ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ຖ້ຽວບິນຂົນສົ່ງຄົນ ອິນເດຍ ທີ່ເຂົ້າ​ເມືອງຜິດກົດໝາຍຈາກ ສະຫະລັດ ເດີນທາງຮອດລັດ ປັນຈາບ ແລ້ວ


​ເຈົ້າ​ໜ້າ​ທີ່ຕຳຫຼວດ ອິນ​ເດຍ ຍ່າງ​ກັບ​ຄົນ​ເຂົ້າ​ເມືອງ, ໃສ່​ໜ້າ​ກາກ, ທີ່​ຖືກ​ເນ​ລະ​ເທດ​ຈາກ ສະ​ຫະ​ລັດ, ສະ​ໜາມ​ບິນ ອາ​ເມ​ດາ​ບັດ, ອິນ​ເດຍ, 06 ກຸມ​ພາ 2025. (AP Photo/Ajit Solanki)
​ເຈົ້າ​ໜ້າ​ທີ່ຕຳຫຼວດ ອິນ​ເດຍ ຍ່າງ​ກັບ​ຄົນ​ເຂົ້າ​ເມືອງ, ໃສ່​ໜ້າ​ກາກ, ທີ່​ຖືກ​ເນ​ລະ​ເທດ​ຈາກ ສະ​ຫະ​ລັດ, ສະ​ໜາມ​ບິນ ອາ​ເມ​ດາ​ບັດ, ອິນ​ເດຍ, 06 ກຸມ​ພາ 2025. (AP Photo/Ajit Solanki)

ຖ້ຽວບິນຂອງ ສະຫະລັດ ທີ່ໃຊ້ຂົນສົ່ງຊາວ ອິນເດຍ ຜູ້ຖືກກ່າວຫາວ່າລັກລອບເຂົ້າ ສະຫະລັດ ຢ່າງຜິດກົດໝາຍຈຳນວນຫຼາຍກວ່າ 100 ຄົນໄດ້ເດີນທາງໄປຮອດລັດ ປັນຈາບ ຂອງ ອິນເດຍ ແລ້ວໃນວັນພຸດວານນີ້ ຖືເປັນຖຽວບິນທີ່ເດີນທາງໄປ ອິນເດຍ ພາຍໃຕ້ນະໂຍາຍປາບປາມຄົນເຂົ້າເມືອງຜິດກົດໝາຍຂອງ ປະທານາທິບໍດີ ດໍໂນລ ທຣຳ.

ເຮືອບິນທະຫານຂອງກອງທັບ ສະຫະລັດ ໄດ້ລົງຈອດທີ່ສະໜາມບິນໃນລັດ ປັນຈາບ ທ່າມກາງການຮັກສາຄວາມປອດໄພຢ່າງເຂັ້ມງວດ ພ້ອມຊາວ ອິນເດຍ 104 ຄົນທີ່ຖືກເນລະເທດຈາກ ສະຫະລັດ ໂດຍພວກເຂົາໄດ້ຮັບການຕ້ອງຮັບຢ່າງດີຈາກລັດຖະບານ ອິນເດຍ ທີ່ຢືນຢັນວ່າ ພ້ອມຮັບຜູ້ອົບພະຍົບຜິດກົດໝາຍເຫຼົ່ານີ້ກັບບ້ານ ຫາກພິສູດໄດ້ວ່າພວກເຂົາເປັນພົນລະເມືອງ ອິນເດຍ ແທ້.

ເມື່ອອາທິດທີ່ຜ່ານມາ ປະທານາທິບໍດີ ດໍໂນລ ທຣຳ ກ່າວຫຼັງຈາກການສົນທະນາທາງໂທລະສັບກັບນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ ວ່າຜູ້ນຳ ອິນເດຍ ຮັບຮອງກັບທ່ານວ່າ “ຈະເຮັດສິ່ງທີ່ຖືກຕ້ອງ” ດ້ວຍການຮັບຊາວ ອິນເດຍ ເຫຼົ່ານີ້ກັບປະເທດ.

ປະທານາທິບໍດີ ທຣຳ ແລະ ນາຍົກລັດຖະມົນຕີ ໂມດີ ມີກຳນົດຫາລືກັນໃນອາທິດໜ້າ ໂດຍຄາດວ່າປະເດັນເລື່ອງຜູ້ອົບພະຍົບຈະເປັນນຶ່ງໃນປະເດັນທີ່ຫາລືກັນດ້ວຍ.

ທ່ານ ມາໂນດ ໂຈຊີ ນັກວິຊາການທີ່ມູນນິທິຄົ້ນຄວ້າການສັງເກດການ (Observer Research Foundation) ໃນນະຄອນຫຼວງ ນິວ ເດລີ ຊີ້ໃຫ້ເຫັນວ່າທຸລະກິດລັກລອບສົ່ງຜູ້ອົບພະຍົບໄປ ສະຫະລັດ ເປັນທຸລະກິດໃຫຍ່ໃນ ອິນເດຍ ແຕ່ລັດຖະບານ ອິນເດຍ ບໍ່ຢາກໃຫ້ເລື່ອງນີ້ກາຍເປັນປະເດັນໃຫຍ່ ແລະ ຕ້ອງການໃຫ້ ສະຫະລັດ ຍັງຄົບຮັບປະກັນວ່າ ຈະຮັບຜູ້ອົບພະຍົບຢ່າງຖືກຕ້ອງຕາມກົດໝາຍເຂົ້າໄປ ສະຫະລັດ ຕໍ່ໄປ ຜ່ານວີຊາການເຮັດວຽກ ຫຼື H-1B ສຳລັບນັກສຶກສາຊຶ່ງເປັນສິ່ງທີ່ທັງສອງຝ່າຍຍັງຄົງເຮັດວຽກຮ່ວມກັນ.

ຈຳນວນຄົນເຂົ້າເມືອງຜິດກົດໝາຍຈາກ ອິນເດຍ ໃນ ສະຫະລັດ ໄດ້ເພີ່ມຫຼາຍຂຶ້ນໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ແລະ ຖືເປັນປະເທດໃນ ເອເຊຍ ທີ່ມີຜູ້ອົບພະຍົບຜິດກົດໝາຍໃນ ສະຫະລັດ ຫຼາຍທີ່ສຸດ ໂດຍອ້າງອີງຈາກຂໍ້ມູນຂອງອົງການພາສີ ແລະ ການປອງກັນຊາຍແດນຂອງ ສະຫະລັດ.

ແນວໃດກໍຕາມ ຕົວເລກດັ່ງກ່າວແມ່ນຍັງຄົງຕ່ຳຫຼາຍ ເມື່ອທຽບກັບຜູ້ອົບພະຍົບຈາກປະເທດອື່ນ ໂດຍຄິດເປັນ 3 ເປີເຊັນຂອງຄົນເຂົ້າເມືອງຜິດກົດໝາຍທັງມົດໃນ ສະຫະລັດ.

ພ້ອມກັນນີ້ ສະຫະລັດ ລະບຸວ່າມີຊາວ ອິນເດຍ ທີ່ຕ້ອງຖືກສົ່ງຕົວກັບປະເທດປະມານ 18,000 ຄົນ, ອີງຕາມລຍງານຂອງອົງການຂ່າວ Bloomberg.

ລະຫວ່າງປີ 2023-2024 ມີຊາວ ອິນເດຍ ມີຫຼາຍກວ່າ 1,000 ຄົນທີ່ຖືກທາງການ ສະຫະລັດ ສົ່ງຕົວກັບປະເທດ ແຕ່ຄັ້ງນີ້ຖືເປັນຄັ້ງທຳອິດທີ່ມີການໃຊ້ເຮືອບິນຂອງກອງທັບ ສະຫະລັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG