ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສົ່ງກຳປັ່ນພິຄາດ ແລະເຮືອບິນລົບອາຍພົ່ນ ໄປຍັງ ສະຫະລັດອາຣັບເອເມີເຣັສ


ເດັກນ້ອຍຜູ້ນຶ່ງຢືນຢູ່ກັບພວກຊົນເຜົ່າຮູຕີ ໃນລະຫວ່າງການປະທ້ວງຕໍ່ຕ້ານການຕັດສິນໃຈຂອງສະຫະລັດອາຣັບເອເມີເຣັສ ເພື່ອປັບສາຍສຳພັນກັບອິສຣາແອລ ໃຫ້ເປັນປົກກະຕິ, ຢູ່ໃນນະຄອນຫຼວງຊານາອາ ຂອງເຢເມນ, ວັນທີ 22 ສິງຫາ 2020.
ເດັກນ້ອຍຜູ້ນຶ່ງຢືນຢູ່ກັບພວກຊົນເຜົ່າຮູຕີ ໃນລະຫວ່າງການປະທ້ວງຕໍ່ຕ້ານການຕັດສິນໃຈຂອງສະຫະລັດອາຣັບເອເມີເຣັສ ເພື່ອປັບສາຍສຳພັນກັບອິສຣາແອລ ໃຫ້ເປັນປົກກະຕິ, ຢູ່ໃນນະຄອນຫຼວງຊານາອາ ຂອງເຢເມນ, ວັນທີ 22 ສິງຫາ 2020.

ກອງທັບສະຫະລັດ ກຳລັງສົ່ງກຳປັ່ນພິຄາດຕິດດ້ວຍລູກສອນໄຟນຳວິຖີໄປຍັງສະຫະລັດອາຣັບເອເມີເຣັສ ຫຼືເອີ້ນຫຍໍ້ວ່າ UAE ແລະສົ່ງເຮືອບິນລົບອາຍພົ່ນຫຼາຍລຳໄປຊ່ອຍປະເທດນີ້ນຳດ້ວຍ ໃນຂະນະທີ່ຕົນພວມຫາ​ທາງ​ຮັບ​ມື​ກັບການໂຈມຕີດ້ວຍລູກສອນໄຟ ຈາກພວກກະບົດຮູຕີ ໃນເຢເມນ.

ທຳນຽບຫ້າແຈ ໄດ້ກ່າວວ່າ ລັດຖະມົນຕີປ້ອງກັນປະເທດ ຣອຍ ອອສຕິນ ໄດ້ປຶກສາຫາລືການເຄື່ອນໄຫວດັ່ງກ່າວ ຜ່ານທາງໂທລະສັບ ກັບອົງ​ມົງ​ກຸດ​ຣາ​ຊະ​ກຸມ​ມານ ຂອງອາບູ ດາບີ ເຈົ້າ​ຟ້າ​ຊາຍໂມຮຳເມັດ ບິນ ຊາເຢດ ອາລ ນາຢານ (Mohammed Bin Zayed Al Nahyan).

ຖະແຫລງການຂອງທຳນຽບຫ້າແຈ ໄດ້ກ່າວວ່າ ກຳປັ່ນພິຄາດ USS Cole ຈະ “ແລ່ນຄຽງຄູ່ໄປ ກັບກອງທັບເຮືອສະຫະລັດອາຣັບເອເມີເຣັສ ກ່ອນທີ່ຈະເຂົ້າທຽບທ່າ ໃນນະຄອນຫຼວງອາບູດາບີ.”

ຖະແຫລງການນີ້ ກ່າວອີກວ່າ “ທ່ານລັດຖະມົນຕີ ຍັງໄດ້ແຈ້ງໃຫ້ເຈົ້າຊາຍຊາບເຖິງການຕັດສິນໃຈຂອງທ່ານ ທີ່ຈະສົ່ງເຮືອບິນລົບລຸ້ນທີ 5 ເພື່ອຊ່ອຍ UAE ໃນການຕໍ່ສູ້ຕ້ານໄພຂົ່ມຂູ່ທີ່ມີຢູ່ໃນປັດຈຸບັນ ແລະສົ່ງສັນຍານເປັນທີ່ຈະແຈ້ງວ່າ ສະຫະລັດ ຢືນຢູ່ຄຽງ​ຂ້າງກັບ UAE ໃນຖານະເປັນຄູ່ພາຄີຍຸດທະສາດທີ່ຍາວນານ.”

ການໂຈມຕີຂອງກຸ່ມກະບົດ ໃນວັນທີ 17 ມັງກອນຜ່ານມາ ໄດ້ສັງຫານພະນັກງານຊາວຕ່າງຊາດສາມຄົນ ຢູ່ໂຮງງານນ້ຳມັນໃນນະຄອນຫຼວງອາບູດາບີ.

ນຶ່ງອາທິດຕໍ່ມາ UAE ແລະກອງກຳລັງສະຫະລັດ ຢູ່ທີ່ຖານທັບອາກາດ ອາລ ດາຟຣາ (Al Dhafra) ຂອງອາບູດາບີ ໄດ້ຍິງລູກສອນໄຟສະກັດກັ້ນ ເພື່ອທຳລາຍລູກສອນໄຟສອງລູກ ຂອງພວກກະ​ບົດຮູຕີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG