ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະຕິເສດ ການກ່າວອ້າງ ຂອງກຸ່ມ Taliban ວ່າ ໄດ້ຍິງເຮືອບິນ ເຮລິຄອບເຕີຕົກ


ແຜນທີ່ ອັຟການິສຖານ.
ແຜນທີ່ ອັຟການິສຖານ.

ເຮືອບິນ​ເຮ​ລິ​ຄອບ​ເຕີ ​ຂອງອົງການ NATO ລຳ​ໜຶ່ງ​ໄດ້​ລົງ​ຈອດ
“ສຸກເສີນ” ຢູ່​ທາງ​ພາກ​ໃຕ້​ອັຟກາ​ນິສຖານ​ໃນ​ວັນ​ສຸກ​ມື້​ນີ້ ​ແຕ່​ວ່າ
ພະນັກງານ​ຢູ່ໃນ​ເຮືອບິນ​ທັງ​ໝົດ "​ໄດ້​ຮັບ​ການ​ຊ່ວຍ​ເຫລື​ອ​ໂດຍ
ປາດ​ສະ​ຈາກການບາດ​ເຈັບລົ້ມ​ຕາຍ​ໃດໆ” ​ອີງ​ຕາມ​ຄຳ​ເວົ້າຂອງ
ໂຄສົກ​ກອງທັບສະຫະລັດຄົນ​ໜຶ່ງ​ ​ໂດຍ​ບໍ່ໄດ້​ໃຫ້​ຄວາມ​ສຳ ຄັນ
​ໃດໆ​ຕໍ່​ການ​ກ່າວ​ອ້າງ​ຂອງ​ພວກ Taliban ທີ່ວ່າ ຕົນ​ໄດ້​ຍິງ​ເຮືອ
ບິນດັ່ງກ່າວ​ຕົກ.

ອຸບັດ​ເຫດນີ້ ໄດ້ເກີ​ດຂື້ນຢູ່ທີ່​ແຂວງ Helmand ​ໃນ​ພາກ​ໃຕ້​ທີ່​ວຸ້ນ
ວາຍ​ຂອງ​ອັຟ ກາ​ນິສຖານ ບ່ອນ​ທີ່​ໄດ້​ມີການ​ສູ້​ລົບກັນຢ່າງ​ດຸ​ເດືອດ
​ໃນ​ຫວ່າ​ງບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມາ ​ແລະ​ 14 ​ເມື​ອງຂອງ​ແຂວງ​ດັ່ງກ່າວ​ແມ່ນຕົກຢູ່​ພາຍ​ໃຕ້​ການຄວບຄຸມ​ຂອງ​ພວກ​ກະບົດ Taliban​.

ພັນເອກ Michael Lawhorn ຂອງ​ກອງທັບ​ບົກ​ສະຫະລັດ ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ພວກ​
ເຮົາ ຂໍ​ຢືນຢັນ​ວ່າ ​ເຮືອບິນເຮລິ​ຄອບ​ເຕີ​ ຂອງ​ອົງການ NATO ໄດ້​ລົງ​ຈອດສຸກເສີນ ​ໃນ
ແຂວງ Helmand ເມື່ອ​ວັນ​ທີ 18 ​ເດືອນ​ມີນາ 2016 ນີ້. ລາຍ​ງານໃນຂັ້ນຕົ້ນ ​ສະ​ແດງ​
ໃຫ້​ເຫັນ​ວ່າ ບໍ່​ມີ​ການ​ເຄື່ອນ​ໄຫວ​ຂອງ​ສັດຕູ​ຢູ່ໃນ​ຂົງ​ເຂດນັ້ນ​ແຕ່​ຢ່າງ​ໃດ."

ຄວັນໄຟຜູ່ຂື້ນຢູ່ເບື້ອງຫລັງຈາກການວາງລະເບີດໃສ່ຂະບວນລົດທະຫານ ທີ່ເມືອງ Lashkar Gah ໃນແຂວງ Helmand ປະເທດ Afghanistan ວັນທີ 15 ພະຈິກ 2015.
ຄວັນໄຟຜູ່ຂື້ນຢູ່ເບື້ອງຫລັງຈາກການວາງລະເບີດໃສ່ຂະບວນລົດທະຫານ ທີ່ເມືອງ Lashkar Gah ໃນແຂວງ Helmand ປະເທດ Afghanistan ວັນທີ 15 ພະຈິກ 2015.

ທ່ານ​ກ່າວ​ເພີ້​ມ​ອີກ​ວ່າ ອຸບັດ​ເຫດນີ້​ກຳລັງ​ຢູ່​ພາຍ​ໃຕ້​ການ​ສືບ​ສວນ.

ຢູ່​ໃນ​ຖ​ະ​ແຫລ​ງການທີ່​ສົ່ງ​ໄປ​ຫາ​ພວກ​ນັກ​ຂ່າວ ​ໂຄສົກຂອງ​ກຸ່ມ Taliban ​ໄດ້ ອ້າງວ່າ​ຕົນ​
ໄດ້​ຍິງ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ທະຫານ​ສະຫະລັດ​ຕົກ ຢູ່​ໃນ​ເຂດ Shawal Manda ຂອງ
ເມືອງ Nad Ali ​ແລະ "ທະຫານ​ອາ​ເມຣິກັນ​ຢູ່​ໃນ​ເຮືອບິນ​ທັງ​ໝົດ​ໄດ້​ເສຍ​ຊີວິດຄາ​ທີ່.”

ຄວັນໄຟຜູ່ຂື້ນຈາກເຮືອນຫລັງໜຶ່ງຫລັງຈາກ ການໂຈມຕີຈາກພວກ Taliban ໃນເຂດ Gereshk ຂອງແຂວງ Helmand ປະເທດ Afghanistan.
ຄວັນໄຟຜູ່ຂື້ນຈາກເຮືອນຫລັງໜຶ່ງຫລັງຈາກ ການໂຈມຕີຈາກພວກ Taliban ໃນເຂດ Gereshk ຂອງແຂວງ Helmand ປະເທດ Afghanistan.

ກຳລັງ​ທະຫານ​ສະຫະລັດ​ຫລາຍ​ຮ້ອຍ​ຄົນ ​ເມື່ອ​ໄວໆ​ມານີ້​ໄດ້​ເດີນທາງ​ໄປ​ເຖິງເມືອງຫລວງ
​ຂອງ​ແຂວງ Lashkar Gah ​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ກຳລັງທະ ຫານ​ອັຟການິສຖານ ທີ່​
ປ້ອງ​ກັນ​ເມືອງດັ່ງກ່າວ ທີ່​ພວມ​ໄດ້​ຮັບ​ຄວາມ​ກົດ​ດັນຈາກ​ພວກ​ກະບົດ​ໃນ​ເວລາ​ນີ້.

XS
SM
MD
LG