ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເດໂມແຄຣັດ ຂອງສະຫະລັດ ຍັງບໍ່ລົງລອຍກັນ ກ່ຽວກັບກົດໝາຍ ທີ່ສໍາຄັນ


ສະມາຊິກສະພາສູງ ເບີນີ ແຊນເດີສ໌ (I-VT) ກ່າວຕໍ່ນັກຂ່າວຢູ່ຫໍລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 30 ກັນຍາ, ປີ 2021.
ສະມາຊິກສະພາສູງ ເບີນີ ແຊນເດີສ໌ (I-VT) ກ່າວຕໍ່ນັກຂ່າວຢູ່ຫໍລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 30 ກັນຍາ, ປີ 2021.

ສະມາຊິກສະພາຄົນສຳຄັນຂອງພັກເດໂມແຄຣັດໃນສະຫະລັດຍັງຄົງບໍ່ເຫັນພ້ອມ ໃນວັນອາທິດວານນີ້ ກ່ຽວກັບການອະນຸມັດ ທັງການປັບປຸງ ພື້ນຖານໂຄງລ່າງ ຂອງປະເທດ ແລະການຂະຫຍາຍເຄືອຂ່າຍຄວາມປອດໄພທາງສັງຄົມ ທີ່ໃຫຍ່ທີ່ສຸດໃນຮອບ 5 ທົດສະວັດ, ແຕ່ພວກຜູ້ນໍາຂອງກຸ່ມຫົວກ້າວໜ້າໄດ້ສົ່ງສັນຍານວ່າ ຍັງມີທີ່ຫວ່າງສໍາລັບການປະນີປະນອມກັນຢູ່.

ສະມາຊິກສະພາສູງທ່ານເບີນີ ແຊນເດີສ໌ (Bernie Sanders) ແຫ່ງລັດເວີມອນໄດ້ຜັກດັນແຜນການມູນຄ່າ 3 ພັນ 500 ຕື້ໂດລາ ເປັນເວລາຫຼາຍເດືອນມາແລ້ວ ເພື່ອຮຽກຮ້ອງໃຫ້ມີມາດຕະການຄວບຄຸມສະພາບອາກາດ, ຊັ້ນຮຽນກຽມ ອະນຸບານ, ການຂະຫຍາຍການເບິ່ງແຍງສຸຂະພາບສໍາລັບຜູ້ສູງອາຍຸຊາວອາເມຣິກັນ ແລະອື່ນໆອີກ. ທ່ານແຊນເດີສ໌ ແມ່ນສະມາຊິກສະພາສູງທີ່ບໍ່ສັງກັດພັກ ທີ່ເຈລະຈາຫາລືກັບພັກເດໂມແຄຣັດ.

ທ່ານໄດ້ກ່າວກັບລາຍການອອກອາກາດ “ອາທິດນີ້,” ຂອງສະຖານີໂທລະພາບ ABC ວ່າ “ຂ້າພະເຈົ້າຍອມຮັບວ່າ ນັ້ນມັນຈະຕ້ອງມີທັງການໃຫ້ ແລະຮັບ.”

ທ່ານປະຕິເສດທີ່ຈະບອກເຖິງລາຄາວ່າ ທ່ານຈະໃຊ້ຈ່າຍເງິນໄປທັງໝົດເທົ່າໃດ, ເຊິ່ງເປັນຈຸດຢືນດຽວກັບຜູ້ສະໜັບສະໜຸນຊັ້ນນໍາຄົນອື່ນສໍາລັບຮ່າງກົດໝາຍກ່ຽວກັບເຄືອຂ່າຍຄວາມປອດໄພຂອງສັງຄົມ, ນັ້ນຄືຄຳເວົ້າຂອງສະມາຊິກສະພາຕ່ຳແມ່ຍິງ ທ່ານນາງປຣາມິລາ ຈາຢາປອລ (Pramila Jayapal) ຈາກລັດວໍຊິງຕັນ ທາງພາກຕາເວັນຕົກຂອງສະຫະລັດ, ໃນການໃຫ້ສໍາພາດ ຕໍ່ລາຍການອອກອາກາດ “State of the Union” ຂອງໂທລະພາບ CNN.

“ຍັງບໍ່ມີໂຕເລກອອກມາຕາມທີ່...ທຸກໆຄົນເຫັນດີນໍາກັນ,” ທ່ານນາງຈາຢາປອລກ່າວ, ແຕ່ກໍເວົ້າວ່າຈໍານວນເງິນ 1 ພັນ 500 ຕື້ໂດລາທີ່ສະເໜີໂດຍສະມາຊິກສະພາສູງທີ່ນິຍົມແນວທາງປານກາງທ່ານໂຈ ແມນຊິນ (Joe Manchin) ຈາກລັດເວີຈິເນຍຕາເວັນຕົກ ແມ່ນ “ໜ້ອຍເກີນໄປສຳລັບບູລິມະສິດຂອງພວກເຮົາ.”

ທ່ານປະທານາທິບໍດີໂຈ ໄບເດັນ, ໃນການຢ້ຽມຢາມຫໍລັດຖະສະພາທີ່ບໍ່ຄ່ອຍມີໃນວັນສຸກຜ່ານມາ ເພື່ອພົບປະກັບສະມາຊິກສະພາຂອງພັກເດໂມແຄຣັດ, ໄດ້ໃຫ້ຄໍາແນະນໍາວ່າ ຄ່າໃຊ້ຈ່າຍຂັ້ນສຸດທ້າຍໃນທີ່ສຸດອາດຈະຖືກຕັດລົງມາເຫຼືອຢູ່ລະຫວ່າງ 1 ພັນ 900 ຕື້ໂດລາ ແລະ 2 ພັນ 300 ຕື້ໂດລາ ສໍາລັບມາດຕະ ການຄວາມປອດໄພທາງສັງຄົມ, ເພີ້ມໃສ່ເງິນຈໍານວນພັນຕື້ໂດລາ ສຳລັບພື້ນ ຖານໂຄງລ່າງ ເພື່ອສ້ອມແປງຖະໜົນ ແລະຂົວຕ່າງໆທີ່ຊຸດໂຊມຂອງປະເທດ ແລະຂະຫຍາຍການບໍລິການລະບົບອິນເຕີເນັດທີ່ມີຄວາມໄວສູງໄປທົ່ວປະເທດສະຫະລັດ.

ຜູ້ນໍາສະຫະລັດ ຍັງຄົງສະໜັບສະໜຸນ ໃຫ້ມີການຮັບຮອງເອົາຮ່າງກົດໝາຍທັງສອງສະບັບຄວບຄູ່ກັນໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG