ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ປ. ໂອບາມາ ກ່າວວ່າ ເງິນສົດ 400 ລ້ານໂດລາ ທີ່ໂອນໃຫ້ອີຣ່ານ ບໍ່ແມ່ນຄ່າປະກັນໂຕ


ປະທານາທິບໍດີ Barack Obama ກ່າວຢູ່ກອງປະຊຸມ ທີ່ທຳນຽບ ຫ້າແຈ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ປະຕິ​ເສດ​ວ່າ ການ​ຈ່າຍ​ເງິນສົດ ຈຳນວນ 400 ລ້ານ​ໂດ​ລາ ໃຫ້​ແກ່​ອີຣ່ານ ​ໃນ​ວັນ​ດຽວ​ກັນ​ກັບ​ການ​ປ່ອ​ຍ​ໂຕ​ພວກ​ທີ່​ຖືກ​ກັກ​ປະກັນ​ໂຕ​ໄດ້​ເປັນ “​ການ​ຕົກລົງ​ທີ່​ຊົ່ວ​ຊາມ” ຊີ້​ແນະ​ອອກ​ມາ​ວ່າການ​ໂອນ​ທີ່​ວ່ານີ້ ໄດ້​ປະ ກາດ​ໃນ​ເດືອນ​ມັງກອ​ນຜ່ານ​ມາ ນຶ່ງມື້​ຫລັງ​ຈາກ​ການນຳ​ໃຊ້​ປະຕິບັດ​ຂໍ້ຕົກລົງ​ນິວ​ເຄລຍ ສະຫະລັດ ກັບ​ອີຣ່ານ.

ທ່ານ​ໄດ້​ກ່າວ​ວ່າ “ມັນ​ບໍ່ແມ່ນ​ເ​ລື້​ອງລັບ ພວກ​ເຮົາ​ໄດ້​ເປີດ​ເຜີຍ​ທັງ​ໝົດ​ກ່ຽວ​ກັບ​ເລື້ອງ​ນີ້.” ທ່ານ​ກ່າວ​ວ່າ ຂໍ້​ມູນ​ໃໝ່​ອັນ​ນຶ່ງ​ທີ່​ໄດ້​ລາຍງານ​ຈາກໝັງສື​ພິມ the Wall Street Journal​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ທີ່​ວ່າການ​ຈ່າຍ​ເງິນ​ນີ້​ແມ່ນ​ເປັນ​ເງິນສົດ ທີ່​ບໍ່​ແມ່ນ​ເງິນ​ສະ​ກຸນສະ ຫະລັດ ​ໄດ້​ຖືກ​ນຳ​ສົ່ງ​ໃນ​ເຮຶອບິນ​ທີ່​ບໍ່​ມີ​ເຄຶ່ອງໝາຍ.

Obama on Iran Payment
please wait
Embed

No media source currently available

0:00 0:00:26 0:00

ທ່ານ Obama ​ໄດ້ກ່າວ​ທີ່​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ວ່າ​ມັນ​ມີ​ເຫດຜົນ​ທີ່​ຈະ​ຕ້ອງ​ຈ່າຍເປັນ​ເງິນສົດ.

ທ່ານ​ກ່າວ​ວ່າ “​ເຫດຜົນ​ທີ່​ພວກ​ເຮົາ​ໄດ້ຈ່າຍ​ໃຫ້ພວກ​ເຂົາ​ເຈົ້າ​ເປັນ​ເງິນສົດ ​ເພາະວ່າ ພວກ​ເຮົາ​ຕ້ອງ​ເຄັ່ງ​ຄັດ​ຕໍ່​ການ​ຮັກ​ສາ​ການ​ລົງ​ໂທດ ​ແລະ​ພວກ​ເຮົາ​ບໍ່​ມີ​ການ​ພົວພັນດ້ານການ​ທະນາ​ຄານ​ກັບ​ອີຣ່ານ ​ເພາະສະ​ນັ້ນ​ພວກ​ເຮົາບໍ່​ສາມາດທີ່​ຈະ​ສົ່ງ​ເປັນເຊັກໃຫ້​ແກ່​ເຂົ້າ​ເຈົ້າ ​ແລະ​ບໍ່​ສາມາດ​ສົ່ງ​ເງິນ​ທາງ​ໂທລະ​ເລກ.”

ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ Marco Rubio
ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ Marco Rubio

​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ John Kerry ​ໄດ້ກ່າວໃນ​ເຊົ້າ​ວັນ​ພະຫັດວານ​ນີ້​ວ່າ ສະ ຫະລັດ “ບໍ່​ໄດ້​ຈ່າຍ​ຄ່າ​ປະກັນ​ໂຕ” ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ຕິຕຽນ​ຂອງ​ການ​ຈ່າຍ​ເງິນ​ໃນ​ວັນ​ດຽວ​ກັນ ທີ່​ເຕຫະຣ່ານ​ໄດ້​ປ່ອຍຊາວ​ອາ​ເມຣິກັນ​ 4 ຄົນ ທີ່​ເປັນ​ຕົວ​ປະກັນ ນັ້ນ​.

Kerry on Iran Ransom Money
please wait

No media source currently available

0:00 0:00:45 0:00

ບັນ​ດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້ກ່າວ​ໃນ​ເດືອນ​ມັງກອນຜ່ານ​ມາ​ນີ້​ວ່າ ການ​ຈ່າຍ​ເງິນ​ເປັນ​ພາກສ່ວນ​ຂອງ​ການຕົກລົງ​ທີ່​ມີ​ການໂຕ້​ແຍ້​ງກັນ​ມາຫລາຍ​ທົດ​ສະ​ວັດ ກ່ຽວ​ກັບ​ການ​ຫ້າມ​ຂາຍ​ອາວຸດ. ​ແຕ່​ບັນດາ​ຜູ້​ຕິຕຽນ ​ໂດຍ​ສະ​ເພາະ​ຜູ້ຄັດຄ້ານຕໍ່​ຂໍ້​ຕົກລົງ​ນິວ​ເຄລຍ ອີຣ່ານ ​ໄດ້​ໃຊ້​ຄຳ​ວ່າ ​ເປັນ​ການ​ຈ່າຍ​ຄ່າ​ປະກັນ​ໂຕ.

ສະມາຊິກ​ສະພາ​ສູງ​ສະຫະລັດ ຈາ​ກລັດ Florida ທ່ານ Marco Rubio ​ໄດ້ຂຽນ​ຂໍ້ຄວາມ​ໃນ tweeter ວ່່າ ການ​ຕົກລົງທີ່​ວ່າ​ນີ້ “ບໍ່​ໜ້າ​ເປັນຄວາມ​ຈິງ.”

ນັກຂ່າວສະຫະລັດ ທ່ານ Jason Rezaian ແລະພັນລະຍາ ຍານາງ Yeganeh Salehi ຫລັງຈາກຖືກປ່ອຍໂຕຈາກອີຣ່ານ.
ນັກຂ່າວສະຫະລັດ ທ່ານ Jason Rezaian ແລະພັນລະຍາ ຍານາງ Yeganeh Salehi ຫລັງຈາກຖືກປ່ອຍໂຕຈາກອີຣ່ານ.

ປະທານ​ກຳມະການສຳພັນ​ຕ່າງປະ​ເທດ ສະພາ​ຕໍ່າ​ສະຫະລັດ ທ່ານ Ed Royce ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ການຈ່າຍ​ຄ່າ​ໂຕ​ປະກັນ ພຽງ​ແຕ່​ຈະ​ຍິ່ງເຮັດ​ໃຫ້​ຊີວິດ​ຊາວ​ອາ​ເມ ຣິກັນ​ເປັນ​ອັນ​ຕະລາຍ. ພວກ​ເຮົາ​ຮູ້​ກັນ​ແລ້ວ​ກ່ຽວ​ກັບວ່າ ​ຂໍ້​ຕົກລົງ​ນິວ​ເຄລຍອີຣ່ານ ນັ້ນແມ່ນເປັນ ຄວາມ​ຜິ​ດພາດ​ໃນ​ປະຫວັດສາດ. ມັນຍິ່ງ​ສືບ​ຕໍ່​ຂີ້​ຮ້າ​ຍ​ລົງ​ໄປ​ອີກ.”

ປະທານ​ສະພາຕໍ່າ ທ່ານ Steve Scalise ​ໄດ້​ໃຫ້​ຂໍ້​ສັງ​ເກດ​ລາຍ​ງານ​ສື່​ມວນ​ຊົນ​ອີ​ຣ່ານ ທີ່ອ້າງ​ຄຳ​ເວົ້າ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ອີຣ່ານທີ່​ເຂົາ​ເຈົ້າ​ເຫັນ​ວ່າ ​ເງິນ​ສົດແມ່ນເປັນ​ການ​ຈ່າຍ​ຄ່າ​ປະກັນໂຕ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG