ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຳປັ່ນພິຄາດ ສະຫະລັດ ໄດ້ຮັບຄວາມເສຍຫາຍ ຈາກເຮືອລາກແກ່ຂອງ ຍີ່ປຸ່ນ ໃນມະຫາສະໝຸດ ປາຊີຟິກ


ກຳປັ່ນພິຄາດຕິດຈະຫຼວດນຳວິຖີ USS Benfold ເດີນທາງ
ຮອດທ່າເຮືອ ຈິງດາວ, ພາກຕາເວັນອອກຂອງແຂວງ ຊານດອງ, ປະເທດ ຈີນ. 8 ສິງຫາ, 2016.
ກຳປັ່ນພິຄາດຕິດຈະຫຼວດນຳວິຖີ USS Benfold ເດີນທາງ ຮອດທ່າເຮືອ ຈິງດາວ, ພາກຕາເວັນອອກຂອງແຂວງ ຊານດອງ, ປະເທດ ຈີນ. 8 ສິງຫາ, 2016.

ກຳປັ່ນພິຄາດຕິດລູກສອນໄຟນຳວິຖີ ສະຫະລັດ ລຳນຶ່ງໄດ້ຮັບຄວາມເສຍຫາຍເລັກ
ນ້ອຍໃນວັນເສົາວານນີ້ ເມື່ອເຮືອລາກແກ່ຂອງ ຍີ່ປຸ່ນ ໄດ້ເສຍຫຼັກ ແລະ ຕຳເຂົ້າໃສ່ມັນ
ໃນລະຫວ່າງການຊ້ອມແກ່ເຮືອ ໃນອ່າວ ຊາກາມິ ຢູ່ນອກພາກກາງຂອງ ຍີ່ປຸ່ນ ໃນ
ມະຫາສະໝຸດ ປາຊີຟິກ.

ກອງທັບເຮືອ ສະຫະລັດ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ກຳປັ່ນ USS
Benfold ມີຮອຍຂູດຢູ່ດ້ານຂ້າງຂອງມັນ, ແນວໃດກໍຕາມ ບໍ່ມີຜູ້ໃດໄດ້ຮັບບາດເຈັບ
ຈາກເຮືອທັງສອງລຳ.

ຖະແຫຼງການຈາກກອງພັນທີ 7 ສະຫະລັດ ໄດ້ອ່ານວ່າ “ກຳປັ່ນ Benfold ຍັງຄົງຢູ່ໃນ
ທະເລພາຍໃຕ້ກຳລັງແຮງຂອງມັນ. ເຮືອລາກແກ່ສິນຄ້າຂອງ ຍີ່ປຸ່ນ ໄດ້ຖືກແກ່ໄປ
ທ່າເຮືອ ໂຢໂກຊຶກະ ໂດຍເຮືອອີກລຳນຶ່ງ. ເຫດການດັ່ງກ່າວຈະຖືກສືບສວນສອບ
ສວນ.”

ເຮືອລາກແກ່ສິນຄ້າ ໄດ້ຖືກແກ່ໄປທ່າເຮືອ ຢາໂກຊຶກະ, ເຊິ່ງເປັນຖານທັບຂອງກອງ
ທັບເຮືອທີ 7 ສະຫະລັດ ໃນປະເທດ ຍີ່ປຸ່ນ, ເທີ່ໄດ້ປະສົບອຸບັດຕິເຫດເຖິງແກ່ຊີວິດ 2
ຄັ້ງໃນໜ່ານນໍ້າ ເອເຊຍ ໃນປີນີ້. ເຊິ່ງກຳປັ່ນຮົບຂອງກອງທັບເຮືອ ແລະ ກຳປັ່ນສິນຄ້າ
ໄດ້ຕຳກັນໃນທະເລ.

ທະຫານເຮືອ 17 ຄົນໄດ້ເສຍຊີວິດໃນປີກາຍນີ້ ໃນການຕຳກັນສອງຄັ້ງ ກັບກຳປັ່ນພາ
ນິດ ທີ່ປະກອບມີກຳປັ່ນພິຄາດຕິດຈະຫຼວດນຳວິຖີ, USS Fitzgerald ຢູ່ນອກປະເທດ
ຍີ່ປຸ່ນ ໃນເດືອນມິຖຸນາທີ່ຜ່ານມາ, ແລະ ກຳປັ່ນ John S. McCain ໃນເດືອນສິງຫາທີ່
ຜ່ານມາ ຂະນະທີ່ມັນໄດ້ເດີນທາງເຂົ້າໃກ້ປະເທດ ສິງກະໂປ.

ເຫດການດັ່ງກ່າວໄດ້ກະຕຸ້ນໃຫ້ມີການປົດຜູ້ບັນຊາການທະຫານເຮືອອອກຈາກຕຳ
ແໜ່ງ ແລະ ກອງທັບເຮືອ ສະຫະລັດ ໄດ້ປະກາດການປະຕິຮູບຫຼາຍຄັ້ງໃນເດືອນນີ້ ທີ່
ເພັ່ງເລັງໃສ່ການປັບປຸງທັກສະພື້ນຖານຂອງການເດີນເຮືອ ແລະ ຄວາມຕື່ນຕົວໃນທະ
ເລ ຫຼັງຈາກການກວດສອບເຫດການກຳປັ່ນຕຳກັນຮຸນແຮງໃນພາກພື້ນເອເຊຍ-ປາຊີ
ຟິກ ນັ້ນ ໄດ້ສະແດງໃຫ້ເຫັນບັນດາທະຫານເຮືອ ແມ່ນບໍ່ໄດ້ຮັບການຝຶກຊ້ອມຢ່າງພຽງ
ພໍ ແລະ ເຮັດວຽກຫຼາຍໂພດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG