ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີ ອິສຣາແອລ ປະນາມ ການເຄື່ອນໄຫວ ຂອງສານອາຍາສາກົນ


ນາຍົກລັດຖະມົນຕີ Benjamin Netanyahu ແຫ່ງອິສຣາແອລ ເຂົ້າຮ່ວມກອງປະຊຸມປະຈຳສັບປະດາ ຂອງຄະນະລັດຖະບານ ທີ່
ນະຄອນ Jerusalem ວັນທີ 4 ມັງກອນ 2015.
ນາຍົກລັດຖະມົນຕີ Benjamin Netanyahu ແຫ່ງອິສຣາແອລ ເຂົ້າຮ່ວມກອງປະຊຸມປະຈຳສັບປະດາ ຂອງຄະນະລັດຖະບານ ທີ່ ນະຄອນ Jerusalem ວັນທີ 4 ມັງກອນ 2015.

ທ່ານ​ Benjamin Netanyahu ນາຍົກລັດຖະມົນຕີອິສຣາ
​ແອ​ລ ປະນາມ​ອີກ​ຄັ້ງ​ໃໝ່ການ​ເຄື່ອນ​ໄຫວ​ຂອງ​ສານ​ອາຍາ
​ສາກົນ​ຫຼື ICC ທີ່​ຢາກ​ເປີດ​ການ​ສອບ​ຖາມ​ກ່ຽວ​ກັບ​ອາ​ຊະ​
ຍາກ​ອນສົງຄາມ​ທີ່​ເປັນ​ໄປ ​ໄດ້ຕໍ່​ພວກ​ປາ​ແລ​ສ​ໄຕ​ນ໌ນັ້ນ.

​ໃນ​ຄຳ​ປາ​ໄສ​ທີ່​ຖ່າຍ​ທອດ​ທາງ​ໂທລະພາບ​ໃນ​ວັນ​ເສົາ​ວານ
​ນີ້ ທ່ານ​ເນ​ທັນ​ຢາ​ຮູ ​ເອີ້ນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ວ່າ “​ໄຮ້
​ສາລະ
”.

ທ່ານ​ເນ​ທັນ​ຢາ​ຮູ ກ່າວ​ວ່າ” ຄວາມ​ໂງ່​ຈ້າ​ບັ້ນ​ປາຍ” ຂອງ
​ການ​ຕັດສິນ​ໃຈແມ່ນອິສຣາ​ແອ​ລທີ່ເປັນ​ປະຊາທິປະ​ໄຕ​ ຊຶ່ງ
ເປັນຜູ້ນຳ​ພາ​ໃນ​ການ​ຕໍ່ສູ້​ກັບພວກ​ກໍ່ການຮ້າຍ​ຂອງ​ໂລກກຳລັງ​ຖືກ​ສອບ​ສວນ​ສືບສວນ​ໂດຍສານ ICC ຢູ່​ນີ້. ທ່ານ​ກ່າວ​ຕໍ່​ໄປ​ວ່າ ​ໃນ​ເວລາ​ດຽວ​ກັນ “ພວກ​ອາ​ຊະ​ຍາກ​ອນກໍ່ ​ການ​ຮ້າຍ​ຮາ​ມັສ” ຈະ​ເປັນ​ຜູ້​ທຳ​ການ​ກ່າວ​ຫາ​ເຫຼົ່າ​ນີ້.

ທ່ານ​ກ່າວ​ຕື່ມ​ວ່າ ທ່ານ​ຈະ​ບໍ່​ປະຫຼາດ​ໃຈເລີຍ ຖ້າ​ພວກ​ລັດອິສລາມ ​ເຄືອ​ຂ່າຍ​ອານ​ກາອິ ດາ ​ແລະ​ກຸ່ມ Hezbollah ຈະ​ດຳ​ເນີນ​ການ​ກ່າວ​ຫາ​ເຫຼົ່າ​ນີ້.

ກຸ່ມ​ຮາ​ມັສ ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຕົນ​ສະ​ແດງ​ຄວາມ​ຍິນ​ດີ​ ນຳ​ການ​ສືບສວນ​ສອບ ສວນ​ຂັ້ນ​ຕົ້ນ​ຂອງ​ສານ ICC ນີ້.

ການ​ກວດ​ສອບ​ຫາ​ຫຼັກ​ຖານ ທີ່​ປະກາດ​ໃຫ້​ຮູ້​ໃ​ນວັນ​ສຸກ​ຜ່ານ​ມາ​ນີ້ ບໍ່​ແມ່ນການ​ສືບ​ສວນ​ສອບ​ສວນ ​ແຕ່​ແມ່ນ​ການ​ພິຈາລະນາ​ເພື່ອຊັ່ງຊາເບິ່ງ​ຂໍ້​ມູນ​ກ່ຽວ​ກັບ​ກໍ່ອາ​ຊະ​ຍາ​ກຳ​ທີ່​ອາດ​ຈະ​ເປັນ​ໄປ​ໄດ້​ແລະ​ເລື້ອງ​ອຳນາດ​ສານ​ເພື່ອ​ຈັດ​ຕັ້ງການ​ສືບ​ສວນ​ສອບ​ສວນ​ທີ່​ວ່າ​ນີ້​ມີ​ຂໍ້​ດີ​
ຫຼື​ບໍ​ນັ້ນ.

iccpalestinians18january15
please wait

No media source currently available

0:00 0:00:32 0:00

XS
SM
MD
LG