄວາມໝັ້ນຄົງເອຣິ​ເທ​ຣຍ, ກອງກໍາລັງແນວ​ໂຮມປົດປ່ອຍປະຊາຊົນທິເກຣ ຫຼື (TPLF) ແລະກອງກໍາລັງອໍາຮາຣາ ໄດ້ກໍ່ອາຊະຍາກໍາສົງຄາມ ໃນລະຫວ່າງທີ່ມີຄວາມຂັດແຍ້ງກັນຢູ່ທາງພາກເໜືອຂອງປະເທດເອທີໂອເປຍ, ອີງຕາມລາຍງານຂອງອົງການຂ່າວ Reuters.

ທ່ານບລິງເກັນ ກ່າວຕໍ່ນັກຂ່າວວ່າ ບັນດາສະມາຊິກຂອງກອງກໍາລັງ ENDF, ກອງກໍາລັງເອຣິ​ເທ​ຣຍ ແລະກອງກໍາລັງອໍາຮາຣາ ຍັງໄດ້​ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມະ
ນຸດ​ຊາດ ເຊິ່ງ​ທ່ານບ​ລິງ​ເກັນ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າລວມມີການສັງຫານ, ການຂົ່ມຂືນ, ແລະຮູບແບບຂອງການລ່ວງລະເມີດທາງເພດອື່ນໆ ແລະການ​ປະ​ຫັດ​ປະ​ຫານຕ່າງໆ.

ສະມາຊິກຂອງກອງກໍາລັງອໍາຮາຣາ ​ໄດ້​ກໍ່​ອາ​ຊະ​ຍາ​ກຳ​ຕ້ານມະນຸດ​ຊາດ ດ້ວຍການເນລະເທດ ຫຼື ບັງຄັບໃຫ້​ຕ້ອງຍົກຍ້າຍຖິ່ນຖານ ແລະ ກະທໍາຄວາມຜິດດ້ວຍການກວດ​ລ້າງ​ຊົນ​ກຸ່ມ​ນ້ອຍ ຜ່ານການປະຕິບັດຂອງພວກເຂົາ ຕໍ່ປະຊາຊົນຊາວທິເກຣ ທີ່ອາໄສຢູ່ໃນພາກຕາເວັນຕົກຂອງເຂດທິເກຣ, ທ່ານບລິງເກັນກ່າວ.

ການຕັດ​ສິນ​ໃຈດັ່ງກ່າວນີ້ ​ມີ​ຂຶ້ນ​ຫຼັງຈາກການເດີນທາງໄປຢ້ຽມຢາມປະເທດເອທີໂອເປຍ ໂດຍນັກການທູດຂັ້ນສູງຂອງສະຫະລັດໃນອາທິດທີ່ຜ່ານມາ, ເຊິ່ງທ່ານໄດ້ກ່າວ​ຊົມ​ເຊີຍ​ຄວາມກ້າວໜ້າໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຂໍ້ຕົກລົງສັນຕິພາບ ຢູ່ໃນປະເທດແຫ່ງນີ້ ແຕ່​ກໍ​ຍັງ​ບໍ່​ເຖິງ​ຂັ້ນ​ທີ່ຈະຮັບພວກເຂົາ ເຂົ້າສູ່ໂຄງການການຄ້າຂອງສະຫະລັດຄືນໃໝ່ ໃນທັນທີ.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG