ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສ​ຫລ ລະ​ບຸ​ຊື່ ລູກ​ຊາຍ ຜູ້​ນຳ ກຸ່ມ​ເຮ​ສ​ໂບ​ລ​ລາ ເປັນ​ຜູ້​ກໍ່​ການ​ຮ້າຍ


ພວກ​ກະ​ບົດ​ຮູ​ຕີ ກັບ​ຮູບ​ໂປ​ສ​ເຕີ້ ຜູ້​ນຳ​ກຸ່ມ​ເຮ​ສ​ໂບ​ລ​ລາ ຊິກ ຮາ​ສ​ຊານ ນາ​ສ​ຣາ​ລ​ລາ ໃນ​ລະ​​
ພວກ​ກະ​ບົດ​ຮູ​ຕີ ກັບ​ຮູບ​ໂປ​ສ​ເຕີ້ ຜູ້​ນຳ​ກຸ່ມ​ເຮ​ສ​ໂບ​ລ​ລາ ຊິກ ຮາ​ສ​ຊານ ນາ​ສ​ຣາ​ລ​ລາ ໃນ​ລະ​​

ສະ​ຫະ​ລັດ ລະ​ບຸ​ຊື່​ລູກ​ຊາຍ ຂອງ​ຜູ້​ນຳ​ກຸ່ມ​ເຮ​ສ​ໂບ​ລ​ລາ ທ້າວ​ຮາ​ສ​ຊານ ນາ​ສ​ຣາ​ລ​ລາແລະ​ກອງ​ພັນ​ອາ​ລ​ມູ​ຈາ​ຮີ​ດີນ ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ເຮ​ສ​ໂບ​ລ​ລາເປັນ​ພວກ​ກໍ່​ກາ​ນ​ຮ້າຍ​ຂອງ​ໂລກ ຊຶ່ງ​ພວກ​ເຂົາ​ ຈະ​ຕ້ອງ​ຖືກ​ລົງ​ໂທດ​ຢ່າງໜັກ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ອັງ​ຄານ​ອາ​ທິດ​ແລ້ວນີ້​ວ່າ “ການ​ລະ​ບຸ​ຊື່​ໃນ​ມື້ນີ້ ແມ່ນ​ເພື່ອ​ຊອກ​ຫາ​ທາງ ທີ່​ຈະ​ປະ​ຕິ​ເສດບໍ່​ໃຫ້​ທ້າວ​ນາສ​ຣາ​ລລາ ແລະ​ກອງ​ພັນ​ມູ​ຈາ​ຮີ​ດີນ ໄດ້​ຮັບ​ຊັບ​ພະ​ຍາ​ກອນ​ຕ່າງໆທີ່​ພວກ​ເຂົາ​ຕ້ອງ​ການ ໃນ ​ການ​ວາງ​ແຜນ ​ແລະ​ໂຈມ​ຕີ​ກໍ່​ການ​ຮ້າຍ.” ນັກ​ຂ່າວ​ວີ​ໂອ​ເອ ຊາ​ລາ​ຕີ​ກາ ໂຮກ (Zlatica Hoke) ລາຍ​ງານມາ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ແນ​ໃສ່​ເພື່ອ​ຮັກ​ສາແຮງ​ກະ​ຕຸກ​ຊຸກ ຍູ້ໃນ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ ຕໍ່​ປະ​ເທດ​ອີ​ຣ່ານ ດັ່ງ​ໄພ​ສານຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນ ອັນດັບຕໍ່ໄປ.

ການ​ປະ​ກາດ​ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້ ມີ​ຂຶ້ນ​ທ່າມ​ກາງ​ຄວາມ​ຮຸນ​ແຮງ​ຮອບໃໝ່​ລະ​ຫວ່າງ ​ເຂດ​ກາ​ຊາ ແລະ​ອິ​ສ​ຣາ​ແອ​ລ. ພວກ​ຫົວ​ຮຸນ​ແຮງ​ໄດ້​ຍິງ​ຈະ​ຫຼວດ​ເປັນຈຳ​ນວນ​ຫຼາຍ​ທີ່​ສຸດ ໄປ​ໃສ່​ພາກ​ໃຕ້​ອິ​ສ​ຣາ​ແອ​ລນັບ​ແຕ່​ສົງ​ຄາມ​ ປີ 2014 ເປັນ​ຕົ້ນ​ມາ ຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍນຶ່ງ​ຄົນແລະ​ບາດ​ເຈັບ​ອີກ​ຈຳ​ນວນ​ນຶ່ງ. ການ​ໂຈມ​ຕີ​ຂອງ​ອິ​ສ​ຣາ​ແອ​ລ ​ໄດ້​ສັງ​ຫານຊາວ​ປາ​ແລ​ສ​ໄຕ​ນ໌ ຢ່າງ​ໜ້ອຍ 7 ຄົນ​ແລະ​ທຳ​ລາຍ​ອາ​ຄານ​ຫຼາຍໆ​ຫຼັງ ທີ່​ໃຊ້​ໂດຍ​ກຸ່ມ​ຮາ​ມາ​ສໃນ​ເຂດ​ກາ​ຊາ ກ່ອນ​ທີ່​ທັງ​ສອງ​ຝ່າຍ​ສາ​ມາດ​ຕົກ​ລົງ​ຢຸດ​ຍິງ​ກັນ​ໄດ້​.

ສະ​ຫະ​ລັດ​ໄດ້​ກ່າວ​ຫາ​ອີ​ຣ່ານ​ວ່າ ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ອາ​ວຸດ ການ​ຝຶກ​ແອບ​ແລະ​ເງິນ​ທຶນ ແກ່​ກຸ່ມ​ຫົວ​ຮຸນ​ແຮງ​ອື່ນໆ ຢູ່​ໃນ​ຂົງ​ເຂດ. ທ່ານແນ​ທັນ ເຊ​ລ​ສ໌ (Nathan Sales) ຜູ້ປະ​ສານ​ງານ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“​ຂ້າ​ພະ​ເຈົ້າຂໍ​ແຈ້ງ​ໃຫ້​ທ່ານ​ຊາບ​ກ່ຽວ​ກັບ​ໂຕ​ເລກ​ຈຳ​ນວນ​ນຶ່ງ ອີ​ຣ່ານ​ໄດ້​ໃຫ້​ເງິນ 700 ລ້ານ​ໂດ​ລາ​ຕໍ່​ປີແກ່​ກຸ່ມ​ເຮສ​ໂບ​ລ​ລາ. ອີ​ຣ່ານ​ຍັງ​ໃຫ້​ເງິນ​ອີກ 100 ລ້ານໂດ​ລາແກ່​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ​ຂອງ​ປາ​ແລ​ສ​ໄຕ​ນ໌ ຮວມ​ທັງ​ກຸ່ມ​ຮາ​ມາ​ສ. ຮວມເຂົ້າ​ກັບເງິນ ທີ່​ເຕ​ຫະ​ຣ່ານ ​ໄດ້​ມອບ​ໃຫ້ ​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ​ນຳແລ້ວ ຈຳນວນ​ທັງໝົດ ແມ່ນ​ຕົກ​ເປັນ​ເກືອບ 1 ພັນ​ລ້ານ​ໂດ​ລາ​ຕໍ່​ປີ.”

US Designates Hezbollah Leader's Son as Terrorist
please wait

No media source currently available

0:00 0:02:41 0:00

​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ໂດຍ​ໄດ້​ຮັບ​ການ​ໜຸນຫຼັງ​ຈາກ​ອີ​ຣ່ານ ກຸ່ມ​ເຮ​ສ​ໂບ​ລ​ລາ​ຈຶ່ງ​ສາ​ມາດ​ເສີມ​ສ້າງ​ຄັງ​ອາ​ວຸດ​ຂອງ​ຕົນ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ແລະ​ຈຶ່ງ​ມີ​ອິດ​ທິພົນ​ໃນ​ການ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ ຢູ່​ໃນ​ທົ່ວ​ພາກ​ຕາ​ເວັນ​ອອກ​ກາງ.

ໃນ​ວັນ​ອັງ​ຄານ​ແລ້ວນີ້ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ສະ​ເໜີ​ໃຫ້​ເງິນ ​ລາ​ງວັນຫຼາຍ​ເຖິງ 5 ລ້ານ​ໂດ​ລາສຳ​ລັບ​ຂ່າວຄາວ​ກ່ຽວ​ກັບ​ບ່ອນຫລົບ​ລີ້ ຂອງຜູ້​ນຳກຸ່ມຮາ​ມາ​ສ​ຄົນ​ນຶ່ງ ແລະ​ຜູ້​ນຳ​ກຸ່ມ​ເຮ​ສ​ໂບ​ລ​ລາ​ອີກ 2 ຄົນ.

ທ່ານ​ໄມ​ເກີລ ອີ​ວາ​ນອ​ຟ​ (Michael Evanoff) ​ລັດ​ຖະ​ມົນ​ຕີ​ຊ່ອຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ເລື້ອງ​ຄວາມ​ໝັ້ນ​ຄົງ ຂອງ​ພວກ​ນັກ​ການ​ທູດ ກ່າວ​ວ່າ:

“ທ້າວ​ຊາ​ລີ ອາ​ລ​-ອາ​ຣູ​ຣີ ແມ່ນ​ຮອງ​ຫົວ​ໜ້າ​ ຫ້ອງ​ການໆ​ເມືອງ​ຂອງ​ກຸ່ມ​ຮາ​ມາ​ສ ແລະ​ເປັນ​ຜູ້​ກໍ່​ຕັ້ງ​ຝ່າຍ​ທະ​ຫານ​ຄົນ​ນຶ່ງ​ຂອງ​ກຸ່ມ​ດັ່ງ​ກ່າວ. ໃນ​ເວ​ລານີ້ ທ້າວ​ອາ​ຣູ​ຣີ ແມ່ນ​ດຳ​ລົງ​ຊີ​ວິດ​ຢ່າງ​ເສ​ລີ​ຢູ່​ເລ​ບາ​ນອນ ບ່ອນ​ທີ່​ມີ​ລາຍ​ງານ​ວ່າ ລາວ​ໄດ້​ເຮັດ​ວຽກໃຫ້​ແກ່ກອງ​ກຳ​ລັງ​ປະ​ຕິ​ວັດອິ​ສ​ລາມ ອາ​ລ​ກູດ ​ຂອງ​ອີ​ຣ່ານ. ທ້າວ​ອາ​ຣູ​ຣີ ເປັນ​ຜູ້ວິ່ງ​ເຕັ້ນ​ຫາ​ເງິນ ແລະ​ອອກ​ຄຳ​ສັ່ງ​ໃຫ້​ກຳ​ລັງ​ທະ​ຫານ​ຂອງ​ກຸ່ມ​ຮາ​ມາ​ສ ປະ​ຕິ​ບັດ​ງານ​ ຢູ່​ໃນ​ເຂດ​ ຝັ່ງ​ຕາ​ເວັນ​ຕົກ​ ຂອງ​ແມ່​ນ້ຳ​ຈໍ​ແດັນ ຫຼື​ເວັ​ສ​ທ໌​ແບັງ​ຄ໌ ແລະ​ຍັງມີ​ການ​ພົວ​ພັນ​ກັບ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ອື່ນໆ​ອີກ ຮວມທັງ​ຈີ້​ເຮືອ​ບິນ ແລະ​ລັກ​ພາ ໂຕນຳ​ດ້ວຍ.”

ເປັນ​ທີ່​ເຊື່ອ​ກັນ​ວ່າ ທ້າວ​ອາ​ຣູ​ຣີ ພວມ​ຫລົ​ບ​ລີ້​ຢູ່​ທີ່​ປະ​ເທດ​ເລ​ບາ​ນອນ. ນອກນັ້ນ​ຍັງ​ມີ​ການ​ສະ​ເໜີ​ເງິນ​ລາງວັນ ໃຫ້​ແກ່​ຜູ້​ທີ່​ມີ​ຂ່າວ​ຄາວ​ກ່ຽວ​ກັບ​ທ້າວ​ຄາ​ລີບ ຢູ​ຊິ​ຟ ຮາບ ແລະ​ທ້າວ​ຮາຍ​ທາມ ອາ​ລີ ຕາ​ບາ​ຕາ​ໄບ ສະ​ມາ​ຊິກ​ຂອງ​ຫົວ​ຮຸ​ນ​ແຮງ​ເຮ​ສ​ໂບ​ລ​ລາ ໃນ​ປະ​ເທດ​ເລ​ບາ​ນອນ.

ນອກ​ຈາກ ​ເງິນ​ລາງວັນ​ແລ້ວ ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຍັງ​ໄດ້​ລະ​ບຸ​ຊື່ ທ້າວ​ຈາ​ວາດ ນາ​ສ​ຣາ​ລ​ລາ ລູກ​ຊາຍທ້າ​ວ​ຮາ​ສ​ຊານ ນາ​ສ​ຣາ​ລ​ລາ ​ຜູ້​ນຳຂອງ​ກຸ່ມ​ເຮ​ສ​ໂບ​ລ​ລາ ​ແລະ​ກອງ​ພັນ​ອາ​ລ-ມູ​ຈາ​ຮີ​ດີນ ເປັນ​ກໍ​ລະ​ນີ​ພິ​ເສດ ໃຫ້​ເຂົ້າ​ຢູ່ໃນ​ບັນ​ຊີ​ລາຍ​ຊື່ພວກ​ກໍ່​ການ​ຮ້າຍຂອງໂລກ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່າວ​ວ່າ ພວກ​ກໍ່​ການ​ຮ້າຍ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ​ຈຸນີ້ ໄດ້​ເຂົ້າ​ໄປ​ປະ​ຕິ​ບັດ​ງານ​ ຢູ່​ໃນ​ດິນ​ແດນ​ປາ​ແລ​ສ​ໄຕ​ນ໌ ມາ​ແຕ່​ປີ 2005. ທ່ານແນ​ທັນ ເຊ​ລ​ສ໌ ກ່າວກ່ຽວ​ກັບ​ເລື້ອງນີ້​ວ່າ:

“ນອກ​ຈາກນັ້ນ ພວກ​ເຮົາ​ຍັງ​ສືບ​ຕໍ່​ລະ​ບຸ​ວ່າ ກຸ່ມ​ເຮ​ສ​ໂບ​ລ​ລາ ເປັນ​ອົງ​ການ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ.”

ໃນ​ວັນ​ອັງ​ຄານ​ແລ້ວນີ້ ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ຍັງ​ໄດ້​ລະ​ບຸ​ຊື່ 4 ສ່ວນ​ບຸກ​ຄົນ ທີ່​ເປັນ​ສະ​ມາ​ຊິກ​ກຸ່ມ​ເຮ​ສ​ໂບ​ລ​ລາ ເຂົ້າ​ໃນ​ບັນ​ຊີ​ຜູ້​ກໍ່​ການ​ຮ້າຍໂລກ ​ຍ້ອນ ກິດ​ຈະ​ກຳ​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ໃນ​ປະ​ເທດ​ອີ​ຣັກ.

ອ່ານ​ລາຍ​ງານ​ນີ້​ຕື່ມເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG