ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ຈະສົ່ງອາວຸດ ໄປຊ່ວຍ ກຳລັງ​ ຂອງ​ຊາວ​ເຄີ​ດ​ ໃນ​ອີຣັກ (ວີດີໂອ/ສະໄລດ໌)


ຝຣັ່ງກ່າວ​ວ່າ ຕົນກຳລັງ​ຈະ​ຈັດ​ສົ່ງ​ອາວຸດ​ໄປ​ໃຫ້ ກຳລັງ​ຂອງ​
ຊາວ​ເຄີ​ດ​ໃນ​ອີຣັກ ​ເພື່ອ​ຊ່ວຍ​ພວກ​ເຂົາ​ເຈົ້າ ຕໍ່ສູ້ກັບ​ພວກຫົວ​
ຮຸນ​ແຮງ​ຈາກ​ກຸ່ມ​ລັດ​ອິສລາມ ​ທີ່ໄດ້​ເຂົ້າ​ຄອບ​ຄອງ​ຂົງ​ເຂດ​ອັນ
​ກ້ວາງໃຫຍ່ ​ໃນ​ພາກ​ເໜືອ​ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ອີຣັກ
​ໂດຍ​ມີ​ການ​ຕ້ານ​ຢັນ​ພຽງ​ເລັກ​ນ້ອຍ​ຈກກອງທັບ​ອີຣັກນັ້ນ.

ຫ້ອງ​ວ່າການ​ຂອງ​ປະທານາທິບໍດີ​ຝຣັ່ງ ທ່ານ Francois
Holland ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ອາວຸດ​ເຫລົ່າ​ນັ້ນ​ຈະ​ຖືກ
​ນຳ​ໄປ​ສົ່ງ​ໃຫ້ ພາຍ​ໃນ​ເວລາອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຜ່ານ​ການ​
ປະ​ສານ​ງານ​ກັບ​ລັດຖະບານ​ອີຣັກ.

ປະທານາທິບໍດີ​ອີຣັກ ທ່ານ Massoud Barzani ​ໄດ້​ຮ້ອງ​ຂໍຄວາມ​ຊ່ວຍ​ເຫລືອ ຈາກ
ປະຊາ​ຄົມນາໆ​ຊາດ ​ໃນ​ຕົ້ນ​ອາທິດ​ນີ້.

​ສະຫະລັດກໍໄດ້​ສົ່ງ​ທີ່​ປຶກສາ​ດ້ານ​ທະຫານ ​ອີກ 130 ຄົນ​ໄປ​ຍັງ​ພາກ​ເໜືອ​ຂອງ ອີຣັກ
​ເພື່ອຊອກ​ຫາ​ຊ່ອງ​ທາງ​ ຊ່ວຍເຫຼືອພວກອົບພະຍົບອີຣັກ ທີ່ຖືກປິດລ້ອມຢູ່​ເທິງພູແຫ່ງ
ນຶ່ງ ​ໂດຍ​ພວກ​ Sunni ຫົວ​ຮຸນ​ແຮງ​ຈັດນັ້ນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Chuck Hagel ​ໄດ້​ເນັ້ນ​ໜັກ​ໃນ​ວັນ​
ອັງຄານ​ວານ​ນີ້​ວ່າ ການ​ສົ່ງ​ທະຫານ​ໄປ​ຍັງ​ເມືອງ Irbil ແມ່ນ​ຈຳກັດ​ ແຕ່ໃຫ້​ຄຳ​ແນະນຳ​
ແກ່ກຳລັງ​ຮັກສາ​ຄວາມ​ປອດ​ໄພຂອງອີຣັກເທົ່ານັ້ນ..

ທ່ານ Hagel ກ່າວ​ວ່າ “ດັ່ງທີ່​ ປະທານາທິບໍດີ ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ ພວກ​ເຮົາຈະ​ບໍ່​ກັບຄືນໄປຍັງອີຣັກອີກເພື່ອ​ປະຕິບັດ​ງານ​ສູ້​ ລົບໃດໆແບບເກົ່າດັ່ງ ທີ່​
ພວກ​ເຮົາ​ເຄີຍ​ໄດ້ເຮັດມາແລ້ວ​ຄັ້ງ​ນຶ່ງ​ໃນອີຣັກ ​. ໂດຍ​ສະເພາະແລ້ວ ​ນີ້​ບໍ່​ແມ່ນ​ກຳລັງສູ້ລົບ ​ໃນການປະຕິບັດງານ​ທາງ​ພາກ​ພື້ນ​ດິນ. ພວກເຮົາຈະບໍ່ມີການປະ ຕິບັດງານແບບນັ້ນ”


ທຳນຽບຫ້າ​ແຈ ​ໄດ້​ປະກາດທີ່​ຄ້າຍຄື​ກັນນີ້ ​ກ່ຽວກັບການສົ່ງທີ່ປຶກສາ​ດ້ານ​ທະ ຫານ​ຫຼາຍ
ເຖິງເຖິງ 300 ຄົນ ​ໄປຍັງ​ນະ​ຄອນ Bagdad ​ໃນ​ເດືອນ​ມິຖຸນາ​ທີ່​ຜ່ານ​ມາ.

​ ເຮືອບິນສະຫະລັດ ​ໄດ້​ອອກ​ບິນປະຕິບັດ​ງານ​ຖີ້ມ​ເຄື່ອງບັນເທົາທຸກ ​ໃຫ້​ແກ່​ພົນລະ​ເຮືອນ​ຫລາ​ຍພັນ​ຄົນ ທີ່​ຖືກປິດລ້ອມ ​ຢູ່ເທິງພູ Sinjar.

ກອງທັບສະຫະລັດກ່າວ ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້​ວ່າ ຕົນ​ໄດ້​ປະຕິບັດງາ​ນຖິ້ມ​ເຄື່ອງຄັ້ງທີຫົກ ລົງໃຫ້ແກ່ພວກທີ່ຕົກຄ້າງ​ ຮວມທັງ​ອາຫານແລະ​ນໍ້າດື່ມ ຊຶ່ງເຮັດໃຫ້ຈຳນວນ
ການ​ຊ່ວຍ​ເຫລືອ​ທັງ​ໝົດ ທີ່ຖິ້ມລົງໄປແລ້ວນັ້ນ ມີອາຫານ​ເຖິງ 100,000ຄາບ ​ແລະ​ນໍ້າ 27,000 ກາ​ລອນ.

IRAQ CNPK
please wait
Embed

No media source currently available

0:00 0:02:41 0:00

XS
SM
MD
LG