ສະຫະລັດ, ໃນວັນຈັນວານນີ້ ໄດ້ວາງມາດຕະການລົງໂທດຕໍ່ເຄືອຂ່າຍອອນລາຍຂວາຈັດ, ໂດຍກຳນົດໃຫ້ກຸ່ມ “Terrorgram” ເປັນກຸ່ມກໍ່ການຮ້າຍ ແລະກ່າວຫາກຸ່ມດັ່ງກ່າວວ່າ ໄດ້ສົ່ງເສີມການແບ່ງແຍກເຊື້ອຊາດຂອງຄົນຜິວຂາວຢ່າງຮຸນແຮງ.
ກະຊວງການຕ່າງປະເທດສະຫະລັດກ່າວໃນຖະແຫຼງການວ່າ ຕົນໄດ້ທໍາການກຳນົດກຸ່ມດັ່ງກ່າວ ໂດຍສະເພາະ ການເຄື່ອນໄຫວຢູ່ໃນເວັບໄຊທ໌ສື່ສັງຄົມ Telegram ແລະຜູ້ນຳສາມຄົນຂອງພວກເຂົາ ໃຫ້ເປັນກຸ່ມກໍ່ການຮ້າຍລະດັບໂລກ ທີ່ຖືກກໍານົດເປັນກໍລະນີພິເສດ.
ກະຊວງການຕ່າງປະເທດກ່າວວ່າ ກຸ່ມດັ່ງກ່າວໄດ້ປຸກລະດົມ ແລະອຳນວຍຄວາມສະດວກໃຫ້ແກ່ການໂຈມຕີ ແລະຄວາມພະຍາຍາມໂຈມຕີ ໂດຍຜູ້ໃຊ້, ລວມທັງການຍິງສັງຫານໝູ່ໃນປີ 2022 ຢູ່ນອກຮ້ານ LGBTQ ໃນປະເທດສະໂລວາເກຍ, ການໂຈມຕີທີ່ໄດ້ວາງແຜນໄວ້ໃນປີ 2024 ໃສ່ໂຮງງານພະລັງງານໃນລັດ New Jersey, ແລະການໂຈມຕີດ້ວຍມີດໃນເດືອນສິງຫາຢູ່ວັດແຫ່ງນຶ່ງໃນປະເທດເທີກີ.
ກະຊວງການຕ່າງປະເທດກ່າວວ່າ “ກຸ່ມດັ່ງກ່າວ ຊຸກຍູ້ລັດທິດູຖູກສີຜິວຢ່າງຮຸນແຮງ, ຮຽກຮ້ອງໃຫ້ມີການໂຈມຕີຕໍ່ຜູ້ທີ່ຄິດວ່າ ເປັນສັດຕູ, ໃຫ້ຄໍາແນະນໍາ ແລະສະໜອງອຸປະກອນການສອນກ່ຽວກັບຍຸດທະວິທີ, ວິທີການ, ແລະເປົ້າໝາຍໃນການໂຈມຕີ ລວມມີພື້ນຖານໂຄງລ່າງອັນສຳຄັນ ແລະເຈົ້າໜ້າທີ່ຂອງລັດຖະບານ.
ການກະທຳດັ່ງກ່າວ ໄດ້ໂຈະຊັບສິນຕ່າງໆທັງໝົດຂອງກຸ່ມໃນສະຫະລັດ ແລະຫ້າມຊາວອາເມຣິກັນ ທໍາການຕິດຕໍ່ກັບກຸ່ມດັ່ງກ່າວນີ້.
ບັນດາຜູ້ນຳຂອງກຸ່ມ ທີ່ເປັນເປົ້າໝາຍຂອງການລົງໂທດໃນວັນຈັນວານນີ້ ມີສໍານັກງານໃຫຍ່ໃນປະເທດບຣາຊິລ, ໂຄເອເຊຍ ແລະອາຟຣິກາໃຕ້.
ໃນເດືອນກັນຍາທີ່ຜ່ານມາ, ໄອຍະການຂອງສະຫະລັດໄດ້ເປີດເຜີຍຂໍ້ກ່າວຫາທາງອາຍາຕໍ່ຜູ້ນໍາສອງຄົນຂອງກຸ່ມດັ່ງກ່າວ, ໂດຍກ່າວວ່າ ພວກເຂົາໃຊ້ Telegram ເພື່ອຮຽກຮ້ອງໃຫ້ມີການໂຈມຕີຕໍ່ຄົນຜິວດໍາ, ຊາວຢິວ, ຊາວ LGBTQ ແລະບັນດາຄົນເຂົ້າເມືອງ ໂດຍມີຈຸດປະສົງເພື່ອຜັກດັນໃຫ້ມີສົງຄາມທາງເຊື້ອຊາດ.
ປະເທດອັງກິດ, ໃນເດືອນເມສາ ຕົນຈະກໍານົດກຸ່ມ Terrorgram ເປັນອົງກອນກໍ່ການຮ້າຍ, ນັ້ນໝາຍຄວາມວ່າ ການເປັນສະມາຊິກ ຫຼຶສະໜັບສະໜູນກຸ່ມດັ່ງກ່າວນີ້ ຈະກາຍເປັນການກະທໍາຜິດທາງອາຍາຢູ່ໃນປະເທດ.
ຟໍຣັມສະແດງຄວາມຄິດເຫັນ