ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮອງລັດຖະມົນຕີ ກະຊວງຍຸຕິທຳ ທ່ານຣອດ ໂຣເຊັນສໄຕນ໌ ຍື່ນໜັງສື ລາອອກ ຕໍ່ ປ. ທຣຳ


ຮອງລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານຣອດ ໂຣເຊັນສໄຕນ໌ ກຳລັງຟັງ ລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານບາຣ ຖະແຫລງ ກ່ຽວກັບບົດລາຍງານຂອງ ໄອຍະການພິເສດ ທີ່ຖືກລືບອອກໃນບາງສ່ວນບາງຕອນ ໃນກອງປະຊຸມຖະແຫລງຂ່າວ, ວັນທີ 18 ເມສາ 2019, ທີ່ກະຊວງການຕ່າງປະເທດໃນນະຄອນຫຼວງ ວໍຊິງຕັນ.
ຮອງລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານຣອດ ໂຣເຊັນສໄຕນ໌ ກຳລັງຟັງ ລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານບາຣ ຖະແຫລງ ກ່ຽວກັບບົດລາຍງານຂອງ ໄອຍະການພິເສດ ທີ່ຖືກລືບອອກໃນບາງສ່ວນບາງຕອນ ໃນກອງປະຊຸມຖະແຫລງຂ່າວ, ວັນທີ 18 ເມສາ 2019, ທີ່ກະຊວງການຕ່າງປະເທດໃນນະຄອນຫຼວງ ວໍຊິງຕັນ.

ຮອງລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານຣອດ ໂຣເຊັນສໄຕນ໌ ໄດ້ປະກາດການ
ລາອອກຂອງທ່ານ ໃນວັນຈັນວານນີ້ ຫຼັງຈາກການດຳລົງຕຳ ແໜ່ງມາເປັນໄລຍະສະ
ໄໝສອງປີ ທີ່ເຕັມໄປດ້ວຍຄວາມວຸ້ນວາຍສັບສົນ.

ການລາອອກຂອງທ່ານ ແມ່ນຈະເກີດຂຶ້ນໃນເມື່ອໃດກໍໄດ້ ນັບຕັ້ງແຕ່ບົດລາຍງານຂອງ
ທ່ານມັລເລີ ກ່ຽວກັບ ການແຊກແຊງເຂົ້າໃນເລືອກຕັ້ງສະຫະລັດ ຂອງຣັດເຊຍ ໄດ້ເສັດ
ສິ້ນລົງ ໃນເດືອນມີນາ ແລະໄດ້ຖືກເປີດເຜີຍຕໍ່ມະຫາຊົນ ເກືອບສອງສັບປະດາຜ່ານມາ
ແລ້ວນັ້ນ.

ທ່ານໂຣເຊັນສໄຕນ໌ ໄດ້ກ່າວໃນໜັງສືລາອອກເຖິງປະທານາທິບໍດີ ດໍໂນລ ທຣຳ ວ່າ
ທ່ານຈະລົງຈາກຕຳແໜ່ງ ໃນວັນທີ 11 ພຶດສະພາ ນີ້. ທ່ານບໍ່ໄດ້ໃຫ້ລາຍລະອຽດໃດໆ
ເຖິງສາເຫດສຳລັບການລາອອກ ຫາກພຽງແຕ່ກ່າວວ່າ ໂດຍສະເລ່ຍແລ້ວ ໄລຍະການ
ປະຕິບັດໜ້າທີ່ຂອງຮອງລັດຖະມົນຕີ ໂດຍທົ່ວໄປ ແມ່ນ 16 ເດືອນ.

ບົດລາຍງານຂອງທ່ານມັລເລີ ໄດ້ສະຫລຸບວ່າ ບໍ່ມີຫລັກຖານໃດໆ ທີ່ທ່ານທຣຳ ຫຼື ຄະນະ
ໂຄສະນາຫາສຽງຂອງທ່ານ ໄດ້ສົມຮູ້ຮ່ວມຄິດ ກັບຣັດເຊຍ ເພື່ອທີ່ຈະຊ່ອຍໃຫ້ທ່ານທຣຳ
ໄດ້ປຽບ ໃນການເລືອກຕັ້ງປີ 2016.

ທ່ານມັລເລີ ບໍ່ໄດ້ພິຈາລະນາກຳນົດ ໃນເລື້ອງທີ່ວ່າ ທ່ານທຣຳ ຂັດຂວາງຂະບວນການ
ຍຸຕິທຳ ຫຼືບໍ່ ແລະທ່ານໂຣເຊັນສໄຕນ໌ ແລະລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານ
ວີລລຽມ ບາຣ ກໍໄດ້ກ່າວວ່າ ພວກເພິ່ນບໍ່ໄດ້ພົບເຫັນຫຼັກຖານ ທີ່ວ່າ ທ່ານທຣຳ ໄດ້
ພະຍາຍາມ ທີ່ຈະລົ້ມເລີກການສືບສວນດັ່ງກ່າວ.

ໃນໜັງສືລາອອກຂອງທ່ານ ທ່ານໂຣເຊັນສໄຕນ໌ ທີ່ໄດ້ກ່າວຕອບໂຕ້ສະມາຊິກພັກ
ເດໂມແຄຣັດ ທີ່ຕ້ອງຕິ ກະຊວງຍຸຕິທຳ ຜູ້ທີ່ເຊື່ອວ່າ ທ່ານ ແລະຄົນອື່ນໆ ຄວນຈະເອົາ
ຈິງເອົາຈັງຕໍ່ທ່ານປະທານາທິບໍດີຫຼາຍກວ່ານີ້ ແລະຢືນຢັດວ່າ ຫຼັກຖານບົ່ງຊີ້ວ່າ ທ່ານ
ເຮັດຜິດ.

ທ່ານໂຣເຊັນສໄຕນ໌ ເວົ້າວ່າ “ພວກເຮົາບັງຄັບໃຊ້ກົດໝາຍ ໂດຍປາດສະຈາກຄວາມ
ຢ້ານກົວວ່າຈະເຂົ້າຂ້າງ ຍ້ອນວ່າຫຼັກຖານ ທີ່ເຊື່ອຖືໄດ້ ນັ້ນ ແມ່ນບໍ່ເຫັນພ້ອມ ທັງ
ສອງກ້ຳສອງຝ່າຍ ແລະຄວາມຈິງ ກໍບໍ່ໄດ້ຖືກກຳນົດໂດຍການຢັ່ງຫາງສຽງ. ພວກ
ເຮົາບໍ່ສົນໃຈ ນຳເລື້ອງຕ່າງໆ ທີ່ລົບກວນສະຕິ ແລະຄວາມຕັ້ງໃຈ ໃນການເພັ່ງເລັງ
ຂອງພວກເຮົາ ຕໍ່ສິ່ງຕ່າງໆທີ່ສຳຄັນ ເພາະວ່າ ສາທາລະນະລັດ ທີ່ຢູ່ລອດມາໄດ້
ກໍບໍ່ໄດ້ປົກຄອງໂດຍການນຳສະເໜີຂ່າວສານ.”

ການປະຕິບັດໜ້າທີ່ຂອງທ່ານໂຣເຊັນສໄຕນ໌ ໃນຖານະເປັນຮອງລັດຖະມົນຕີ ນັ້ນ ແມ່ນ
ໄດ້ຖືກຍຶດໝັ້ນໂດຍເລື້ອງທີ່ໂຕ້ແຍ້ງກັນ ລວມທັງບັນທຶກຂອງທ່ານ ທີ່ແນະນຳ ໃຫ້ທ່ານ
ທຣຳ ປົດຜູ້ອຳນວຍການອົງການ FBI ທ່ານເຈມສ໌ ໂຄມີ ອອກ ແລະການແຕ່ງຕັ້ງທ່ານ
ມັລເລີ ໃຫ້ສືບສວນສອບສວນ ຄະນະໂຄສະນາຫາສຽງຂອງທ່ານທຣຳ ທີ່ຖືກກ່າວຫາວ່າ
ໃຫ້ການຮ່ວມໄມ້ຮ່ວມມື ກັບຣັດເຊຍ ໃນການແຊກແຊງການເລືອກຕັ້ງນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG