ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສຫລ ປະນາມ ການປ່ອຍໂຕ ຜູ້ຕ້ອງຫາ ທີ່ບົງການ ການວາງລະເບີດ ຢູ່ Mumbai


ຜູ້ຖືກກ່າວຫາ ໂຈມຕີນະຄອນ Mumbai ໃນປີ 2008 ທ້າວ Zaki-ur-Rehman Lakhvi (ກາງ) ກຳລັງໄຫວ້ພະກັບໝູ່ເພື່ອນ.
ຜູ້ຖືກກ່າວຫາ ໂຈມຕີນະຄອນ Mumbai ໃນປີ 2008 ທ້າວ Zaki-ur-Rehman Lakhvi (ກາງ) ກຳລັງໄຫວ້ພະກັບໝູ່ເພື່ອນ.

ສະຫະ​ລັດ ​ໄດ້​ປະນາມ​ປາ​ກິ​ສຖານ ທີ່ຕັດສິນ​ໃຈປ່ອຍ​ໂຕ​ຜູ້​ຕ້ອງ​ຫາທີ່ເປັນຜູ້ບົງ​ການ​ ກ່ຽວກັບການ​ໂຈມ​ຕີ ທີ່ນະຄອນ Mumbai ໃນປີ 2008 ທີ່ໄດ້ສັງຫານ 166 ຄົນນັ້ນ.

​ໂຄສົກ ກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ Jeff Rathke
ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ສະຫະລັດ “​ມີຄວາມເປັນ​ຫ່ວງທີ່ສຸດ”
ທີ່​ສານ​ໄດ້​ຕັດສິນ​ໃຫ້​ປະກັນ​ໂຕ​ ທ້າວ Zaki-ur-Rehman
Lakhvi ​ທີ່​ໄດ້ຖືກປ່ອຍຈາກ​ການ​ກັກ​ຂັງ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ
ກ່ອນໜ້ານີ້.

ທ້າວ Lakhvi ຜູ້​ບັນຊາ​ການ​ສູງ​ສຸດ​ ຂອງກຸ່ມ​ຫົວ​ຮຸນ​ແຮງ
Lashkar-e-Taiba ​ທີ່ມີຖານປະຕິບັດງານຢູ່​ໃນປາ​ກິ​ສຖານ ​ໄດ້​ຕິດ​ຄຸກ​ມາແຕ່ເດືອນ
ກຸມພາ ປີ 2009 ​ເວລາ​ລາວ ​ແລະ​ອີກຫົກ​ຄົນ​ໄດ້​ຖືກ​ກ່າວ​ຫາວ່າ ພົວພັນກັບການ​ໂຈມ
​ຕີ​ເປັນ​ເວລາ60 ຊົ່ວໂມ​ງຢູ່​ນະຄອນ Mumbai ເມືອງຫຼວງ​ການ​ຄ້າ​ຂອງ​ອິນ​ເດຍ ​ໃນ​ປີ
2008.

ທ້າວ Lakhvi ​ໄດ້​ຖືກ​ປະກັນ​ໂຕ​ເທຶ່ອທຳ​ອິດ ​ໃນເດືອນ​ທັນວາ ພຽງ​ບໍ່​ເທົ່າ​ໃດ​ມື້​ຫລັງ​ຈາກ​
ຜູ້​ກໍ່ການຮ້າຍ​ໂຈມ​ຕີ​ໂຮ​ງຮຽນ​ໃນ​ເມືອງ Peshawar ​ທີ່ເຮັດ​ໃຫ້ 150 ຄົນ​ເສຍ​ຊີວິດທັງ
​ໝົດ​ເປັນ​ເດັກນ້ອຍ. ລາວ​ໄດ້​ຖືກຕັດສິນ​ໃຫ້​ປະກັນ​ໂຕ​ໄວ​ເກີນ​ໄປ ຫລັງຈາກໄດ້ມີການ​
ໂຈມ​ຕີ​ໂຮງຮຽນແລ້ວ​ທີ່​ເຮັດ​ໃຫ້​ນາໆ​ຊາດ​ມີ​ຄວາມ​ໂກດ​ແຄ້ນ.

ຍ້ອນປະ​ເຊີນ​ໜ້າ​ກັບ​ການ​ຕິ​ຕຽນ​ຢ່າງ​ແຮງ ລັດຖະບານ​ປາ​ກິ​ສຖານ​ຈຶ່ງໄດ້​ກັກ​ຂັງ ທ້າວ
Lakhvi ໂດຍໃຊ້ກົດໝາຍ​ຄວາມເປັນລະບຽບຂອງສາທາລະນະຊົນ ​ແລະ​ແຕ່​ນັ້ນ​ມາ​ໄດ້
​ອອກ​ຄຳ​ສັ່ງ​ດັ່ງກ່າວ​ຫຼາຍ​ຄັ້ງ ​ແຕ່​ວ່າ​ໄດ້​ຖືກ​ສານ​ປາ​ກິ​ສຖານ ປະກາດໃຫ້ເປັນໂມຄະ.

Pakistan India
please wait
Embed

No media source currently available

0:00 0:00:24 0:00

XS
SM
MD
LG