ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເດໂມແຄຣັດ ຮັກສາການຄວບຄຸມສະພາສູງ ສະຫະລັດ ແຕ່ຜົນການເລືອກຕັ້ງສະພາຕໍ່າ ຍັງບໍ່ທັນອອກມາເທື່ອ


ຫໍລັດຖະສະພາ ສະຫະລັດ, 9 ມິຖຸນາ 2022.
ຫໍລັດຖະສະພາ ສະຫະລັດ, 9 ມິຖຸນາ 2022.

ພັກເດໂມແຄຣັດຈະຄວບຄຸມສະພາສູງດ້ວຍຄະແນນສຽງນຳໜ້າຢ່າງຫວຸດຫວິດ ເວລາທີ່ລັດຖະສະພາຊຸດໃໝ່ ເຂົ້າປະຕິບັດໜ້າທີ່ ໃນເດືອນມັງກອນປີໜ້າ, ແຕ່ການຄວບຄຸມສະພາຕໍ່າແມ່ນຍັງຄົງບໍ່ແນ່ນອນມາຮອດວັນອາທິດວານນີ້, 5 ວັນຫຼັງຈາກການເລືອກຕັ້ງຂອງອາທິດທີ່ຜ່ານມາ.

ພັກຣີພັບບລີກັນມີຄະແນນສຽງນຳໜ້າ 211 ຕໍ່ 204 ໃນສະພາຕໍ່າ ດ້ວຍການ ເລືອກຕັ້ງສຳລັບ 20 ບ່ອນນັ່ງ ແມ່ນຍັງບໍ່ໄດ້ຖືກຕັດສິນເທື່ອ ໃນການແຂ່ງຂັນ ຂອງສອງພັກດັ່ງກ່າວສຳລັບສຽງສ່ວນຫຼາຍ 218 ສຽງໃນສະພາຕໍ່າ ທີ່ມີສະມາ ຊິກ 435 ຄົນ.

ນັກວິເຄາະການເມືອງ ສະຫະລັດ ສ່ວນຫຼາຍໄດ້ທຳ​ນາຍວ່າ ເວລາທີ່ຄະແນນ ສຽງທີ່ຍັງເຫຼືອຖືກນັບໃນການແຂ່ງຂັນສະພາຕໍ່າທີ່ບໍ່ໄດ້ຖືກປະກາດ, ເຊິ່ງອາດ ໃຊ້ເວລາຫຼາຍວັນນັ້ນ, ພັກຣີພັບບລີກັນແມ່ນມີຄວາມເປັນໄປໄດ້ວ່າຈະຊະນະ ສຽງສ່ວນຫຼາຍທີ່ສູສີກັນຫຼາຍ, ບາງເທື່ອດ້ວຍ 219 ຫາ 222 ບ່ອນນັ່ງ ​ຕໍ່ 216 ຫາ 213 ສຳລັບພັກເດໂມແຄຣັດ, ເຊິ່ງຕໍ່າກວ່າການຄາດເດົາກ່ອນການເລືອກຕັ້ງຂອງບັນດາຜູ້ນຳພັກຣີພັບບລີກັນຫຼາຍ.

ພັກເດໂມແຄຣັດ ໄດ້ຮັບບ່ອນນັ່ງທີ 50 ໃນສະພາສູງທີ່ມີສະມາຊິກ 100 ຄົນໃນແລງວັນເສົາທີ່ຜ່ານມາ ໃນຂະນະທີ່ສະມາຊິກສະພາສູງລັດ ເນວາດາ ທ່ານນາງ ແຄເທີຣິນ ຄໍເທັສ ມາສໂຕ, ເຊິ່ງຖືກພິຈາລະນາວ່າເປັນຜູ້ດຳລົງຕຳແໜ່ງທີ່ພະຍາຍາມເລືອກຕັ້ງເອົາຕຳແໜ່ງຄືນແມ່ນຜູ້ທີ່ມີຄວາມສ່ຽງທີ່ສຸດຂອງພັກເດໂມແຄຣັດນັ້ນ, ໄດ້ຊະນະທ່ານ ອາດຳ ແລັກຊອລທ໌ ອະດີດໄອຍະການໃຫຍ່ໃນລັດທີ່ຕັ້ງຢູ່ພາກຕາເວັນຕົກນັ້ນ ດ້ວຍຄະແນນສຽງຢ່າງຫວຸດວິດ. ທ່ານນາງໄດ້ຊະນະດ້ວຍຄະແນນ ສູນຈຸດຫ້າ ເປີເຊັນ.

ປະທານາທິບໍດີ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ປະເທດ ກຳປູເຈຍ, ບ່ອນທີ່ທ່ານໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຂອງບັນດາ ປະເທດເອເຊຍ ກ່ອນມຸ່ງໜ້າໄປເກາ ບາຫຼີ, ປະເທດ ອິນໂດເນເຊຍ ສຳລັບ ກອງປະຊຸມສຸດຍອດຂອງ 20 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກວ່າ “ພວກເຮົາໄດ້ປະສົບຄວາມສຳເລັດ. ຂ້າພະເຈົ້າຮູ້ສຶກດີ, ແລະ ຂ້າພະເຈົ້າມີິ ຄວາມຫວັງສຳລັບສອງສາມປີຂ້າງໜ້າ.”

ກ່ອນການເລືອກຕັ້ງຂອງວັນອັງຄານທີ່ຜ່ານມານັ້ນ, ບັນດານັກສຳຫຼວດຄວາມ ຄິດເຫັນດ້ານການເມືອງ ສະຫະລັດ ແລະ ນັກວິເຄາະໄດ້ຄາດຄະເນໄຊຊະນະ “ຄື້ນ​ຟອງສີແດງ” ຂອງພັກຣີພັບບລີກັນຢ່າງກວ້າງຂວາງ ໃນສະພາຕໍ່າ ແລະ ຄວາມເປັນໄປໄດ້ ສຳລັບການຄວບ​ຄຸມເອົາສະພາສູງດ້ວຍ.

ຜູ້ນຳສຽງສະພາສູງພັກເດໂມແຄຣັດ ທ່ານ ຈັກ ຊູເມີ ຈາກລັດ ນິວຢອກ, ໄດ້ຮັບປະກັນການຍັງຄົງເປັນຜູ້ນຳສຽງສ່ວນຫຼາຍຂອງສະພາ, ໂດຍເອີ້ນຜົນການເລືອກຕັ້ງນັ້ນ​ວ່າ “ການພິສູດຕົນ” ສຳລັບພັກເກໂມແຄຣັດ ແລະ ວາລະແຜນການຂອງເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG