ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະຕິເສດ ການຕົກລົງແລກປ່ຽນ ຕົວປະກັນ ກັບ ອີຣ່ານ


ທ່ານ ຣິເຈີດ ແຣດຄລິຟ, ສາມີຂອງພະນັກງານການກຸສົນ ທ່ານນາງ ນາຊານິນ ຊາກາຣີ-ແຣດຄລິຟ, ທີ່ຖືກຂັງຄຸກໃນ ອີຣ່ານ, ຮຽກຮ້ອງໃຫ້ປ່ອຍຕົວພັນລະຍາຂອງລາວ, ຢູ່ສະຖານທູດ ອີຣ່ານ ໃນນະຄອນຫຼວງ ລອນດອນ. 16 ມັງກອນ, 2017.
ທ່ານ ຣິເຈີດ ແຣດຄລິຟ, ສາມີຂອງພະນັກງານການກຸສົນ ທ່ານນາງ ນາຊານິນ ຊາກາຣີ-ແຣດຄລິຟ, ທີ່ຖືກຂັງຄຸກໃນ ອີຣ່ານ, ຮຽກຮ້ອງໃຫ້ປ່ອຍຕົວພັນລະຍາຂອງລາວ, ຢູ່ສະຖານທູດ ອີຣ່ານ ໃນນະຄອນຫຼວງ ລອນດອນ. 16 ມັງກອນ, 2017.

ສະຫະລັດ ໄດ້ປະຕິເສດລາຍງານໃນໂທລະພາບລັດຖະບານຂອງ ອີຣ່ານ ທີ່ວ່າ ເຕຫະຣ່ານ ໄດ້ບັນລຸຂໍ້ຕົກລົງກັບ ວໍຊິງຕັນ ແລະອັງກິດ ເພື່ອປ່ອຍຕົວນັກໂທດທີ່ມີຄວາມສຳພັນກັບພັນທະມິດຕາ ເວັນຕົກໃນການແລກປ່ຽນກັບການຊ່ວຍເຫຼືອເສດຖະກິດໃໝ່ມູນຄ່າຫຼາຍພັນລ້ານໂດລາ.

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານ ເນັດ ໄພຣສ໌ ໄດ້ກ່າວໃນວັນອາທິດວານນີ້ວ່າ “ລາຍງານທີ່ວ່າໄດ້ມີການບັນລຸຂໍ້ຕົກລົງແລກປ່ຽນນັກໂທດບໍ່ແມ່ນຄວາມຈິງ. ດັ່ງທີ່ພວກເຮົາໄດ້ກ່າວຜ່ານມາ, ພວກເຮົາໄດ້ຍົກກໍລະນີຂອງຄົນ ອາເມຣິກັນ ທີ່ຖືກກັກຂັງ ຫຼື ຫາຍສາບສູນໃນ ອີ ຣ່ານ ຂຶ້ນມາຕະຫຼອດ. ພວກເຮົາຈະບໍ່ຢຸດຈົນກວ່າພວກເຮົາຈະສາມາດນຳເອົາເຂົາເຈົ້າ ກັບຄືນໄປຫາຄອບຄົວຂອງເຂົາເຈົ້າ.”

ທີ່ປຶກສາທຳນຽບຂາວທ່ານ ຣອນ ເຄລນ ກໍໄດ້ປະຕິເສດ ກ່ຽວກັບ ລາຍງານຂອງ ອີຣ່ານ ໃນລາຍ ການ “Face The Nation” ຂອງໂທລະພາບ CBS ວ່າ “ມັນບໍ່ມີຂໍ້ຕົກລົງທີ່ຈະປ່ອຍຕົວຄົນ ອາເມຣິກັນ 4 ຄົນທີ່ວ່ານີ້. ພວກເຮົາກຳລັງເຮັດວຽກຢ່າງໜັກເພື່ອໃຫ້ເຂົາເຈົ້າຖືກປ່ອຍຕົວ.”

ໂທລະພາບລັດຖະບານ ອີຣ່ານ ໄດ້ອ້າງຄຳເວົ້າຂອງແຫຼ່ງຂ່າວນຶ່ງວ່າ, “ອາເມຣິກາ ໄດ້ຍອມຮັບທີ່ຈະຈ່າຍເງິນ 7 ຕື້ໂດລາ ແລະ ແລກປ່ຽນກັບຊາວ ອີຣ່ານ 4 ຄົນຜູ້ທີ່ໄດ້ເຄື່ອນໄຫວໃນການຫຼີກລ່ຽງມາດຕະການລົງໂທດກັບນັກສືບ ອາເມຣິກັນ 4 ຄົນ ຜູ້ທີ່ໄດ້ຮັບໃຊ້ໂທດສ່ວນນຶ່ງຂອງເຂົາເຈົ້າ.“

ອີຣ່ານ ໄດ້ເປັນທີ່ຮູ້ຈັກ ໃນການຈັບຄົນ ອາເມຣິກັນ 4​ ຄົນເຂົ້າຄຸກ, ລວມມີ ທ່ານ ບາເກີ ແລະ ທ່ານ ເຊຍມັກ ນາມາຊີ, ນັກສິ່ງແວດລ້ອມ ທ່ານ ໂມຣາດ ທາບາສ໌ ແລະ ນັກທຸລະກິດອາເມຣິກັນເຊື້ອ ສາຍ ອີຣ່ານ ທ່ານ ເອມາດ ຊາກີ. ໂທະລພາບລັດຖະບານດັ່ງກ່າວບໍ່ໄດ້ລາຍງານຊື່ຂອງຊາວ ອີ ຣ່ານ ທີ່ ເຕຫະຣ່ານ ຫວັງທີ່ຈະນຳກັບຄືນປະເທດໃນການແລກປ່ຽນນັ້ນ.

ນອກຈາກນັ້ນ, ໂທລະພາບລັດຖະບານດັ່ງກ່າວກໍໄດ້ອ້າງຄຳເວົ້າຂອງແຫຼ່ງຂ່າວວ່າ ອັງກິດ ໄດ້ຕົກ ລົງທີ່ຈະຈ່າຍເງິນ 552 ລ້ານໂດລາສຳລັບການປ່ອຍຕົວແມ່ຍິງ ອັງກິດ ເຊື້ອສາຍ ອີຣ່ານ,​ ທ່ານນາງ ນາຊານິນ ຊາກາຣີ-ແຣດຄລິຟ.

ກະຊວງການຕ່າງປະເທດ ອັງກິດ ໄດ້ກ່າວວ່າ ປະເທດໄດ້ສືບຕໍ່ທີ່ຈະຊອກຫາທາງເລືອກເພື່ອແກ້ ໄຂກໍລະນີດັ່ງກ່າວ, ໂດຍກ່າວຕື່ມວ່າ “ພວກເຮົາຈະບໍ່ໃຫ້ຄຳເຫັນຕໍ່ໄປໃນຂະນະທີ່ການຫາລືທາງກົດໝາຍແມ່ນກຳລັງດຳເນີນຢູ່.”

ນາງ ຊາກາຣີ ແຣດຄລິຟ ໄດ້ຖືກຕັດສິນຂັງຄຸກຕື່ມອີກນຶ່ງປີ ໃນອາທິດທີ່ຜ່ານມາ, ສຳລັບການເຂົ້າ ຮ່ວມໃນການປະທ້ວງຢູ່ຕໍ່ໜ້າສະຖານທູດ ອີຣ່ານ ໃນນະຄອນຫຼວງ ລອນດອນ ໃນປີ 2009, ອີງຕາມການກ່າວຂອງທະນາຍຄວາມຂອງລາວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG