ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ບໍ່ຢາກໃຫ້ຕັດ ງົບປະມານ ຢ່າງອັດຕະໂນມັດ (ວີດີໂອ)


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຄໍາປາໄສ ຢູ່ໂຮງງານອຸສາ​ຫະກຳ​ໃຫຍ່​ ​ຄື​ໂຮງງານ​ຕໍ່​ເຮືອ ທີ່​ເມືອງ Newport News ທີ່ຈະໄດ້ຮັບຜົນກະທົບ ຈາກການຕັດ ງົບປະມານຂອງກອງທັບເຮືອ, ວັນທີ 26 ກຸມພາ 2013.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຄໍາປາໄສ ຢູ່ໂຮງງານອຸສາ​ຫະກຳ​ໃຫຍ່​ ​ຄື​ໂຮງງານ​ຕໍ່​ເຮືອ ທີ່​ເມືອງ Newport News ທີ່ຈະໄດ້ຮັບຜົນກະທົບ ຈາກການຕັດ ງົບປະມານຂອງກອງທັບເຮືອ, ວັນທີ 26 ກຸມພາ 2013.
ປະທານາທິບໍດີສະຫະລັດ ທ່ານ Barack Obama ກໍາລັງ​ຮຽກ
ຮ້ອງ ​ໃຫ້ສາທາລະນະຊົນ ສະໜັບສະໜຸນ​ເພື່ອ​ຍຸຕິການ​ຕັດ​ງົບ
ປະ​ມານ 85 ພັນ​ລ້ານ​ໂດ​ລາ​ຢ່າງ​ອັດຕະ​ໂນ​ມັດ ທີ່​ກໍາໜົດຈະ​ມີ​
ຜົນ​ບັງຄັບ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້.

ທ່ານ Obama ​ໄດ້​ກ່າວ​ຕໍ່​ພະນັກງານ​ສ້າງ​ເຮືອ ທີ່​ເມືອງ Newport News ລັດ Virginia ວ່າ ການ​ຕັດ​ງົບ​ປະມານ​ດັ່ງກ່າວ​ນີ້ "ຜິດ” “ບໍ່​ສະຫລາດ" “ບໍ່​ທ່ຽງ​ທໍາ" ​ແລະ​ເປັນ "ບາ​ດ​ແຜ​ທີ່​ເຮັດ​ຂຶ້ນເອງ ທີ່​ບໍ່​ຄວນ​ເກີດ​ຂື້ນ​ເລີຍ." ທ່ານ​ໄດ້​ຮຽກຮ້ອງອີກ​ຄັ້ງນຶ່ງໃຫ້ສະພາ ​ຍຸຕິ​ການ​ຕັດ​ງົບ​ປະມານ ​ໂດ​ຍ​ໃຫ້ການ​ອະນຸມັດ​ຕໍ່​ການ​ປ່ຽນ​ແປງ​ໃນ​ການ​ເກັບ​ພາສີ​.​ ທ່ານ Obama ກ່າວ​ວ່າ

“ມີ​ຜູ້​ແທນ​ສະພາ​ພັກ Republican ຫລາຍ​ຄົນ​ໂພດ ​ຢູ່​ໃນ​ສະພາ ປັດຈຸບັນ​ນີ້ ທີ່ບໍ່​ຍອມ​ປະນີປະ​ນອມ ​ແມ່ນ​ແຕ່​ໜ້ອຍດຽວ ​ເວລາ​ກ່າວ​ເຖິງ​ການ​ປິດ​ຊ່ອງ​ຫວ່າ​ງການ​ເກັບ​ພາສີ ​ແລະ​ການ​ຍົກ​ເວັ້ນ​ເກັບ​ພາສີ​ພິ​ເສດ. ​ແລະ​ນັ້ນ​ກໍ​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້ຕົກລົງ​ກັນ​ບໍ່​ໄດ້​ ໃນ​ປັດຈຸບັນ​ນີ້.”

ປະທານາທິບໍດີ Obama ​ໄດ້ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ທີ່ອຸສາ​ຫະກຳ ວ່າ​ຈ້າງ​ຄົນ​ງານ​ໃຫຍ່​ສຸດ​ໃນ​ລັດ Virginia ຄື​ໂຮງງານ​ຕໍ່​ເຮືອ ທີ່​ເມືອງ Newport News ຊຶ່ງ​ເປັນ​ບ່ອນ​ທີ່​ຈະ​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ການ​ຕັດ​ການ​ໃຊ້​ຈ່າຍ​ຂອງ​ກອງທັບ​ເຮືອນັ້ນ.
ປະທານາທິບໍດີ ​ໄດ້​ຮຽກຮ້ອງ​ໃຫ້ ພັກ Republican ຮັບ​ເອົາແຜນ​ຂອງ​ສະພາ​ສູງພັກ Democrats ​ເພື່ອ​ເລີ້ມລາຍໄດ້ ໂດຍສີ້ນສຸດ ການຍົກເວັ້ນພາສີບາງ​ຢ່າງ ​ແກ່ຊາວອາ
ເມຣິກັນທີ່ຮັ່ງມີ ແລະບໍລິສັດ ຕ່າງໆ. ແຕ່ວ່າບໍ່ມີຮອງຮອຍການເຈລະຈາທີ່ເປັນທາງ
ການ​ໃດໆ​ເລີຍ.

ປະທານສະພາຕໍ່າ ທ່ານ John Boehner ສັງກັດພັກ Republican ໄດ້ກ່າວຕິຕຽນ​ຢ່າງໜັກຕໍ່ພັກ Democrat ໃນວັນອັງຄານວານນີ້ ໂດຍ ກ່າວວ່າ ສະພາຕໍ່າໄດ້ຜ່ານ
ຮ່າງກົດໝາຍສອງສະບັບ​ແລ້ວ ​ແຕ່​ບໍ່​ເຫັນ​ວ່າມີ​ການ​ເອົາບົດບາດຫຍັງຢູ່​ໃນສະພາສູງ.
ພັກ Republican ບໍ່ເຫັນດີນໍາການເກັບ​ລາຍ​ໄດ້​ເພີ້​ມຕື່ມ​ຂອງ​ລັດຖະບານ ຫຼັງຈາກ​ໄດ້​ມີ​ການ​ຕົກລົງ​ກັນ​ເມື່ອ​ໄວໆ​ມານີ້ກັບ ພັກ Democrat ທີ່ຂຶ້ນອັດຕາການ​ເກັບພາສີຕໍ່
ພວກ​ຄົນຮັ່ງມີ.

XS
SM
MD
LG