ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ນັກຂຽນຂໍ້ຄວາມໃນເວັບໄຊ ສິງກະໂປ ຂໍລີ້ໄພໃນ ສະຫະລັດ


ຊາຍໜຸ່ມນັກຂຽນຂໍ້ຄວາມໃນເວັບໄຊ ທ້າວ Amos Yee ເດີືອນທາງຮອດສານລັດຖະບານພ້ອມແມ່ຂອງລາວໃນປະເທດ ສິງກະໂປ. 28 ກັນຍາ, 2016.
ຊາຍໜຸ່ມນັກຂຽນຂໍ້ຄວາມໃນເວັບໄຊ ທ້າວ Amos Yee ເດີືອນທາງຮອດສານລັດຖະບານພ້ອມແມ່ຂອງລາວໃນປະເທດ ສິງກະໂປ. 28 ກັນຍາ, 2016.

ນັກຂຽນຂໍ້ຄວາມຢູ່ເວັບໄຊອິນເຕີແນັດຈາກປະເທດ ສິງກະໂປ ໄດ້ຂໍລີ້ໄພທາງການເມືອງ ໃນ ສະຫະລັດ ຫຼັງຈາກຖືກຄວບຄຸມຕົວໃນສັບປະດາທີ່ຜ່ານມາຢູ່ສະໜາມບິນສາກົນ O’Hare ຂອງນະຄອນ ຊິຄາໂກ.

ທ່ານ Gail Montenegro ໂຄສົກສຳລັບອົງການກວດຄົນເຂົ້າເມືອງ ແລະ ພາສີສິນຄ້າ ເຂົ້າອອກ ສະຫະລັດ ໄດ້ເປີດເຜີຍຖະແຫຼງ ການສະບັບໜຶ່ງໃນວັນເສົາທີ່ຜ່ານມານີ້ວ່າ ທ້າວ Amos Yee ອາຍຸ 18 ປີໄດ້ຖືກລັດຖະບານກາງຄວບຄຸມຕົວໄວ້ ໃນຂະນະທີ່ລາວ ກຳລັງລໍຖ້າສານຄົນເຂົ້າເມືອງຂອງລັດຖະບານກາງ ດຳເນີນການທາງກົດໝາຍ.

ທ່າວ Yee ຖືກຈັບກຸມໃນວັນທີ 16 ທັນວາທີ່ຜ່ານມາ ແລະ ປະຈຸບັນນີ້ຖືກຄວບຄຸມຕົວຢູ່ ສູນກັກຂັງ McHenry, ຕັ້ງຢູ່ 4 ຊົ່ວໂມງຫ່າງຈາກນະຄອນ ຊິຄາໂກ.

ທະນາຍຄວາມ ສະຫະລັດ ຂອງທ້າວ Yee, ທ່ານນາງ Sandra Grossman ກ່າວວ່າ ທ້າວ Yee ຖືກຈັບກຸມຍ້ອນວ່າລາວໄດ້ເດີນທາງເຂົ້າ ສະຫະລັດ ດ້ວຍວີຊານັກທ່ອງທ່ຽວ ເຖິງແມ່ນເຈຕະນາຂອງລາວຈະແມ່ນເພື່ອຂໍລີ້ໄພກໍຕາມ.

ກຸ່ມສິ້ງຊອມສິດທິມະນຸດໄດ້ຮຽກຮ້ອງໃຫ້ ວໍຊິງຕັນ ຮັບຮູ້ການອ້າງຂໍລີ້ໄພຂອງທ້າວ Yee, ໂດຍກ່າວວ່າ ທ້າວ Yee ໄດ້ຖືກລົບກວນຮາວີໂດຍລັດຖະບານ ສິງກະໂປ ກ່ຽວກັບ ການ ກ່າວທັດສະນະຄະຕິ ກ່ຽວກັບ ການເມືອງ ແລະ ສາສະໜາ, ແລະ ກ່າວວິຈານບັນດາຜູ້ນຳ ສິງກະໂປ ຢ່າງເປັນປະຈຳຂອງລາວ.

ວີດີໂອຂອງນັກຂຽນຂໍ້ຄວາມໃນເວັບໄຊອິິນເຕີຄົນດັ່ງກ່າວ ໄດ້ເປີດເຜີຍຄຳເວົ້າທີ່ຫຍາບ ຄາຍຢ່າງເຕັມທີ່ໃນເດືອນມີນາທີ່ຜ່ານມາ ໃນຂະນະທີ່ປະເທດໄດ້ໄວ້ອາໄລໃຫ້ກັບການມໍ ລະນະກຳ ຂອງນາຍົກລັດຖະມົນທີ ທ່ານ Lee Kuan Yew. ລັດຖະບານຂອງ ສິງກະໂປ ກ່າວວ່າ ວິດີໂອຂອງລາວ ໄດ້ເຍາະເຢີ້ອຍ ຊາວ ຄຣິສຕຽນ ແລະ ມຸນລິມ, ແລະ ໄດ້ໂຕ້ ຖຽງວ່າ ການຈັບລາວເຂົ້າຄຸກແມ່ນມີຈຸດປະສົງທີ່ຈະຮັກສາຄວາມສາມັກຄີທາງເຊື້ອຊາດ ແລະ ສາສະໜາໄວ້.

ທ້າວ Yee ຖືກຈັບເຂົ້າຄຸກສອງຄັ້ງໃນປີນີ້ ໃນຂໍ້ກ່າວຫາ ກ່ຽວກັບ ການໂຈມຕີຊາວ ຄຣິສ ຕຽນ ແລະ ມຸສລິມ ດ້ວຍກິດຈະກຳທາງອອນລາຍຂອງລາວ. ນອກນັ້ນ ລາວຍັງມີກຳນົດທີ່ ຈະຖືກຮຽກໄປປະຕິບັດໜ້າທີ່ທາງທະຫານທີ່ເປັນຂໍ້ບັງຄັບຂອງປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG